July 27, 2020

ລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ

ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 101ວັນ. ຜູ້ຕິດເຊື້ອໂຄວິດ-19ກໍລະນີທີ 20 ທີ່ໄດ້ຮັບການຢັ້ງຢືນ ເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ , ບ່ອນເຮັດວຽກ: ເຂື່ອນໄຟຟ້ານໍ້າງຽບ (ຜູ້ກ່ຽວຍັງບໍ່ທັນໄປເຮັດວຽກຢູ່ເຂື່ອນເທື່ອ ເພາະຍັງກັກໂຕຕາມລະບຽບການ) ກັກໂຕຢູ່ໂຮງແຮມໄດ້ທີ່ຖືກກຳໜົດເປັນບ່ອນກັກກັນໃນນະຄອນຫຼວງວຽງຈັນ ບໍ່ມີອາການສະແດງອອກ ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດ ໂຄວິດ-19 ດ້ວຍ RT-PCR ໃຫ້ຜົນລົບ. ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ […]

ລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ Read More »

ສາທາລະນະສຸກຮຽກຮ້ອງປະຊາຊົນຢ່າແຕກຕື່ນ ແລະ ຍັງບໍ່ທັນໃຊ້ມາດຕະການປິດເມືອງເທື່ອ

ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 102ວັນ. ກ່ຽວກັບມາດຕະການຫຼັງຈາກກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ປະຕິບັດດັ່ງນີ້: 1. ເອົາຜູ້ປ່ວຍແຍກປ່ຽວໄປປິ່ນປົວຢູ່ໂຮງໝໍ ພ້ອມຈັດຕັ້ງທີມແພດຕິດຕາມປິ່ນປົວຜູ້ຕິດເຊື້ອ. 2. ຂ້າເຊື້ອຢູ່ຫ້ອງພັກໂຮງແຮມ, ລົດຕູ້, ເຮືອບິນ. 3. ຕິດຕາມຜູ້ສຳຜັດໃກ້ຊິດ 17 ຄົນ ແລະ ກວດຫາເຊື້ອໃຫ້ຜົນລົບ ແຕ່ສືບຕໍ່ກັກຕົວ 14 ມື້ເພື່ອຕິດຕາມອາການ ແລະ ຍັງໄດ້ຈໍາກັດບໍລິເວນຂອງຈຸບິນຂອງຖ້ຽວບິນດັ່ງກ່າວ ເຊິ່ງໄດ້ກວດເຊື້ອຂອງຈຸບິນທັງໝົດ ແຕ່ອອກມາເປັນລົບ. ທ່ານ ພູທອນ ເມືອງປາກ

ສາທາລະນະສຸກຮຽກຮ້ອງປະຊາຊົນຢ່າແຕກຕື່ນ ແລະ ຍັງບໍ່ທັນໃຊ້ມາດຕະການປິດເມືອງເທື່ອ Read More »