ໄຂ້ຍຸງລາຍລະບາດໃນລາວມີຜູ້ປ່ວຍເກືອບ 3 ພັນຄົນ! ເສຍຊີວິດແລ້ວ 8 ຄົນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 09/07/2020 ມີ 75 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-09/07/2020 ມີ 2,736 ກໍລະນີ ແລະ ເສຍຊີວິດ 08 ກໍລະນີ.

ລາຍລະອຽດກໍລະນີເສຍຊີວິດ: ເພດຊາຍ, ອາຍຸ 20 ປີ, ອາຊີບກຳມະກອນ, ຢູ່ບ້ານ ນໍ້າພານ: ເມືອງ ຄູນ, ແຂວງ ຊຽງຂວາງ, ອາການ ໄຂ້, ເຈັບຫົວ, ເຈັບກ້າມຊີ້ນ, ຕຸ່ມຜື່ນຄັນ, ມີຈຸດຊໍ້າເລືອດ, ເຮັດຕວກນິເກເປັນບວກ, ເລີ່ມຕົ້ນເຈັບວັນທີ 28/06/2020, ເຂົ້າໂຮງໝໍ ວັນທີ 01/07/2020, ແລະ ເສຍຊີວິດວັນທີ 07/07/2020, ສົ່ງຕົວຢ່າງມາ ສວລ ວັນທີ 03/07/2020 ລໍຖ້າຜົນກວດ.

ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 625 ກໍ­ລະ­ນີ, ເສຍ​ຊີ­ວິດ 3 ຄົນ; ບໍ​ລິ​ຄຳ​ໄຊ 339 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ແຂວງ​ວຽງ​ຈັນ 335 ກໍ­ລະ­ນີ; ສະຫວັນ​ນະ​ເຂດ 251 ກໍ­ລະ­ນີ; ອັດ​ຕະ​ປື 238 ກໍ­ລະ­ນີ;  ຄຳ​ມ່ວນ 204 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ສາ­ລະ​ວັນ 146 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 132 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ຫຼວງ​ນໍ້າ​ທາ 105 ກໍ­ລະ­ນີ;  ບໍ່​ແກ້ວ 93 ກໍ­ລະ­ນີ; ຫຼວງ​ພະ​ບາງ 94 ກໍ­ລະ­ນີ; ເຊ​ກອງ 54 ກໍ­ລະ­ນີ,  ໄຊ​ສົມ­ບູນ 49 ກໍ­ລະ­ນີ; ອຸ­ດົມ​ໄຊ 49 ກໍ­ລະ­ນີ; ຈຳ­ປາ​ສັກ 18 ກໍ­ລະ­ນີ; ຜົ້ງ​ສາ­ລີ 5 ກໍ­ລະ­ນີ; ຫົວ­ພັນ 1 ກໍ­ລະ­ນີ; ​ຊຽງ​ຂວາງ 1 ກໍລະນີ ເສຍຊີວິດ 1ຄົນ.