ຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ

ວັນທີ 8 ເດືອນ ກໍລະກົດ 2020 ມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກ ຫຼືໄຂ້ຍຸງລາຍເພີ່ມອີກ 1 ຄົນ ເຊິ່ງປັດຈຸບັນມີຜູ້ເສຍຊີວິດແລ້ວໃນທົ່ວປະເທດລວມທັງໝົດ 8 ຄົນ, ສະເພາະໃນວັນດຽວກັນມີຜູ້ຕິດເຊື້ອເພີ່ມຂຶ້ນ 47 ກໍລະນີ. ສ່ວນກໍລະນີທີ່ເສຍຊີວິດເພີ່ມແມ່ນປະຊາຊົນແຂວງຊຽງຂວາງ. ນັບແຕ່ຕົ້ນປີ 2020 ເຖິງປະຈຸບັນມີຜູ້ຕິດເຊື້ອໄຂ້ເລືອດອອກສະສົມໃນ 17 ແຂວງ ແລະໃນນະຄອນຫຼວງລວມເຖິງ 2,661 ກໍລະນີ, ໃນນັ້ນແມ່ນນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອຫາຍກວ່າໝູ່ເຖິງ 608 ກໍລະນີ, ຮອງແມ່ນແຂວງບໍລິຄໍາໄຊ 333 ກໍລະນີ ແລະແຂວງວຽງຈັນ 329 ກໍລະນີ ຕາມລໍາດັບ. ກ່ຽວກັບບັນຫານີ້, ເຈົ້າໜ້າທີ່ສາທາລະນະສຸກກໍ່ໄດ້ເນັ້ນໜັກເລື້ອຍໆໃນການເຕືອນສະຕິມາຍັງປະຊາຊົນທົ່ວປະເທດໃຫ້ເອົາໃຈໃສ່ພິເສດຕໍ່ການກໍາຈັດແຫຼ່ງທີ່ຢູ່ອາໄສຂອງຍຸງລາຍ ເປັນຕົ້ນແມ່ນໄລຍະລະດູຝົນ ໂດຍສະເພາະການປະຕິບັດ 5 ປ ຄື ປ1 ແມ່ນ ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ປ2 ແມ່ນ ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ3 ແມ່ນ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳໃນອ່າງດອກບົວ, […]

ຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ Read More »