April 29, 2021

ລັດຖະບານ ສປ ຈີນ ມອບວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 300.000 ໂດສ

ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021 ວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດ ຊີໂນຟາມ( Sinopharm Vaccines) ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດ ຊີໂນຟາມ( Sinopharm Vaccines) ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫຼືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ. ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼາຍ, ຕາມຂໍ້ມູນຈາກວິທະຍຸ CRI ໃຫ້ຮູ້ວ່າ: ວັກຊີນປ້ອງກັນໂຄວິດ-19 […]

ລັດຖະບານ ສປ ຈີນ ມອບວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 300.000 ໂດສ Read More »

ປະກອບສ່ວນຊ່ວຍເຫຼືອ ຄະນະແພດໝໍ ແລະ ເປີດຕົວ “ກອງທຶນ ຊ່ວຍເຫຼືອ ວິລະບູລຸດຕໍ່ຕ້ານ CoVID19 MJBL” ຂອງ ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ.

ການແຜ່ລະບາດ ຂອງ CoVID19 ຄັ້ງທີສອງ ໃນ ສປປ ລາວ, ໃນມື້ນີ້ ທາງ ທະນາຄານ ມາຣູຮານເຈແປນ ລາວ ຈຳກັດ (MJBL) ຈຶ່ງໄດ້ປະກາດ ການຊ່ວຍເຫຼືອ ຄະນະແພດ ແລະ ອາສາສະໝັກ ໃນການຕໍ່ສູ້ກັບການແຜ່ລະບາດຂອງໂລກລະບາດນີ້. ໃນຖານະ ທີ່ເປັນທະນາຄານທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກລູກຄ້າ, ທຸລະກິດ ແລະ ສັງຄົມ,​ MJBL ມີຄວາມປະສົງໃນການປະກອບສ່ວນ ແລະ ກະຕຸກຊຸກຍູ້ ການຊ່ວຍເຫຼືອເພື່ອຊ່ວຍບັນເທົາ ບັນຫາທີ່ ທາງຄະນະແພດກຳລັງປະເຊີນໃນປະຈຸບັນ ເຊິ່ງເພິ່ນທັງຫຼາຍ ຖືເປັນວິລະບູລຸດທີ່ແທ້ຈິງ. ເພື່ອເປັນການເລີ່ມບາດກ້າວ ໃນການສະໜອງຄວາມຊ່ວຍເຫຼືອ ຢ່າງທັນການ ແກ່ໂຮງໝໍ ແລະ ສູນກວດໂຄວິດ ທີ່ກຳລັງຮັບມືກັບສະຖານະການໃນປະຈຸບັນນີ້, ທະນາຄານ ມາຣູຮານ ເຈແປນ ລາວ ຈະຮີບຮ້ອນ ປະກອບສ່ວນ ຊຸດປ້ອງກັນຕົວທາງການແພດ ຫຼື PPE suit ຈຳນວນ 100 ຊຸດ, ຕຽງນອນໂຮງໝໍແບບເຄື່ອນຍ້າຍໄດ້ ຈຳນວນ

ປະກອບສ່ວນຊ່ວຍເຫຼືອ ຄະນະແພດໝໍ ແລະ ເປີດຕົວ “ກອງທຶນ ຊ່ວຍເຫຼືອ ວິລະບູລຸດຕໍ່ຕ້ານ CoVID19 MJBL” ຂອງ ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ. Read More »