ສືບຕໍ່ປິດດ່ານຕໍ່ໄປ ງົດວີຊາ, ປິຮ້ານບັນເທີງ​ ແລະໂຈະຍົນເຊົ່າເໝົາລຳ

ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ. ລັດຖະບານລາວຈຶ່ງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດ ຂອງພະຍາດ COVID-19 ໄປອີກ 1 ເດືອນ ເພາະເຫັນວ່າຍັງມີຄວາມສ່ຽງໃນການນຳເຂົ້າເຊື້ອພະຍາດດັ່ງກ່າວຈາກການເດີນທາງ ເຂົ້າ-ອອກ ໂດຍນັບແຕ່ ວັນທີ 1- 31 ສິງຫາ 2020 ເພື່ອປ້ອງກັນພະຍາດໂຄວິດ-19 ນີ້ບໍ່ໃຫ້ກັບມາຮອບ 2. ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຕາງໜ້າໃຫ້ລັດຖະບານລາວຖະແຫຼງຂ່າວໃນຕອນບ່າຍຂອງມື້ນີ້ວັນທີ 30 ກໍລະກົດ ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາຕະການຜ່ອນຜັນດັ່ງກ່າວໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ໃຫ້ສືບຕໍ່ຂະຫຍາຍ ການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ຄວບຄຸມ ຕາມເນື້ອໃນ ທີ່ໄດ້ກຳນົດ ໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020 ແລະ […]

ສືບຕໍ່ປິດດ່ານຕໍ່ໄປ ງົດວີຊາ, ປິຮ້ານບັນເທີງ​ ແລະໂຈະຍົນເຊົ່າເໝົາລຳ Read More »