ກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025) ຂອງຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 8 ເມສາ 2021 ຜ່ານມາ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຫົວໜ້າກົມ, ຮອງກົມ, ພະແນກ, ສູນ, ສະຖາບັນ, ມວສ, ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກອງທັບ ກະຊວງປ້ອງກັນປະເທດ, ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ຫົວໜ້າກົມການເງິນ, ກົມງົບປະມານ, ກົມນະໂຍບາຍການເງິນ ແລະ ນິຕິກໍາແລະ ຄັງເງິນແຫ່ງຊາດ ກະຊວງການເງິນ, ຫົວໜ້າພະແນກສາທາລະນະສຸກ ແຂວງ, ພ້ອມດ້ວຍຜູ້ອໍານວຍການໂຮງໝໍ ແລະ ຫົວໜ້າປະກັນສຸຂະພາບ ແຂວງ 17 ແຂວງ ແລະ 01 ນະຄອນຫຼວງ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ດຣ ນິກອນ ວົງສະຫວັດ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ 2020-2021 . ຈາກນັ້ນ ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ມີຄຳເຫັນ ແລະ ສະເໜີບາງບັນຫາທີ່ສໍາຄັນທີ່ພາກສ່ວນກ່ຽວຂ້ອງຈະຕ້ອງແກ້ໄຂຕື່ມ ຄື: ການແກ້ໄຂໜີ້ຄ່າຢາຂອງບັນດາໂຮງໝໍໃຫ້ບໍລິສັດຢາ, ການຂາດດຸນເງິນມອບເໝົາ ແລະ ຈ່າຍເປັນກໍລະນີໃຫ້ສະຖານການບໍລິການປິ່ນປົວບາງແຫ່ງຍັງສູງ ຍ້ອນສະຖານທີ່ການບໍລິການປິ່ນປົວຍັງໄລ່ລຽງຄ່າແຮງງານເຂົ້າໃນຄ່າບໍລິການ ແລະ ການຄິດໄລ່ລາຄາສູງກວ່າກໍານົດ; ສະຖານທີ່ບໍລິການປິ່ນປົວບາງແຫ່ງຍັງຈັດຊື້ຢາບາງລາຍການຢູ່ນອກລະບົບການປະມູນ ແລະ ການເກັບຄ່ານໍາຄົນເຈັບເພີ່ມ ແລະ ນອກໂມງລັດຖະການ; ຫ້ອງການປະກັນສຸຂະພາບແຕ່ລະຂັ້ນ ຂາດບຸກຄະລາກອນທາງດ້ານຈໍານວນ, ຄຸນນະພາບ ແລະ ວັດຖຸອຸປະກອນຮັບໃຊ້; ການຕິດຕາມກວດສອບຂອງຫ້ອງການປະກັນສຸຂະພາບຂັ້ນແຂວງ ເມືອງ ຍັງບໍ່ຮັດກຸມ ເຂັ້ມງວດ ຕໍ່ເນື່ອງ ແລະ ຂາດງົບປະມານ; ສະຖານທີ່ບໍລິການປິ່ນປົວບາງແຫ່ງ ຍັງຂາດຢາຕາມບັນຊີຢາຈໍາເປັນພື້ນຖານ ໃຫ້ຄົນເຈັບໄປຊື້ຢາຢູ່ຂ້າງນອກ,ນະຄອນຫຼວງວຽງຈັນ ບໍ່ທັນໄດ້ຂະຫຍາຍ ແລະ ສ້າງຕັ້ງກອງທຶນປະກັນສຸຂະພາບແຫ່ງຊາດ ການບໍລິການຂອງຄົນເຈັບທີ່ມາຈາກຕ່າງແຂວງພົບຄວາມຫຍຸ້ງຍາກຕໍ່ກັບການຝາກໜີ້, ການຈ່າຍເງິນສົດລ່ວງໜ້າ, ການຂໍທົດແທນເງິນຄືນ ແລະ ສະມາຊິກອົງການປະກັນສັງຄົມແຫ່ງຊາດ ຮັບການບໍລິການຕ່າງກັນລະຫວ່າງຜູ້ຢູ່ແຂວງ ແລະ ຜູ້ຢູ່ສູນກາງ; ບັນຫາດັ່ງກ່າວທຸກຄົນຕ້ອງໄດ້ສຸມສະຕິປັນຍາເຂົ້າໃນການຕິດຕາມ ຄົ້ນຄວ້າ ປຶກສາຫາລື ແລກປ່ຽນບົດຮຽນ ປະກອບຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີ ຢ່າງກົງໄປກົງມາ ເພື່ອໃຫ້ເກີດປະໂຫຍດສູງສຸດ.