admin

Avatar

ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນເພື່ອຕອບໂຕ້ພະຍາດ COVID-19 ໃຫ້ແກ່ ສປປ ລາວ.

12 ກໍລະກົດ 2021 ກະຊວງສາທາລະນະສຸກ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (UN FAO) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອໃຫ້ ສປປ ລາວ ເພື່ອກຽມຄວາມພ້ອມທີ່ດີໃນການແກ້ໄຂ ແລະ ຮັບມືກັບການລະບາດຂອງພະຍາດ COVID-19 ເຄືື່ອງຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບທຶນຈາກອົງການ ພັດທະນາສາກົນ ປະເທດສະຫະລັດ ອາເມລິກາ ຫຼື USAID ເຊີງມີ ຕູ້ເກັບຕົວຢ່າງ, ຊຸດນໍ້າຢາ ແລະ ເຄື່ອງໃຊ້ເພື່ອກວດຫາພະຍາດ COVID-19 ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ(NCLE) ຂອງກົມຄວບຄຸມພະຍາດຕິດຕໍ່ (DCDC). ອຸປະກອນ ແລະ ເຄື່ອງໃຊ້ຈະໄດ້ແຈກຢາຍໃຫ້ໂຮງໝໍ ຫຼື ແຂວງຕາມຄວາມຕ້ອງການ. ພິທີມອບຮັບອຸປະກອນ ແລະ ເຄື່ອງໃຊ້ໃນຄັ້ງນີ້ ມອບໂດຍທ່ານ ນາຊາ ຮາຢັດ, ຜູ້ຕ່າງໜ້າຂອງອົງການ FAO ປະຈຳລາວ ແລະ ກ່າວຮັບໂດຍ ທ່ານ ດຣ ບຸນແຝງ […]

ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນເພື່ອຕອບໂຕ້ພະຍາດ COVID-19 ໃຫ້ແກ່ ສປປ ລາວ. Read More »

ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ

ແມ່ນໂຄງການທີ່ຢູ່ພາຍໃຕ້ການຈັດຕັ້ງປະຕິບັດຂອງກະຊວງສາທາລະນະສຸກ ໂດຍມີຫ້ອງການປະສານງານຕັ້້ງຢູ່ກົມແຜນການ ແລະ ການຮ່ວມມື, ພາຍໃຕ້ການໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ. ໂຄງການນີ້ມີຈຸດປະສົງ ເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19 ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ໃນການຕອບໂຕ້ກັບສະພາວະສຸກເສີນ ຢູ່ ສ ປ ປ ລາວ ເຊິ່ງມີພື້ນທີ່ປົກຄຸມທົ່ວປະເທດ. ງົບປະມານເບື້ອງຕົ້ນທີ່ໄດ້ຮັບການຊ່ວຍເຫຼືອໃນຮູບແບບການກູ້ຢືມ US$ 18 ລ້ານ ເພື່ອວຽກງານຕອບໂຕ້ສຸກເສີນຕໍ່ການລະບາດຂອງພະຍາດໂຄວິດ-19, ງົບປະມານເພີ່ມ US$ 10 ລ້ານ ສຳລັບວຽກງານສັກຢາກັນພະຍາດໂຄວິດ-19 ແລະ ງົບປະມານຊ່ວຍເຫຼືອລ້າ US$ 5 ລ້ານ. ມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ 10/4/2020 –31/12/2023. ປະຈຸບັນ ທາງໂຄງການໄດ້ສຳເລັດກະກຽມແຜນຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມ ສຳລັບງົບປະມານເພີ່ມ, ແຜນການມີສ່ວນຮ່ວມຂອງຜູ້ທີ່ກ່ຽວຂ້ອງ ແລະ ກອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ເພື່ອເປັນ ແນວທາງໃນການຈັດຕັ້ງປະຕິບັດໂຄງການ. ທ່ານທີ່ສົນໃຈກ່ຽວກັບບົດສັງລວມຫຍໍ້ໂຄງການ ສາມາດພົວພັນ ໄດ້ທີ່ຫ້ອງການປະສານງານໂຄງການ ຫຼື ຜ່ານຊ່ອງທາງຄື +856 20 55

ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ Read More »

ຫ້ອງການປະກັນສຸຂະພາບແຫ່ງຊາດປະຊຸມຈັດກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025)

ກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025) ຂອງຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 8 ເມສາ 2021 ຜ່ານມາ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຫົວໜ້າກົມ, ຮອງກົມ, ພະແນກ, ສູນ, ສະຖາບັນ, ມວສ, ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກອງທັບ ກະຊວງປ້ອງກັນປະເທດ, ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ຫົວໜ້າກົມການເງິນ, ກົມງົບປະມານ, ກົມນະໂຍບາຍການເງິນ ແລະ ນິຕິກໍາແລະ ຄັງເງິນແຫ່ງຊາດ ກະຊວງການເງິນ, ຫົວໜ້າພະແນກສາທາລະນະສຸກ ແຂວງ, ພ້ອມດ້ວຍຜູ້ອໍານວຍການໂຮງໝໍ ແລະ ຫົວໜ້າປະກັນສຸຂະພາບ ແຂວງ 17 ແຂວງ ແລະ 01 ນະຄອນຫຼວງ ແລະ

ຫ້ອງການປະກັນສຸຂະພາບແຫ່ງຊາດປະຊຸມຈັດກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025) Read More »

ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມມືກັນເຮັດໂຄງການພັດທະນາທີ່ດິນຂອງ ວິທະຍາໄລວິທະຍາສາດການແພດ ແຂວງຫຼວງພະບາງ.

ວັນທີ 22 ມີນາ 2021 ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາໂຄງການຮ່ວມລົງທຶນພັດທະນາທີ່ດິນຂອງວິທະຍາໄລວິທະຍາສາດການແພດ ທີ່ບ້ານທາດຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນໂຮງແຮມ 5 ດາວ ແລະ ກໍ່ສ້າງວິທະຍາໄລ ວິທະຍາສາດສຸຂະພາບ ແຂວງຫຼວງພະບາງ(ຫຼັງໃໝ່) ຂື້ນ, ເພື່ອເປັນການສົ່ງເສີມການລົງທຶນພາຍໃນ ສປປ ລາວ ແລະ ເປັນການພັດທະນາດ້ານສາທາລະນະສຸກຂອງພາກເໜືອ ເພື່ອຕອບສະໜອງໃບໜ້າໃໝ່ ໃຫ້ແກ່ກະຊວງສາທາລະນະສຸກ, ເຊີ່ງໂຄງການດັ່ງກ່າວແມ່ນໄດ້ເລີ້ມມາແຕ່ປີ 2018 ເຊີ່ງມີຄະນະກຳມະການຂອງກະຊວງສາທາລະນະສຸກ, ກົມຊັບສິນທີ່ດິນ, ພະແນກແຜນການ, ພະແນກຊັບພະຍາກອນປະເມີນຫຼັກຊັບ ແລະ ຊັບສົມບັດ, ປະເມີນຜົນໄດ້ຮັບ ແລະ ຜົນເສຍຂອງການຮ່ວມມືໃນຄັ້ງນີ້. ເຊັນລົງນາມໃນຄັ້ງນີ້ໂດຍ ທ່ານ ດຣ. ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ  ແລະ ທ່ານ ພຶດສະພາ ພູມມະສັກ ປະທານເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການເຊັນສັນຍາໂດຍ ທ່ານ ຮສ.ດຣ.

ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມມືກັນເຮັດໂຄງການພັດທະນາທີ່ດິນຂອງ ວິທະຍາໄລວິທະຍາສາດການແພດ ແຂວງຫຼວງພະບາງ. Read More »

ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ

ປະຈຸບັນ ໂຮງໝໍແຂວງຄຳມ່ວນ ເຫັນວ່າມີຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ ມີຈຳນວນເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ແຕ່ອຸປະກອນການແພດທີ່ນຳໃຊ້ໃນປະຈຸບັນແມ່ນມີພຽງ 2 ຊຸດ ເຊິ່ງບໍ່ພຽງພໍໃນການປິ່ນປົວໃຫ້ທັນເວລາ, ສະນັ້ນ ກະຊວງສາທາລະນະສຸກ ຮ່ວມມືກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຂໍການສະໜັບສະໜູນດ້ານທຶນຮອນຈາກວິສາຫະກິດ ເພື່ອປະກອບສ່ວນເຂົ້າໃນການຈັດຊື້ອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນການຈັດຊື້ ເຄື່ອງຟອກໄຂ່ຫລັງ ພ້ອມດ້ວຍລະບົບຕອງນ້ຳສຳລັບເຄື່ອງຟອກໄຂ່ຫລັງ ເພື່ອມອບໃຫ້ໂຮງໝໍແຂວງຄຳມ່ວນໄປນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ. ດັ່ງນັ້ນ ອີງຕາມຄວາມຈຳເປັນດ່ວນທີ່ລັດຖະບານຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນ ຂອງການປະກອບອຸປະກອນການແພດທັນສະໄໝເຂົ້າໃນການປິ່ນປົວໃຫ້ແກ່ພໍ່ແມ່ປະຊາຊົນລາວ ລັດວິສາຫະກິດຖືຮຸ້ນລາວ, ບໍລິສັດ ນ້ຳເທີນ-ຫີນບູນ ພາວເວີ້ ຈຳກັດ, ບໍລິສັດນ້ຳເທີນ2 ຈຳກັດ ຈຶ່ງໄດ້ປະກອບສ່ວນຈັດຊື້ອຸປະກອນການແພດ ເງິນຈັດຊື້ເຄື່ອງຟອກໄຂ່ຫລັງລວມທັງໝົດ 3 ຊຸດ (1 ຊຸດ ລາຄາ 28.000 ໂດລາສະຫະລັດ) ລາຍລະອຽດມີຄື: ລັດວິສາຫະກິດຖືຮຸ້ນລາວ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ ບໍລິສັດນ້ຳເທີນ 2

ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ Read More »

ລັດຖະບານຍີ່ປຸ່ນ ມອບອຸປະກອນການແພດໃຫ້ແກ່ລັດຖະບານ ສປປ ລາວ

ລັດຖະບານຍີ່ປຸ່ນ ມອບອຸປະກອນການແພດໃຫ້ແກ່ລັດຖະບານ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ19. ພິທີມອບ-ຮັບດັ່ງກ່າວ ໄດ້ຈັດຂຶ້ນທີ່ສູນວິເຄາະ ແລະ ລະບາດວິທະຍາ ມອບໂດຍ ພະນະທ່ານ ເຄອີໂຊະ ຕະເກວະກະ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນປະຈຳລາວ ແລະ ຮັບໂດຍທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ. ອຸປະກອນດັ່ງກ່າວປະກອບມີ: ເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣິ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ. 18 ທັນວາ 2020

ລັດຖະບານຍີ່ປຸ່ນ ມອບອຸປະກອນການແພດໃຫ້ແກ່ລັດຖະບານ ສປປ ລາວ Read More »