ລາວມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍ 7 ຄົນ ຕິດເຊື້ອສະສົມ 2.345 ຄົນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 01/07/2020 ມີ 41 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດນັບແຕ່ວັນທີ 28/12/2019-01/07/2020 ມີ 2,345 ກໍລະນີ ແລະ ເສຍຊີວິດ 07 ກໍລະນີ. ສຳນັກຂ່າວສານປະເທດລາວ ລາຍງານວ່າ ທ່ານ ດຣ. ສີສະຫວາດ ສູດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 2 ກໍລະກົດ 2020 ນີ້ວ່າ: ປັດຈຸບັນ ສປປ ລາວ ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ທັງໝົດ 07 ຄົນ, ໃນນັ້ນະຄອນຫລວງວຽງຈັນ 03 ຄົນ, ບໍລິຄໍາໄຊ 02 ຄົນ, ຄໍາມ່ວນ 01 ຄົນ ແລະ ໄຊຍະບູລີ 01 ຄົນ, ມີຜູ້ຕິດເຊື້ອກໍລະນີສະສົມ 2.345 ຄົນ. […]

ລາວມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍ 7 ຄົນ ຕິດເຊື້ອສະສົມ 2.345 ຄົນ Read More »