Dr.Khamvanh

Dr.Khamvanh

ປະເທດລາວໄດ້ຮັບການຍ້ອງຍໍຈາກ WHO ກັບໄຊຊະນະໃນການຮັບມືໂຄວິດ-19

ເວັບໄຊຂ່າວ laotiantimes ໄດ້ລາຍງານໃຫ້ຮູ້ວ່າ ປະເທດລາວໄດ້ຮັບການຍ້ອງຍໍຈາກຜູ້ຕາງໜ້າຂອງອົງການສາກົນດ້ານສາທາລະນະສຸກ ສຳລັບການຮັບມືກັບການແຜ່ລະບາດຂອງໂຄວິດ-19. ຫຼັງຈາກຜ່ານໄປເປັນເວລາ 59 ວັນ ໂດຍບໍ່ພົບຜູ້ປ່ວຍ ໂຄວິດ-19 ກໍລະນີໃໝ່ ແລະ  ຜູ້ປ່ວຍກໍລະນີສຸດທ້າຍໄດ້ອອກຈາກໂຮງໝໍເປັນທີ່ຮຽບຮ້ອຍ ທ່ານ ທອງລຸນ ສິສຸລິດ ໄດ້ກ່າວຄໍາປາໄສ ເມື່ອວັນທີ 10 ມິຖຸນາ ທີ່ຜ່ານມາ ກ່ຽວກັບຄວາມສຳເລັດຂອງປະເທດໃນການຄວບຄຸມການລະບາດຂອງໄວຣັດໂຄວິດ-19 ພ້ອມກ່າວຂອບໃຈບັນດາຄູ່ຮ່ວມມືສາກົນທີ່ໃຫ້ການສະ ໜັບສະໜູນ. ໃນບົດກ່າວປາໄສ  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊົມເຊີຍຄະນະສະເພາະກິດ ທີ່ໄດ້ປະຕິບັດມາດຕະການຄວບຄຸມທີ່ວ່ອງໄວ ແລະ ມີປະສິດຕິຜົນ ຢຸດເຊົາການລະບາດຂອງ ໂຄວິດ-19 ພ້ອມຍ້ອງຍໍການປະກອບສ່ວນ ແລະ ການເສຍສະຫຼະຂອງປະຊາຊົນໃນການສັງເກດເບິ່ງຂໍ້ຈຳກັດຕ່າງໆກ່ຽວວ່າພວກເຂົາສາມາດໄປສະຖານທີ່ໃດໄດ້ ຫຼື ສາມາດເຮັດກິດຈະກຳຫຍັງໄດ້ແນ່. ທ່ານ ດຣ Howard Sobel ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ ໄດ້ກ່າວຊົມເຊີຍຜົນສຳເລັດຂອງລັດຖະບານລາວໃນການຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຄັ້ງທຳອິດຂອງປະເທດ. WHO ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກຂອງລາວ ແລະ ພາກສ່ວນອື່ນໆ ເພື່ອເສີມສ້າງຄວາມເຂັ້ມແຂງໃນການປ້ອງກັນປະເທດຕໍ່ການລະບາດຂອງໄວຣັດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆ.

ປະເທດລາວໄດ້ຮັບການຍ້ອງຍໍຈາກ WHO ກັບໄຊຊະນະໃນການຮັບມືໂຄວິດ-19 Read More »

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 19 ມິຖຸນາ 2020

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 18 ມິຖຸນາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,961 ຄົນ: ຈຸດຜ່ານດ່ານລາວ–ໄທ 1,438 ຄົນ ຊຶ່ງມີລາຍລະອຽດດັ່ງນີ້: ຜ່ານດ່ານນໍ້າເງິນ, ແຂວງໄຊຍະບູລີ 09 ຄົນ ທັງໝົດແມ່ນແຮງງານລາວ ມີຖິ່ນຖານ ມາຈາກແຂວງໄຊຍະບູລີ; ຜ່ານດ່ານຂົວມິດຕະພາບແຫ່ງທີ I ມີ05 ຄົນ ທັງໝົດແມ່ນຄົນໄທ ເຂົ້າມາເຮັດ ວຽກຢູ່ລາວ; ຜ່ານດ່ານ ຂົວມິດຕະພາບແຫ່ງທີ II ມີແຮງງານລາວ 89 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 88 ຄົນ ແລະ ຄໍາມ່ວນ 01 ຄົນ); ຜ່ານດ່ານ ຂົວມິດຕະພາບແຫ່ງທີ III ມີ ແຮງງານລາວ 65 ຄົນ (ມີຖິ່ນຖານຈາກ ຄໍາ ມ່ວນ 56 ຄົນ ສະຫວັນນະເຂດ 07ຄົນ ແລະ ສາລະວັນ

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 19 ມິຖຸນາ 2020 Read More »

ຜົນຮ້າຍ ແລະ ວິທີການປ້ອງກັນພະຍາດຄວາມດັນເລືອດ

ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ. ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ. ຄວາມດັນເລືອດແມ່ນສາເຫດທີ່ພາໃຫ້ມີການເສຍຊີວິດແລະຜົນເສຍຮ້າຍຕໍ່ເສັ້ນປະສາດຄືເຮັດໃຫ້ເປັນອຳມະພາດເຄີ່ງຕົວ, ກາຍເປັນເຈົ້າຍີງນິດທາ, ບາງຄັ້ງອາດພາໃຫ້ຫົວໃຈຊຸກໂຊມ, ຫົວໃຈຂາດເລືອດ, ມີຜົນກະທົບຫຼາຍຕໍ່ກັບຄຸນນະພາບໃນການດຳລົງຊີວິດ( ບໍ່ແຂງແຮງ, ບໍ່ສາມາດເຄື່ອນໄຫວໄດ້) ແລະມີຄວາມເປັນໄປໄດ້ທີ່ຈະເສຍຊີວິດສູງ. ດັ່ງນັ້ນການປີ່ນປົວພະຍາດຄວາມດັນເລືອດສູງແມ່ນຄວນໄດ້ຮັບການເອົາໃຈໃສ່ເພື່ອຫຼີກລ້ຽງອາການຮ້າຍແຮງທີ່ອາດຈະເກີດຂື້ນ. ດັ່ງນັ້ນຄວາມດັນເລືອດສູງແມ່ນຫຍັງ? ຄວາມດັນເລືອດສູງແມ່ນພະຍາດຊ້ຳເຮື້ອໃນນັ້ນຄວາມດັນຂອງເລືອດໃນລະບົບຫຼອດເລືອດເພີ່ມຂື້ນສູງ. ຄວາມດັນເລືອດໄດ້ແບ່ງອອກເປັນສະນິດຫຼັກແລະຮອງ. ປະມານ 90-95% “ພະຍາດຄວາມດັນແມ່ນຫຼັກ” ເພື່ອໃຊເຂົ້າໃນກໍລະນີທີ່ບໍ່ສາມາດບົ່ງບອກເຖີງສາເຫດຂອງພະຍາດຄວາມດັນເລືອດ. ແລະມີພຽງແຕ່ 5-10% ຂອງຈຳນວນຜູກວດແມ່ນຄວາມດັນເລືອດສູງສຳຮອງທີ່ເກີດຈາກພະຍາດ, ພາກສ່ວນອື່ນເຊັ່ນ: ໄຂ່ຫຼັງ, ຫຼອດເລືອດ, ຫົວໃຈ, ລະບົບຂັບຖ່າຍທີ່ພາໃຫ້ໄຂ່ຫຼັງຊຸກໂຊມຊ້ຳເຮື້ອ, ຫຼອດເລືອດໄຂ່ຫຼັງຕີບ, ຄວາມຮຸນແຮງຂອງ  aldosterone ພື້ນຖານ, ມີກ້ອນໃນໄຂ່ຫຼັງ ແລະເນື່ອງມາຈາກການກີນຢາຄຸມກຳເນີດ ຄວາມດັນເລືອດສູງແມ່ນໜື່ງໃນຄວາມສ່ຽງຂອງໂລກຫຼອດເລືອດ, ເລືອດກ້ານໃນຫົວໃຈ, ແລະ ຫຼອດເລືອດຫົວໃຈຕີບ, ນອກຈາກນັ້ນເປັນຍັງສາເຫດທີ່ພາໃຫ້ໄຂ່ຫຼັງຊຸກໂຊກຊ້ຳເຮື້ອ ແລະອາການຢູ່ຕາ, ຄວາມດັນເລືອດແມ່ນຈະເຮັດໃຫ້ອາຍຸໄຂພື້ນຖານຫຼົດລົງ. ເມື່ອໃດຈື່ງສາມາດເວົ້າໄດ້ວ່າຄວາມດັນເລືອດສູງ? ຄົນເຮົາມັກໃຫ້ຄວາມໜາຍ ຄວາມດັນເລືອດສູງ ( ຫຼືຄວາມດັນເລືອດຫຼາຍ)

ຜົນຮ້າຍ ແລະ ວິທີການປ້ອງກັນພະຍາດຄວາມດັນເລືອດ Read More »

ອາການຂອງພະຍາດກົດໄຫຼຢ້ອນໃນກະເພາະອາຫານ

ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ,ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ,ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້.ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ,ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້. ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ,ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ,ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້.ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ,ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້. I.ກົດໄຫຼຢ້ອນແມ່ນພະຍາດຫຍັງ? ພະຍາດກົດໄຫຼຢ້ອນແມ່ນອາການຂອງການໄຫຼຢ້ອນຂອງນໍ້າອາຊິດກະເພາະອາຫານ,ລົມໃນກະເພາະອາຫານ,ອາຫານ…ໄຫຼຂື້ນຫຼອດອາຫານເຮັດໃຫ້ເກີດການອັກເສບຫຼອດອາຫານ,ຫຼອດສຽງ,ຜົ້ງປາກ… ຖ້າອາການກົດໄຫຼຢ້ອນເກີດຂື້ນຫຼາຍກວ່າ2ເທື່ອຕໍ່ອາທິດໜຶ່ງ,ນັ້ນສາມາດບົ່ງບອກໄດ້ເລີຍວ່າທ່ານເປັນພະຍາດກົດໄຫຼຢ້ອນ ບັນດາສາເຫດທີ່ພາໃຫ້ເກີດພະຍາດກົດໄຫຼຢ້ອນແມ່ນເກີດມາຈາກການເຮັດວຽກຜິດປົກກະຕິຂອງເອັນຍຸ້ມຫຼອດອາຫານລຸ່ມສຸດ,ການກິນອາຫານຫຼາຍເກີນໄປ,ຫຼັງຈາກກິນອາຫານແລ້ວນອນເລີຍ,ຄົນທີ່ຕຸ້ຍຫຼາຍ,ມັກກິນອາຫານຕອນເດິກ,ກິນອາຫານທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ:ໝາກນາວ,ໝາກກ້ຽງ,ກະທຽມ,ຫົວຫອມໃຫຍ່,ອາຫານລົດເຜັດແລະອື່ນໆ,ດື່ມເຄື່ອງດື່ມທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ:ເຫຼົ້າ,ເບຍ,ນໍ້າອັດລົມ,ນໍ້າຊາ,ກາເຟ…ນອກຈາກນີ້ຍັງເກີດກັບຄົນທີ່ສູບຢາ,ຄົນກຳລັງຖືພາ,ຄົນທີ່ມັກກິນຢາຈຳພວກAspirin,Ibuprofen,ຢາຍານກ້າມເນື້ອ,ຢາລຸດຄວາມດັນເລືອດ… ຖ້າຫາກເປັນພະຍາດກົດໄຫຼຢ້ອນແຕ່ບໍ່ໄປກວດແລະບໍ່ໄດ້ຮັບການປິ່ນປົວທັນເວລາຈະພາໃຫ້ເກີດມີຜົນເສຍຫາຍຕາມມາເຊັ່ນ:ກະເພາະເກີດການອັກເສບແລະມີແຜໃນກະເພາະອາຫານ,ອັກເສບຫຼອດອາຫານແລະອາດຈະພາໃຫ້ເກີດເປັນມະເຮັງຫຼອດອາຫານໄດ້. II.ເອົາໃຈໃສ່9ອາການຂອງພະຍາດກົດໄຫຼຢ້ອນດັ່ງຕໍ່ໄປນີ້ ຮູ້ສຶກແສບມະໂຫກເວລານອນ ອາຊິດໃນກະເພາະອາຫານຈະໄຫຼຂື້ນຫຼອດອາຫານຫຼາຍຂື້ນໃນເວລານອນຫຼືເວລາທ່ານກົ້ມລົງ,ພາໃຫ້ເກີດອາການແສບມະໂຫກ ອາການນີ້ແມ່ນເປັນເພາະວ່າເວລາເຮົາຢືນແມ່ນອາຫານຈະນອນຢູ່ໃນກະເພາະອາຫານ,ແຕ່ເວລາທ່ານນອນລົງອາການກົດໄຫຼຢ້ອນຈະສາມາດເກີດຂື້ນໄດ້ງ່າຍຂື້ນ. ອາຊິດໃນກະເພາະອາຫານຈະເຮັດໃຫ້ເກີດອາການຮ້ອນຢູ່ບໍລິເວນໜ້າເອິກຂື້ນມາຫາຫຼອດອາຫານແລະພາໃຫ້ທ່ານມີຄວາມຮູ້ສຶກສົ້ມຢູ່ປາກ,ນີ້ເປັນອາການໜຶ່ງທີ່ສາມາດຊ່ວຍບອກອາການວ່າທ່ານເປັນພະຍາດກົດໄຫຼຢ້ອນ.ເພື່ອລຸດອາການແສບມະໂຫກທ່ານຄວນນອນໝູນໝອນສູງຂື້ນເວລານອນແລະບໍ່ຄວນກິນອາຫານເປັນຈຳນວນຫຼາຍກ່ອນເຂົ້ານອນ ອາການເຈັບບໍລິເວນໜ້າເອິກ ອາການນີ້ເກີດຂື້ນຍ້ອນອາຊິດໃນກະເພາະອາຫານແລະບາງເວລາອາດມີທັງອາຫານໄຫຼຂື້ນຫຼອດອາຫານເຮັດໃຫ້ທ່ານຮູ້ສຶກແຄ້ນ,ຮູ້ສຶກເຈັບບໍລິເວນໜ້າເອິກ,ທ່ານອາດຈະຮູ້ສຶກເຈັບຫຼາຍຫຼືໜ້ອຍ,ໃນໄລຍະເວລາຍາວນານຫຼືອາດຈະເປັນໃນເວລາສັ້ນໆ. ອາການເຈັບຄໍຫຼັງຈາກກິນອາຫານ ອາການເຈັບຄໍຫຼັງຈາກກິນອາຫານ,ສ່ວນຫຼາຍມັກເກີດຂື້ນເວລາທີ່ທ່ານກິນອາຫານເປັນຈຳນວນຫຼາຍຈະເຮັດໃຫ້ອາຫານລົ້ນຈາກກະເພາະອາຫານຈະພາໃຫ້ອາຊິດກະເພາະອາຫານແລະອາຫານໃນກະເພາະອາຫານໄຫຼຂື້ນຫຼອດອາຫານ.ສຳລັບທ່ານທີ່ເປັນພະຍາດກົດໄຫຼຢ້ອນ,ດີທີ່ສຸດທ່ານບໍ່ຄວນກິນອາຫານຫຼາຍເກີນໄປ,ບໍ່ກິນອາຫານທີ່ມັນເກີນໄປ,ບໍ່ກິນເຫຼົ້າ,ບໍ່ສູບຢາເພື່ອລຸດຜ່ອນອາການນີ້ໄດ້. ອາການຂົມປາກ ໃນບາງກໍລະນີ,ພະຍາດກົດໄຫຼຢ້ອນພາໃຫ້ການເຮັດວຽກຜິດປົກກະຕິຂອງເອັນຍຸ້ມລຸ່ມສຸດຂອງກະເພາະພາໃຫ້ນໍ້າບີໄຫຼຈາກລຳໄສ້ອ່ອນຂື້ນກະເພາະ,ແລ້ວໄຫຼຈາກກະເພາະຂື້ນຫຼອດອາຫານແລະໄຫຼເຂົ້າຜົ້ງປາກພາໃຫ້ເກີດອາການຂົມປາກ,ຖ້າມີອາການແບບນີ້ຄວນໄປພົບກັບທ່ານໝໍເພື່ອກວດຫາພະຍາດແລະປິ່ນປົວໄດ້ທັນເວລາ ອາການປວດຮາກ: ຖ້າທ່ານຮູ້ສຶກປວດຮາກໂດຍບໍ່ຮູ້ສາເຫດ,ໂດຍສະເພາະຫຼັງຈາກກິນອາຫານແມ່ນທ່ານອາດຈະເປັນພະຍາດກົດໄຫຼຢ້ອນ,ອາການນີ້ແມ່ນຍ້ອນການບີບຂອງກະເພາະອາຫານເພື່ອບີບອາຫານອອກເຮັດໃຫ້ທ່ານມີອາການປວດຮາກແລະຮາກ. ອາການສຽງແຫບ,ໄອ,ຫາຍໃຈຝືດ ອາຊິດໃນກະເພາະອາຫານໄຫຼຂື້ນຫຼອດອາຫານພາໃຫ້ອັກເສບເສັ້ນສຽງ,ໄອຍ້ອນກົດໄຫຼຢ້ອນອາດຈະພາໃຫ້ເປັນອາການຊໍ້າເຮື້ອ,ແລະຖ້າເປັນໃນເວລາຍາວນານຈະພາໃຫ້ເກີດອາການຫາຍໃຈຝືດໄດ້. ເພາະສະນັ້ນຖ້າທ່ານມີອາການສຽງແຫບ,ເຈັບຄໍ,ພິເສດແມ່ນມີອາການຫຼັງຈາກກິນອາຫານຫຼືມີພ້ອມກັບອາການໄອ,ຈາມ,ນໍ້າມູກໄຫຼແມ່ນທ່ານຕ້ອງໄດ້ເອົາໃຈໃສ່ເພາະວ່ານີ້ແມ່ນບັນດາອາການຂອງພະຍາດກົດໄຫຼຢ້ອນ ອາການຮ້ອນກະເພາະ ທ່ານທີ່ເປັນພະຍາດກົດໄຫຼຢ້ອນຈະມີອາການຮ້ອນພາຍໃນທ້ອງອາການນີ້ແມ່ນເພາະວ່າອາຊິດໃນກະເພາະອາຫານຫຼາຍເກີນໄປເຮັດໃຫ້ເຫຍື່ອຫຸ້ມກະເພາະເກີດການອັກເສບ,ພາໃຫ້ເກີດໄວຣັດກະເພາະແລະພາໃຫ້ເກີດມີອາການຮ້ອນກະເພາະ. ອາການນໍ້າລາຍຫຼາຍຜິດປົກກະຕິ ນໍ້າລາຍຫຼາຍກວ່າປົກກະຕິກໍ່ແມ່ນໜຶ່ງໃນອາການຂອງພະຍາດກົດໄຫຼຢ້ອນທີ່ຊັດເຈນຫຼາຍ,ເວລາເກີດອາການກົດໄຫຼຢ້ອນຮ່າງກາຍເລີຍສັ່ງໃຫ້ຜະລິດນໍ້າລາຍອອກມາຈຳນວນຫຼາຍເພື່ອເຮັດໃຫ້ອາຊິດກະເພາະອາຫານມີການເຈືອຈາງ. ອາການກືນອາຫານຍາກ ພະຍາດກົດໄຫຼຢ້ອນຖ້າເກີດຂື້ນຫຼາຍເທື່ອຕິດໆກັນຈະພາໃຫ້ເກີດມີບາດແຜໃນເຫຍື້ອຫຸ້ມຫຼອດອາຫານ,ເຮັດໃຫ້ມີການອັກເສບຊັ້ນກ້າມເນື້ອຫຼອດອາຫານ,ພາໃຫ້ເກີດອາການຕີບຂອງຫຼອດອາຫານແລະຈະພາໃຫ້ເກີດອາການກືນອາຫານຍາກ.                                                     

ອາການຂອງພະຍາດກົດໄຫຼຢ້ອນໃນກະເພາະອາຫານ Read More »

ອາຫານທີ່ປ້ອງກັນມະເລັງປາກມົດລູກ 12 ປະເພດທີ່ຄວນ ເລືອກກິນໃຫ້ຖືກຊ່ວຍລົດຄວາມສ່ຽງໄດ້

1. ຜັກກະລົດ ມັນດ້າງ ແລະ ຫມາກອຶ: ຜັກ-ຫມາກໄມ້ທີ່ມີສີສົ້ມເຂັ້ມເຊັ່ນ: ຜັກກະລົດ, ມັນດ້າງ ຫລື ຜັກທີ່ມີສີເຫລືອງແກ່ຄືຫມາກອຶ ມີຄຸນສົມບັດຊ່ວຍຕ້ານການເກີດເຊວມະເລັງ ເນື່ອງຈາກເປັນຜັກ-ຫມາກໄມ້ທີ່ອຸດົມໄປດ້ວຍວິຕາມິນເອ ຫລື ເບຕ້າແຄໂຮທີນ ທີ່ສາມາດປ່ຽນວິຕາມິນເອ ເມື່ອຖືກດູດຊືມເຂົ້າຮ່າງກາຍໄດ້ ແລະ ວິຕາມິນເອນີ້ແລະທີ່ຫລາຍຜົນການວິໃຈໃນປີ 2012 ລະບຸໄວ້ວ່າເປັນວິຕາມິນທີ່ມີຄຸນສົມບັດຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ ລົດໂອກາດເກີດການອັກເສບໃນເນື່ອເຍື້ອຮ້າຍໄດ້ພ້ອມ ນອກຈາກນີ້ເຫລົ່າສານຕ້ານອະນຸມູນອິດສະລະຢ່າງແຄໂຮທີນອຍ ແລະ ໄບໂອຟລາໂວນອຍທີ່ພົບໃນຜັກ-ຫມາກໄມ້ສີສົ້ມເຂັ້ມກໍ່ຍັງມີຄຸນສົມບັດຊ່ວນຕ້ານເຊວມະເລັງໃນຮ່າງກາຍ ໂດຍສະເພາະຄວາມສ່ຽງໂລກມະເລັງປາກມົດລູກ ແລະ ມະເລັງປວດ. 2. ຫມາກຫຸ່ງ: ຫມາກຫຸ່ງກໍ່ເປັນຫມາກໄມ້ສີສົ້ມເຂັ້ມເຊັ່ນກັນ ຈຶ່ງອຸດົມໄປດ້ວຍວິຕາມິນເອ ເບຕາແຄໂລທີນ ແລະ ຍັງມີວິຕາມິນຊີ ແຄຊຽມ ຟອສຟໍລັດສ ລວມທັງທາດເຫລັກ ຊຶ່ງນັກວິໃຈຈາກມະຫາວິທະຍາໄລຟໍລິດ້າ ໄດ້ເຮັດການສຶກສາ ແລະ ພົບວ່າ ສານອາຫານເຫລົ່ານີ້ໃນຫມາກຫຸ່ງບໍ່ວ່າຈະດິບ ຫລື ສຸກ ສາມາດຊ່ວຍປ້ອງກັນໂລກມະເລັງໄດ້ຢ່າງມີປະສິດທິພາບ ດ້ວຍການເຂົ້າໄປຢັບຢັ້ງການຈະເລີນເຕີບໂຕຂອງເນື້ອງອກ ຫລື ເຊວຜິດປົກກະຕິທີ່ເຮັດຫນ້າທີ່ວ່າຈະເປັນເຊວກໍ່ມະເລັງ ທີ່ສໍາຄັນຍັງເຈັງຂະຫນາດຊ່ວຍປ້ອງກັນໄດ້ທັງມະເລັງປາກມົດລູກ, ມະເລັງເຕົ້ານົມ, ມະເລັງຕັບ ແລະ ມະເລັງຕັບອ່ອນພ້ອມ. 3. ຫມາກພິລາ: ສານສໍາຄັນໃນຫມາກພິລາທີ່ມີສ່ວນຊ່ວຍເຮົາຕ້າອນມະເລັງປາກມົດລູກກໍ່ຄື

ອາຫານທີ່ປ້ອງກັນມະເລັງປາກມົດລູກ 12 ປະເພດທີ່ຄວນ ເລືອກກິນໃຫ້ຖືກຊ່ວຍລົດຄວາມສ່ຽງໄດ້ Read More »

ສຸຂະພາບ: 5 ຂໍ້ຜິດພາດ! ອອກກໍາລັງກາຍແລ້ວເປັນຫຍັງຈຶ່ງບໍ່ຈ່ອຍຈັກເທື່ອ

ມື້ນີ້ມາເອົາໃຈຄົນທີ່ຮັກສຸຂະພາບ ແລະ ຕ້ອງການ ຮັກສາຫຸ່ນໃຫ້ແຂງແຮງ, ບໍ່ຕຸ້ຍບໍ່ຈ່ອຍຈົນເກີນໄປ. ແຕ່ຫຼາຍທ່ານອາດຈະພົບບັນຫາ ການອອກກໍາລັງກາຍບໍ່ຖືກວິທີ . ໄປອອກກໍາລັງກາຍທຸກມື້ ພັດວ່າແຮງກິນເຂົ້າແຊບ, ຕຸ້ຍພີດີງາມ. ເອົາລະ! ມື້ນີ້ມາເບິ່ງວ່າ ທ່ານອາດຈະເຮັດບາງຢ່າງຜິດພາດກໍ່ເປັນໄປໄດ້. 1. ອອກກໍາລັງກາຍຫນັກເກີນໄປ: ຫລາຍຄົນຄົງຈະຄິດວ່າການອອກກໍາລັງກາຍຫນັກເປັນເລື້ອງທີ່ດີ ແຕ່ການອອກກໍາລັງກາຍທີ່ຫນັກຫລາຍຈົນເກີນໄປຈະບໍ່ເຮັດໃຫ້ເຮົາຈ່ອຍ ເພາະມັນຈະສ້າງພາວະໃຫ້ກັບຮ່າງກາຍຫລາຍກວ່າເກົ່າ ເຮັດໃຫ້ຮ່າງກາຍທີ່ລັ່ງຮໍໂມນຄຽດທີ່ມີຊື່ວ່າ “ຄໍຕິຊອລ cortisol” ເຊິ່ງປົກະຕິຮ່າງກາຍຈະຫລັ່ງຮໍໂມນໂຕນີ້ຢູ່ແລ້ວຕອນທີ່ເຮົາອອກກໍາລັງກາຍ ແຕ່ຫລັ່ງໃນປະລິມານທີ່ພໍດີພໍເຫມາະ ເຊິ່ງມັນຈະຊ່ວຍເຮົາດຶງໄຂມັນ ແລະ ພະລັງງານສະສົມໃນຮ່າງກາຍອອກມາເຜົາ ແຕ່ຖ້າຫາກມັນຖືກຫລ່ັ່ງໃນປະລິມານຫລາຍຈົນໄປຈາກການອອກກໍາລັງກາຍຢ່າງບ້າຄຮັ້ງ ມັນຈະໄປສະຫລາຍກ້າມເນື້ອຂອງເຮົາອອກມາເຜົາອີກດ້ວຍ ຜົນລັບກໍ່ຄືເຮົາຈະຕຸ້ຍງ່າຍຂື້ນ ເພາະກ້າມເນື້ອຊ່ວຍໃນການເຜົາຜານໄຂມັນ ແຖມເຮົາຈະມີພຸງມາພ້ອມ ຮໍໂມນຄຽດໂຕນີ້ພໍໄປຫລ່ັງມັນຫລາຍໆ ມັນຈະເລີ້ມປົກປ້ອງອະໄຍຍະວະສໍາຄັນຂອງເຮົາ ເຊິ່ງສ່ວນໃຫຍ່ອະໄວຍະວະພວກນັ້ນຢູ່ບ່ອນແກນກາງ. 2. ກິນຫນ້ອຍຈົນເກີນໄປ: ຄົນທີ່ອອກກໍາລັງກາຍແລ້ວຢາກລົດໄຂມັນໄວໆ ຈະລົດການກິນໃຫ້ຫນ້ອຍລົງ ເພາະຄິດວ່າ ຈະຈ່ອຍໄດ້ໄວກວ່າ ແຕ່ຮູ້ບໍ່ວ່າຮ່າງກາຍຈະບໍ່ຍອມໃຫ້ເຜົາໄຂມັນ ຖ້າຫາກວ່າເຮົາກິນຫນ້ອຍເກີນໄປຈົນຮ່າງກາຍຄິດວ່າ: ມັນກໍາລັງຈະຕາຍ ຫມວດນີ້ເຂົາເອີ້ນວ່າ Survival Mode ໃຜທີ່ກິນຫນ້ອຍເກີນໄປຈະເຂົ້າສູ່ຫມວດນີ້ທຸກລາຍ ຍັງບໍ່ທັນຕ້ອງໄປອອກກໍາລັງກາຍລະບົບເຜົາຜານເຮົາກໍ່ຕໍ່າລົງ ເພາະພໍແຕ່ອາຫານທີ່ເຮົາກິນລົງໄປບໍ່ພຽງພໍກັບທີ່ຮ່າງກາຍຕ້ອງການ ມັນຈະເລີ້ມດັດລະບົບສໍາຄັນອອກເທື່ອລະລະບົບ ລະບົບແລກຄືລະບົບສືບພັນ ສັງເກດວ່າປະຈໍາເດືອນຈະເລີ້ມບໍ່ມາ ແລ້ວຖ້າເຮົາຢູ່ໃນຫມວດ Survival

ສຸຂະພາບ: 5 ຂໍ້ຜິດພາດ! ອອກກໍາລັງກາຍແລ້ວເປັນຫຍັງຈຶ່ງບໍ່ຈ່ອຍຈັກເທື່ອ Read More »