ພາຍໃຕ້ໂຄງການ ແກ້ໄຂພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນຳ້ບີຢູ່ ສປປ ລາວ ຈາກການຮ່ວມມືກັນລະຫວ່າງສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ

ພາຍໃຕ້ໂຄງການ ແກ້ໄຂພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນຳ້ບີຢູ່ ສປປ ລາວ ຈາກການຮ່ວມມືກັນລະຫວ່າງສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ກະຊວງສາທາລະສະສຸກ ແລະ ມະຫາວິທະຍາໄລຂອນແກ່ນ ປະເທດໄທ, ໄດ້ເລີ່ມການຜ່າຕັດຄົນເຈັບມະເຮງທໍ່ນຳ້ບີ ແລະ ຝຶກອົບຮົມທີມປີ່ນປົວມະເຮັງທໍ່ນຳ້ບີ ທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ດຣ ໄພວັນ ແກ້ວປະເສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ມີທ່ານຫົວໜ້າພະແນກສາທາລະນະສູກແຂວງສະຫວັນນະເຂດ, ແຂວງຈຳປາສັກ, ຫົວໜ້າ ແລະ ຮອງ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍທີມງານແພດໝໍ ພະຍາບານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພາຍໃນງານໄດ້ມີການມອບຮັບແລະປະກອບການແພດຈຳນວນໜຶ່ງໃຫ້ແກ່ທາງໂຮງໝໍແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຈາກທາງໂຄງການ ເພື່ອຮັບໃຊ້ໃນການປະຕິບັດກິດຈະກຳການກວດ ແລະ ປີ່ນປົວຄົນເຈັບຕໍ່ໆໆໄປ.
20-23 ມິຖຸນາ 2024 ແຂວງສະຫວັນນະເຂດ