May 2021

ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ

ແມ່ນໂຄງການທີ່ຢູ່ພາຍໃຕ້ການຈັດຕັ້ງປະຕິບັດຂອງກະຊວງສາທາລະນະສຸກ ໂດຍມີຫ້ອງການປະສານງານຕັ້້ງຢູ່ກົມແຜນການ ແລະ ການຮ່ວມມື, ພາຍໃຕ້ການໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ. ໂຄງການນີ້ມີຈຸດປະສົງ ເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19 ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ໃນການຕອບໂຕ້ກັບສະພາວະສຸກເສີນ ຢູ່ ສ ປ ປ ລາວ ເຊິ່ງມີພື້ນທີ່ປົກຄຸມທົ່ວປະເທດ. ງົບປະມານເບື້ອງຕົ້ນທີ່ໄດ້ຮັບການຊ່ວຍເຫຼືອໃນຮູບແບບການກູ້ຢືມ US$ 18 ລ້ານ ເພື່ອວຽກງານຕອບໂຕ້ສຸກເສີນຕໍ່ການລະບາດຂອງພະຍາດໂຄວິດ-19, ງົບປະມານເພີ່ມ US$ 10 ລ້ານ ສຳລັບວຽກງານສັກຢາກັນພະຍາດໂຄວິດ-19 ແລະ ງົບປະມານຊ່ວຍເຫຼືອລ້າ US$ 5 ລ້ານ. ມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ 10/4/2020 –31/12/2023. ປະຈຸບັນ ທາງໂຄງການໄດ້ສຳເລັດກະກຽມແຜນຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມ ສຳລັບງົບປະມານເພີ່ມ, ແຜນການມີສ່ວນຮ່ວມຂອງຜູ້ທີ່ກ່ຽວຂ້ອງ ແລະ ກອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ເພື່ອເປັນ ແນວທາງໃນການຈັດຕັ້ງປະຕິບັດໂຄງການ. ທ່ານທີ່ສົນໃຈກ່ຽວກັບບົດສັງລວມຫຍໍ້ໂຄງການ ສາມາດພົວພັນ ໄດ້ທີ່ຫ້ອງການປະສານງານໂຄງການ ຫຼື ຜ່ານຊ່ອງທາງຄື +856 20 55

ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ Read More »

ກະຊວງສາທາລະນະສຸກ ປະກາດແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າຫ້ອງການ ແລະ ຫົວໜ້າກົມ

ໃນວັນທີ 7 ພຶດສະພາ 2021 ທີ່ຜ່ານມາ ກະຊວງສາທາລະນະສຸກ ໄດ້ປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຍົກຍ້າຍຄະນະການນຳໄປຮັບໜ້າທີ່ໃໝ່ ແລະ ພັກຜ່ອນຮັບນະໂຍບາຍອຸດໜູນບຳນານ: 1. ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຍ້າຍໄປຮັບໜ້າທີ່ໃໝ່ ເປັນປະທານອົງການກາແດງລາວ. 2. ທ່ານ ດຣ. ສະໜອງ ທອງສະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ເປັນຮອງລັດຖະມົນຕີ ກະຊວງສາທາລະນະສຸກ. 3. ທ່ານ ດຣ. ໄພວັນ ແກ້ວປະເສີດ ຜູ້ອຳນວຍການໂຮງໝໍເຊດຖາທິລາດ ເປັນຫົວໜ້າກົມກວດກາ ກະຊວງສາທາລະນະສຸກ. 5. ທ່ານ ນ. ອາພອນ ວິຊາເທບ ຮອງອຳນວຍການໂຮງໝໍມະໂຫສົດ ເປັນຫົວໜ້າຫ້ອງການປະກັນສຸຂະພາບ 6. ທ່ານ ດຣ. ນ. ຈັນຖະໜອມ ມະນີທິບ ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນຜູ້ຮັກສາການຫົວໜ້າຫ້ອງການກະຊວງສາທາລະນະສຸກ. 7. ທ່ານ ດຣ.

ກະຊວງສາທາລະນະສຸກ ປະກາດແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າຫ້ອງການ ແລະ ຫົວໜ້າກົມ Read More »

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ

ໃນວັນທີ 12 ພຶດສະພາ 2021, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກຊີນ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີຢ່າງເປັນທາງການກໍຄືການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດລາວ ແລະ ອົດສະຕຣາລີ. ການຊ່ວຍເຫຼືອຢາວັກຊີນຂອງ ອົດສະຕຣາລີ ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມຈາກເບື້ອງຕົ້ນ ຈໍານວນ 4,8 ລ້ານໂດລາອົດສະຕຣາລີ ເພື່ອນໍາໃຊ້ເຂົ້າໃນວຽກງານແກ້ໄຂຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ປັດຈຸບັນ. ນອກຈາກນີ້, ລັດຖະບານ ອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນຈຳນວນຫຼາຍເຂົ້າໃນ ໂຄງການ ໂຄແວັກສ (COVAX),

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ Read More »

ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ)

ໃນໄລຍະເວລາທີ່ຄະນະສະເພາະກິດລາຍງານໂຕເລກຜູ້ຕິດເຊື້ອທີ່ເພີ່ມຂຶ້ນທຸກມື້, ທ່ານຫົວໜ້າກົມປິ່ນປົວ ຍັງບອກອີກວ່າຕາມການສົມທົບກັບວິຊາການຂອງອົງການອະນາໄມໂລກ ໄດ້ປະເມີນຈະມີຜູ້ຕິດເຊື້ອຢູ່ລາວໄລຍະນີ້ ປະມານ 2.000 ຄົນ, ພ້ອມເຫັນພາບການກະກຽມສະຖານທີ່ ກະກຽມຕຽງ ເພື່ອໃຫ້ພຽງພໍ ຍິ່ງເຮັດໃຫ້ຢ້ານ. ຫຼາຍໆຄົນທັງຮ້າຍທັງດ່າຜູ້ນໍາເຊື້ອເຂົ້າມາແພ່ (ຍ້ອນເຫັນແກ່ເງິນ) ກໍເມື່ອຍຮ້າຍເມື່ອຍດ່າ ເພາະຜູ້ກ່ຽວກໍນອນເສີຍເອີດເຕີດຢູ່ໂຮງໝໍ (ໝັ້ນໃຈຕົວເອງສຸດໆ, ທຸກຄົນອ້ອມຂ້າງຕົນເອງຜິດໝົດນອກຈາກຕົນເອງ) ໃຫ້ແພດໝໍໃຫ້ ການປິ່ນປົວຢູ່ (ຈັກຈະໄດ້ອ່ານໄດ້ຟັງຜູ້ຂຽນ ຜູ້ເວົ້າ ທີ່ ໂພສລົງໃຫ້ອ່ານຫຼືບໍ່, ແຕ່ເຖິງອ່ານກໍຄົງບໍ່ສະດຸ້ງສະເທືອນດອກ). ເມື່ອແກ້ໄຂສິ່ງທີ່ເກີດຂຶ້ນຜ່ານມາບໍ່ໄດ້ແລ້ວ, ທີ່ເພິ່ງທາງກາຍ ແລະ ໃຈ ດຽວນີ້ກໍແມ່ນວັກຊີນຕ້ານໂຄວິດ 19. ວັກຊີນແມ່ນຫຍັງ? ນັກວິທະຍາສາດເອົາຫຍັງມາເຮັດວັກຊີນ? ເອົາສານເຄມີ ຫຼື ເອົາພືດຢາທີ່ເປັນທໍາມະຊາດຄືເຮັດຢາປົວພະຍາດ ມາສະກັດເຮັດວັກຊີນບໍ່? ກົງກັນຂ້າມ ວັກຊີນ (ລວມທັງວັກຊີນທີ່ສັກໃຫ້ເດັກນ້ອຍ) ແມ່ນເອົາເຊື້ອພະຍາດໂຕດັ່ງກ່າວ (ເຊັ່ນຕ້ານວັນນະໂລກກໍເອົາເຊື້ອວັນນະໂລກ, ຕ້ານໂຄວິດ 19 ກໍເອົາເຊື້ອໂຄວິດ 19) ທີ່ຕາຍແລ້ວ ຫຼື ຍັງມີຊີວິດຢູ່ ແຕ່ມາເຮັດໃຫ້ມັນອ່ອນແອລົງທີ່ສຸດຈົນບໍ່ສາມາດກໍ່ໃຫ້ເກີດພະຍາດໄດ້ (ດັ່ງນັ້ນການເກັບຮັກສາວັກຊິນ ຈຶ່ງຢູ່ໃນອຸນຫະພູມ ທີ່ແຕກຕ່າງ). ນັກວິທະຍາສາດສະກັດເອົາສິ່ງເຫຼົ່ານີ້ມາເຮັດເປັນວັກຊີນ. ເມື່ອເຮົາໄດ້ຮັບວັກຊີນ, ເຊິ່ງເໝືອນສົ່ງໜ້າຕາແມ່ພະຍາດເຂົ້າຮ່າງກາຍ.

ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ) Read More »

ບໍ່ວ່າຈະກໍລະນີໃດໆກໍ່ຕາມ ສສຫວຽດນາມ ຈະຢູ່ຄຽງຂ້າງ ສປປລາວຕະຫຼອດໄປ

ເພື່ອນຫວຽດນາມໃຫ້ຄຳໝັ້ນສັນຍາວ່າ:ບໍ່ວ່າຈະກໍລະນີໃດໆກໍ່ຕາມຫວຽດນາມຈະຢູ່ຄຽງຂ້າງສປປລາວຕະຫຼອດໄປໃນບັ້ນຮົບຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິ ດ ໃຫ້ໄດ້ຮັບໄຊຊະນະ.ທ່ານລັດຖະມົນຕີກະຊວງສາທາລະນະສຸກ ສສ ຫວຽດນາມຢັ້ງຢືນວ່າ:ລັດຖະບານຫວຽດນາມຈະໃຫ້ການຊວ່ຍເຫຼືອແກ່ລາວເຊັ່ນ:ເຄືີ່ອງຊວ່ຍຫາຍໃຈຈຳນວນ200ເຄື່ອງ,ຜ້າອັດປາກ-ດັງສຳລັບແພດໝໍຈຳນວນ 2 ລ້ານອັນ,ຢາ ChlorominBຈຳນວນ10ໂຕນແລະອຸປະກອນການແພດອື່ນໆອີກ.

ບໍ່ວ່າຈະກໍລະນີໃດໆກໍ່ຕາມ ສສຫວຽດນາມ ຈະຢູ່ຄຽງຂ້າງ ສປປລາວຕະຫຼອດໄປ Read More »