ສອບເສັງລະດັບຊາດເພື່ອຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບການປິ່ນປົວ ສົກປີ 2020

ການສອບເສັງລະດັບຊາດເພື່ອຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວສຳລັບທ່ານໝໍທີ່ສຳເລັດການສຶກສາ ຈາກມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ  ປີ 2020 ຄັ້ງທຳອິດ ຊື່ງເປັນເຫດການປະຫັວດສາດ ຂອງກະຊວງສາທາລະນະສຸກ ສປປ ລາວ, ຈຸດປະສົງແມ່ນເພື່ອປະເມີນລະດັບຄວາມຮູ້ ຄວາມສາມາດ ສະຕິປັນຍາ ແລະ ຄວາມສະໝັກໃຈໃນການໃຫ້ບໍລິການສຸຂະພາບ ຫຼັງຈາກນັກສຶກສາຮຽນຈົບຕາມມາດຕະຖານຫຼັກສູດຢູ່ໃນ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ເພື່ອເປັນການຢັ້ງຢືນອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນ. ໃນການຈັດຕັ້ງປະຕິບັດການສອບເສັງລະດັບຊາດນີ້ ແມ່ນຄະນະກຳມະການວິຊາຊີບປິ່ນປົວການແພດຂອງ ສະພາຄຸ້ມຄອງວິຊາຊີບປິ່ນປົວໄດ້ສົມທົບກັບຄະນະແພດສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ  ແລະ ບັນດາໂຮງໝໍສິດສອນຂັ້ນສູນກາງ ຮັບຜິດຊອບຮ່ວມກັນໃນການກະກຽມ ແລະ ດຳເນີການສອບເສັງ,    ການສອບເສັງຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກໃຫ່ຍຄື :

  1. ພາກທິດສະດີ MCQS
  2. ພາກປະຕິບັດຕົວຈິງ OSCES ປະກອບດ້ວຍວິຊາ ພະຍາດພາຍໃນ ຫຼື ອາຍຸລະສາດ, ພະຍາດພາຍນອກ ຫຼື ສັນລະສາດ, ພະຍາດເດັກ ຫຼື ກູມມານເວດສາດ, ແລະ ວິຊາປະສູດ- ພະຍາດຍິງ ຫຼື ນາລີເວດ-ສຸຕິສາດ. ມີຜູ້ຮ່ວມສອບເສັງທັງໝົດ 125 ຄົນ, ເຊີ່ງແມ່ນທ່ານໝໍທ່ີຫາກໍ່ຮຽນຈົບໃໝ່ ຈາກຄະນະແພດສາດວິທະຍາໄລວິທະຍາສາດສຸຂະພາບ ສົກປີ 2019-2020. ນັກສອບເສັງທີ່ເສັງໄດ້ ຈະໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນ ແລະ ຈະໄດ້ລົງຝຶກງານດ້ານວິຊາຊີບຢູ່ໂຮງໝໍຕາມທີ່ກຳນົດເວລາທີ່ທາງສະພາຄຸ້ມຄອງວິຊາຊີບປິ່ນປົວກຳນົດໄວ້ ແລະ ຜ່ານການປະເມີນຕາມມາດຕະຖານຫຼັກສູດການຝຶກງານດ້ານວິຊາຊີບຢູ່ໂຮງໝໍ, ເມື່ອຜູ້ໃດໄດ້ຜ່ານເກນການປະເມີນດ້ານວິຊາຊີບການປິ່ນປົວໄດ້ ທາງສະພາຄຸ້ມຄອງວິຊາຊີບປິ່ນປົວຄົວຈິງ ຈຶ່ງຈະອອກໃບອະນຸຍາດການເຄື່ອນໄຫວວິຊາຊີບປິ່ນປົວສົມບູນໃຫ້. ຈາກນັ້ນ, ຜູ້ກ່ຽວຈື່ງສາມາດໄປສະມັກເຮັດວຽກຕາມສະຖານທີ່ ບໍລິການປິ່ນປົວໄດ້ ທັງພາກລັດ ແລະ ເອກະຊົນ. ການສອບເສັງລະດັບຊາດແມ່ນວິທີຄັດເລຶອກກັ່ນກອງເອົາ ທ່ານໝໍ ຜູ້ທີ່ມີຄວາມມຸ້ງມາດປາດຖະໜາ ຢາກເປັນຜູ້ໃຫ້ບໍລິການປິ່ນປົວສຸຂະພາບທີ່ມີຄຸນນະພາບ, ມີຈັນຍາບັນ ແລະ ມີຈັນຍາທຳ ແລະ ຮັບປະກັນຄວາມປອດໄພຕໍ່ຄົນເຈັບ, ພ້ອມນັ້ນກໍ່ເປັນການປະຕິບັດແຜນປະຕິຮູບສາທາລະນະສຸກ ແລະ ເປັນການຮັບຮອງຄຸນນະພາບຕາມ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກ ທັງເປັນການປະຕິບັດພັນທະສັນຍາການບໍລິການສຸຂະພາບທີ່ເຊື່ອມໂຍງກັບບັນດາປະເທດສະມາຊິກ ອາຊຽນ 10 ປະເທດອີກດ້ວຍ.