ເດັກນ້ອຍລາວເກືອບ 3 ແສນຄົນທົ່ວປະເທດຍັງຂາດສານອາຫານ

ເມື່ອວັນທີ 17 ກໍລະກົດນີ້ວ່າ ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເດັກນ້ອຍລາວ 1 ໃນ 3 ຄົນ ຫຼື ເກືອບ 300.000 ຄົນ ໃນຂອບເຂດທົ່ວປະເທດຍັງມີການພັດທະນາດ້ານຕ່າງໆຊັກຊ້າບໍ່ໄດ້ມາດຕະຖານ ແລະ ມີຄວາມສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍ່າເຮື້ອ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ທ່ານ ຮສ ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະໂພຊະນາການ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານວຽກງານໂພຊະນາການຢູ່ ລາວ ໃນກອງປະຊຸມ ຄະນະກໍາມະການແຫ່ງຊາດດ້ານໂພຊະນາການເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ ທີ່ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າ: ເຖິງແມ່ນວ່າຈະສາມາດແກ້ໄຂ ບັນຫາເລື່ອງໂພຊະນາການໄດ້ດີໃນລະດັບໜຶ່ງ ແຕ່ກໍ່ຍັງມີເດັກນ້ອຍລາວຈໍານວນບໍ່ໜ້ອຍທີ່ຍັງມີວິວັດທະນາການ ແລະ ມີການພັດທະນາດ້ານຕ່າງໆ ທີ່ຊັກຊ້າ ບໍ່ວ່າຈະເປັນດ້ານສຸຂະພາບທາງຮ່າງກາຍ, ມັນສະໝອງ, […]

ເດັກນ້ອຍລາວເກືອບ 3 ແສນຄົນທົ່ວປະເທດຍັງຂາດສານອາຫານ Read More »