ຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ

ວັນທີ 8 ເດືອນ ກໍລະກົດ 2020 ມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກ ຫຼືໄຂ້ຍຸງລາຍເພີ່ມອີກ 1 ຄົນ ເຊິ່ງປັດຈຸບັນມີຜູ້ເສຍຊີວິດແລ້ວໃນທົ່ວປະເທດລວມທັງໝົດ 8 ຄົນ, ສະເພາະໃນວັນດຽວກັນມີຜູ້ຕິດເຊື້ອເພີ່ມຂຶ້ນ 47 ກໍລະນີ. ສ່ວນກໍລະນີທີ່ເສຍຊີວິດເພີ່ມແມ່ນປະຊາຊົນແຂວງຊຽງຂວາງ.

ນັບແຕ່ຕົ້ນປີ 2020 ເຖິງປະຈຸບັນມີຜູ້ຕິດເຊື້ອໄຂ້ເລືອດອອກສະສົມໃນ 17 ແຂວງ ແລະໃນນະຄອນຫຼວງລວມເຖິງ 2,661 ກໍລະນີ, ໃນນັ້ນແມ່ນນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອຫາຍກວ່າໝູ່ເຖິງ 608 ກໍລະນີ, ຮອງແມ່ນແຂວງບໍລິຄໍາໄຊ 333 ກໍລະນີ ແລະແຂວງວຽງຈັນ 329 ກໍລະນີ ຕາມລໍາດັບ.

ກ່ຽວກັບບັນຫານີ້, ເຈົ້າໜ້າທີ່ສາທາລະນະສຸກກໍ່ໄດ້ເນັ້ນໜັກເລື້ອຍໆໃນການເຕືອນສະຕິມາຍັງປະຊາຊົນທົ່ວປະເທດໃຫ້ເອົາໃຈໃສ່ພິເສດຕໍ່ການກໍາຈັດແຫຼ່ງທີ່ຢູ່ອາໄສຂອງຍຸງລາຍ ເປັນຕົ້ນແມ່ນໄລຍະລະດູຝົນ ໂດຍສະເພາະການປະຕິບັດ 5 ປ ຄື ປ1 ແມ່ນ ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່;

ປ2 ແມ່ນ ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ3 ແມ່ນ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳໃນອ່າງດອກບົວ, ອ່າງນໍ້າດອກໄມ້ ຫຼືອ່າງນໍ້າປະດັບປະດາອື່ນໆ, ປ4 ແມ່ນ ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ, ກະປ໋ອງ ,ຢາງຕີນລົດເກົ່າ ຫຼືພາຊະນະທີ່ມີນໍາຂັງ; ປ5 ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ.

ຫຼືທ່ານສາມາດປະຕິບັດຕາມຄໍາແນະນໍາຂອງສາທາລະນະສຸກອື່ນໆອີກ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດໄຂ້ເລືອດອອກ.