ສອບເສັງລະດັບຊາດເພື່ອຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບການປິ່ນປົວ ສົກປີ 2020

ການສອບເສັງລະດັບຊາດເພື່ອຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວສຳລັບທ່ານໝໍທີ່ສຳເລັດການສຶກສາ ຈາກມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ  ປີ 2020 ຄັ້ງທຳອິດ ຊື່ງເປັນເຫດການປະຫັວດສາດ ຂອງກະຊວງສາທາລະນະສຸກ ສປປ ລາວ, ຈຸດປະສົງແມ່ນເພື່ອປະເມີນລະດັບຄວາມຮູ້ ຄວາມສາມາດ ສະຕິປັນຍາ ແລະ ຄວາມສະໝັກໃຈໃນການໃຫ້ບໍລິການສຸຂະພາບ ຫຼັງຈາກນັກສຶກສາຮຽນຈົບຕາມມາດຕະຖານຫຼັກສູດຢູ່ໃນ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ເພື່ອເປັນການຢັ້ງຢືນອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນ. ໃນການຈັດຕັ້ງປະຕິບັດການສອບເສັງລະດັບຊາດນີ້ ແມ່ນຄະນະກຳມະການວິຊາຊີບປິ່ນປົວການແພດຂອງ ສະພາຄຸ້ມຄອງວິຊາຊີບປິ່ນປົວໄດ້ສົມທົບກັບຄະນະແພດສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ  ແລະ ບັນດາໂຮງໝໍສິດສອນຂັ້ນສູນກາງ ຮັບຜິດຊອບຮ່ວມກັນໃນການກະກຽມ ແລະ ດຳເນີການສອບເສັງ,    ການສອບເສັງຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກໃຫ່ຍຄື : ພາກທິດສະດີ MCQS ພາກປະຕິບັດຕົວຈິງ OSCES ປະກອບດ້ວຍວິຊາ ພະຍາດພາຍໃນ ຫຼື ອາຍຸລະສາດ, ພະຍາດພາຍນອກ ຫຼື ສັນລະສາດ, ພະຍາດເດັກ ຫຼື ກູມມານເວດສາດ, ແລະ ວິຊາປະສູດ- ພະຍາດຍິງ ຫຼື ນາລີເວດ-ສຸຕິສາດ. ມີຜູ້ຮ່ວມສອບເສັງທັງໝົດ 125 […]

ສອບເສັງລະດັບຊາດເພື່ອຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບການປິ່ນປົວ ສົກປີ 2020 Read More »