Dr.Khamvanh

Dr.Khamvanh

ໄຂ້ຍຸງລາຍລະບາດໃນລາວມີຜູ້ປ່ວຍເກືອບ 3 ພັນຄົນ! ເສຍຊີວິດແລ້ວ 8 ຄົນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 09/07/2020 ມີ 75 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-09/07/2020 ມີ 2,736 ກໍລະນີ ແລະ ເສຍຊີວິດ 08 ກໍລະນີ. ລາຍລະອຽດກໍລະນີເສຍຊີວິດ: ເພດຊາຍ, ອາຍຸ 20 ປີ, ອາຊີບກຳມະກອນ, ຢູ່ບ້ານ ນໍ້າພານ: ເມືອງ ຄູນ, ແຂວງ ຊຽງຂວາງ, ອາການ ໄຂ້, ເຈັບຫົວ, ເຈັບກ້າມຊີ້ນ, ຕຸ່ມຜື່ນຄັນ, ມີຈຸດຊໍ້າເລືອດ, ເຮັດຕວກນິເກເປັນບວກ, ເລີ່ມຕົ້ນເຈັບວັນທີ 28/06/2020, ເຂົ້າໂຮງໝໍ ວັນທີ 01/07/2020, ແລະ ເສຍຊີວິດວັນທີ 07/07/2020, ສົ່ງຕົວຢ່າງມາ ສວລ ວັນທີ 03/07/2020 ລໍຖ້າຜົນກວດ. ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 625 […]

ໄຂ້ຍຸງລາຍລະບາດໃນລາວມີຜູ້ປ່ວຍເກືອບ 3 ພັນຄົນ! ເສຍຊີວິດແລ້ວ 8 ຄົນ Read More »

ຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ

ວັນທີ 8 ເດືອນ ກໍລະກົດ 2020 ມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກ ຫຼືໄຂ້ຍຸງລາຍເພີ່ມອີກ 1 ຄົນ ເຊິ່ງປັດຈຸບັນມີຜູ້ເສຍຊີວິດແລ້ວໃນທົ່ວປະເທດລວມທັງໝົດ 8 ຄົນ, ສະເພາະໃນວັນດຽວກັນມີຜູ້ຕິດເຊື້ອເພີ່ມຂຶ້ນ 47 ກໍລະນີ. ສ່ວນກໍລະນີທີ່ເສຍຊີວິດເພີ່ມແມ່ນປະຊາຊົນແຂວງຊຽງຂວາງ. ນັບແຕ່ຕົ້ນປີ 2020 ເຖິງປະຈຸບັນມີຜູ້ຕິດເຊື້ອໄຂ້ເລືອດອອກສະສົມໃນ 17 ແຂວງ ແລະໃນນະຄອນຫຼວງລວມເຖິງ 2,661 ກໍລະນີ, ໃນນັ້ນແມ່ນນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອຫາຍກວ່າໝູ່ເຖິງ 608 ກໍລະນີ, ຮອງແມ່ນແຂວງບໍລິຄໍາໄຊ 333 ກໍລະນີ ແລະແຂວງວຽງຈັນ 329 ກໍລະນີ ຕາມລໍາດັບ. ກ່ຽວກັບບັນຫານີ້, ເຈົ້າໜ້າທີ່ສາທາລະນະສຸກກໍ່ໄດ້ເນັ້ນໜັກເລື້ອຍໆໃນການເຕືອນສະຕິມາຍັງປະຊາຊົນທົ່ວປະເທດໃຫ້ເອົາໃຈໃສ່ພິເສດຕໍ່ການກໍາຈັດແຫຼ່ງທີ່ຢູ່ອາໄສຂອງຍຸງລາຍ ເປັນຕົ້ນແມ່ນໄລຍະລະດູຝົນ ໂດຍສະເພາະການປະຕິບັດ 5 ປ ຄື ປ1 ແມ່ນ ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ປ2 ແມ່ນ ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ3 ແມ່ນ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳໃນອ່າງດອກບົວ,

ຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ Read More »

ລາວມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍ 7 ຄົນ ຕິດເຊື້ອສະສົມ 2.345 ຄົນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 01/07/2020 ມີ 41 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດນັບແຕ່ວັນທີ 28/12/2019-01/07/2020 ມີ 2,345 ກໍລະນີ ແລະ ເສຍຊີວິດ 07 ກໍລະນີ. ສຳນັກຂ່າວສານປະເທດລາວ ລາຍງານວ່າ ທ່ານ ດຣ. ສີສະຫວາດ ສູດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 2 ກໍລະກົດ 2020 ນີ້ວ່າ: ປັດຈຸບັນ ສປປ ລາວ ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ທັງໝົດ 07 ຄົນ, ໃນນັ້ນະຄອນຫລວງວຽງຈັນ 03 ຄົນ, ບໍລິຄໍາໄຊ 02 ຄົນ, ຄໍາມ່ວນ 01 ຄົນ ແລະ ໄຊຍະບູລີ 01 ຄົນ, ມີຜູ້ຕິດເຊື້ອກໍລະນີສະສົມ 2.345 ຄົນ.

ລາວມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍ 7 ຄົນ ຕິດເຊື້ອສະສົມ 2.345 ຄົນ Read More »

ສືບຕໍ່ປິດດ່ານ ແລະການອອກວີຊາສຳລັບການທ່ອງທ່ຽວ

ອີງຕາມແຈ້ງການເລກທີ697/ຫສນຍ ລົງວັນທີ30 ມິຖຸນາ 2020 ວ່າ: ຜ່ານການຈັດຕັ້ງ ປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງໝົດ ແລະເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃໝ່ (New Normal) ເທື່ອລະກ້າວ. 1.ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ; 2.ສືບຕໍ່ປີດດ່ານປະເພນີ ແລະ ດ້ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງ ສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປີດສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວ ຕ່າງປະເທດ

ສືບຕໍ່ປິດດ່ານ ແລະການອອກວີຊາສຳລັບການທ່ອງທ່ຽວ Read More »

ຢາຕ້ານໄວຣັສໂຄວິດ-19 ຈາກຍີ່ປຸ່ນ ຖືກສົ່ງຮອດ ສປປ ລາວແລ້ວ

ວັນທີ 26 ມິຖຸນາ 2020, ທີ່ ນະຄອນຫຼວງວຽງຈັນລັດຖະບານຍີ່ປຸ່ນໄດ້ມອບຢາຕ້ານໄວຣັສອາວິເກັນ (Avigan) ໃຫ້ແກ່ ສປປ ລາວ. ຢາດັ່ງກ່າວມີຈຳນວນພຽງພໍເພື່ອຮັກສາຜູ້ປ່ວຍຈຳນວນ 100 ຄົນ. ໄດ້ຖືກມອບໃຫ້ແກ່ກະຊວງສາທາລະນະສຸກ. ການຊ່ວຍເຫຼືອໃນຄັ້ງນີ້, ເປັນການສະໜອງຕໍ່ການຮ້ອງຂໍຈາກລັດຖະບານ ສປປ ລາວ ໂດຍເປົ້າໝາຍທີ່ຈະເສີມຂະຫຍາຍການສຶກສາທາງດ້ານການແພດກ່ຽວກັບໂຕຢາອາວິເກັນເພື່ອໃຊ້ໃນການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ການມອບຢາດັ່ງກ່າວຄາດວ່າຈະປະກອບສ່ວນເຂົ້າໃນການສະກັດກັ້ນຄວາມເປັນໄປໄດ້ທີ່ຈະມີການແຜ່ລະບາດຮອບທີ່ 2 ໂດຍຜ່ານການກະກຽມທີ່ມີຄວາມພ້ອມຮັບມືຕໍ່ສະຖານະການ. ລັດຖະບານຍີ່ປຸ່ນກໍໄດ້ຊົມເຊີຍລັດຖະບານລາວຕໍ່ກັບຄວາມສາມາດໃນການຈັດຕັ້ງມາດຕະການຄວບຄຸມພະຍາດໂຄວິດ-19 ທີ່ດີ. ການສະກັດກັ້ນທີ່ມີປະສິດທິພາບສົ່ງຜົນໃຫ້ບໍ່ມີຈຳນວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອໃໝ່ເລີຍ ໃນໄລຍະ 2 ເດືອນທີ່ຜ່ານມາ. ລັດຖະບານຍີ່ປຸ່ນນັ້ນມີເປົ້າໝາຍທີ່ຈະມອບການຊ່ວຍເຫຼືອໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ໃຫ້ແກ່ລັດຖະບານລາວ. ໃນປີນີ້ເອງກໍເປັນປີຄົບຮອບ 65 ປີຂອງສາຍສຳພັນທາງການທູດ ຍີ່ປຸ່ນ-ລາວ ແລະ ຄົບຮອບ 5 ປີການເປັນຄູ່ຮ່ວມຍຸດທະສາດ. ປະເທດຍີ່ປຸ່ນໃນຖານະການເປັນຄູ່ຮ່ວມຍຸດທະສາດຂອງປະເທດລາວຈະສືບຕໍ່ຕັ້ງໜ້າສູ້ຊົນມອບການຊ່ວຍເຫຼືອ ເຊິ່ງບໍ່ມີພຽງແຕ່ກ່ຽວກັບການຕອບໂຕ້ພະຍາດໂຄວິດ-19 ເທົ່ານັ້ນ, ແຕ່ຈະມີການຊ່ວຍເຫຼືອໃນຂົງເຂດອື່ນເພື່ອປະຊາຊົນລາວຕື່ມອີກດ້ວຍ.

ຢາຕ້ານໄວຣັສໂຄວິດ-19 ຈາກຍີ່ປຸ່ນ ຖືກສົ່ງຮອດ ສປປ ລາວແລ້ວ Read More »

ອົງການອະນາໄມໂລກເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງຊົ່ວຄາວ

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງຂ່າວກ່ຽວກັບການກີນຢາຂ້າແມ່ທ້ອງໃນໂຮງຮຽນ ທີ່ເກີດຜົນຂ້າງຄຽງຂອງຢາ ໃນວັນທີ 25 ມິຖຸນາ 2020 ນີ້ ອັນເນື່ອງມາຈາກ ເປັນສາເຫດເຮັດໃຫ້ມີອາການມຶນເມົາຫລັງຈາກກິນເຂົ້າໄປ. ສະນັ້ນ, ຂໍໃຫ້ບອກຕໍ່ໆກັນເພື່ອປ້ອງກັນໃຫ້ທັນເວລາ ແລະ ໃຫ້ຕິດຕາມອາຫານລູກຊາຍຂອງທ່ານ ຫາກເຂົາເຈົ້າໄດ້ກິນຢານັ້ນແລ້ວ. ການຈັດຕັ້ງການກີນຢາໃນໂຮງຮຽນຄັ້ງນີ້ເລີ່ມຕົ້ນແຕ່ວັນທີ 16 ມິຖຸນາ 2020 ເປັນຕົ້ນມາໃນຂອບເຂດທົ່ວປະເທດ, ມາຮອດວັນທີ 24 ມິຖຸນາ 2020 ໄດ້ຮັບລາຍງານຈາກເມືອງ, ແຂວງ ມີນ້ອງນັກຮຽນເກີດຜົນຂ້າງຄຽງພາຍຫຼັງກີນຢາຂ້າແມ່ທ້ອງ ຈຳນວນ 231 ຄົນ (ນະຄອນຫຼວງ 220 ຄົນ ແລະ ແຂວງຈຳປາສັກ 11 ຄົນ), ເຊີ່ງນັກຮຽນ ທັງໝົດມີອາການແບບເບົາບາງ ເຊັ່ນ: ເຈັບຫົວ, ວິນຫົວ, ປວດຮາກ, ຮາກ ແລະ ຖອກທ້ອງ. ອາການຂອງນັກຮຽນ ທັງໝົດແມ່ນຫາຍດີໝົດທຸກຄົນແລ້ວ, ສະພາບເຊົ້ານີ້ຍັງມີບາງແຂວງລາຍງານກໍລະນີໃໝ່ ເຂົ້າມາທາງທີມງານຈະຕິດຕາມ ແລະ ກວດກາຢ່າງໃກ້ຊິດຕື່ມ. ຕໍ່ເຫດການທີ່ເກີດຂຶ້ນ

ອົງການອະນາໄມໂລກເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງຊົ່ວຄາວ Read More »

ຍອດຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດສູງເຖິງ 2 ພັນກວ່າຄົນ ເສຍຊີວິດ 6 ຄົນ

ສະພາບການພະຍາດໄຂ້ຍຸງລາຍໃນປະເທດເຮົາ ປັດຈຸບັນ, ຍັງຕ້ອງໄດ້ມີການເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ ເນື່ອງຈາກວ່າຍອດຜູ້ປ່ວຍໄຂ້ຍຸງລາຍຍັງມີອັດຕາເພີ່ມຂຶ້ນໃນແຕ່ລະວັນ. ທົ່ວປະເທດມີພຽງແຂວງຊຽງຂວາງທີ່ບໍ່ມີລາຍງານຜູ້ປ່ວຍໄຂ້ຍຸງລາຍ ສ່ວນນະຄອນຫຼວງວຽງຈັນແມ່ນມີຜູ້ປ່ວຍສູງເຖິງ 499 ຄົນ. ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 28/06/2020 ມີ 06 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-28/06/2020 ມີ 2,223 ກໍລະນີ ແລະ ເສຍຊີວິດ 06 ກໍລະນີ. ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 499 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ແຂວງ​ວຽງ​ຈັນ 305 ກໍ­ລະ­ນີ; ອັດ​ຕະ​ປື 230 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 257 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 178 ກໍ­ລະ­ນີ, ເສຍ​ຊີ­ວິດ 1

ຍອດຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດສູງເຖິງ 2 ພັນກວ່າຄົນ ເສຍຊີວິດ 6 ຄົນ Read More »

ໄຊຍະບູລີ ມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ ຫຼາຍກວ່າ 100 ກໍລະນີ

ການລະບາດໄຂ້ຍຸງລາຍປີນີ້ ແມ່ນມີທ່າອ່ຽງເພີ່ມຂຶ້ນຫຼາຍເມື່ອທຽບໃສ່ປີຜ່ານມາ ສະເພາະແຂວງໄຊຍະບູລີ ຜູ້ຕິດເຊື້ອໄຂ້ເລືອດອອກມີເຖິງ 100 ກວ່າກໍລະນີ ແລະ ເສຍຊີວິດແລ້ວ 1 ຄົນ. ທັງນີ້, ພະຍາດໄຂ້ເລືອດອອກໄດ້ເລີ່ມລະບາດຢູ່ແຂວງໄຊຍະບຸລີແຕ່ຫົວປີ ຈຳນວນຜູ້ຕິດເຊື້ອນັບມື້ນັບເພີ່ມຂຶ້ນຈາກຄົນໜຶ່ງໄປສູ່ຄົນອື່ນ ແລະ ຈາກບ້ານນີ້ໄປຫາບ້ານອື່ນທີ່ໃກ້ຄຽງຕໍ່ໆໄປ. ທັງທີ່ປີນີ້ຝົນຍັງບໍ່ທັນຕົກຫຼາຍ ແລະ ຍັງບໍ່ມີນໍ້າຂັງຫຼາຍຄືປີຜ່ານມາ ແຕ່ກົງກັນຂ້າມມີກໍລະນີຄົນເຈັບໄຂ້ຍຸງລາຍພັດຫຼາຍຂຶ້ນ. ທ່ານ ດຣ. ຄູນສະຫວັດ ເສນາພັນ ອໍານວຍການໂຮງໝໍແຂວງ ໄດ້ເປີດເຜີຍຕໍ່ສື່ທ້ອງຖິ່ນວ່າ: ນັບແຕ່ຕົ້ນເດືອນມັງກອນຮອດກາງເດືອນ ມິຖຸນາ 2020 ແຂວງໄຊຍະບູລີ ແມ່ນພົບຜູ້ເປັນພະຍາດໄຂ້ຍຸງລາຍທັງໝົດ 108 ກໍລະນີ, ເສຍຊີວິດ 1 ກໍລະນີ ໃນຈໍານວນ 31 ບ້ານ. ໃນນັ້ນ, ໄດ້ເກີດການລະບາດຢູ່ 4 ເມືອງ ຄື: ເມືອງໄຊຍະບູລີ ມີ 78 ກໍລະນີ, ມີ 21 ບ້ານ, ເມືອງພຽງ 27 ກໍລະນີ, ເສຍຊີວິດ 1

ໄຊຍະບູລີ ມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ ຫຼາຍກວ່າ 100 ກໍລະນີ Read More »