

ວັນທີ 26 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມສຸດຍອດຊັບສິນດ້ານມະນຸດ ຄັ້ງທີ 2 ຢູ່ສປປລາວ ພາຍໄຕ້ ຫົວຂໍ້: “ ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ “ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານຄະນະກໍາມະການແຫ່ງຊາດ ແລະ ປະທານຄະນະກໍາມະການໂພຊະນາການຂັ້ນທ້ອງຖິ່ນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ມີຄວາມໝາຍຄວາມສຳຄັນຫຼາຍ ໃນການປັບປຸງວຽກງານໂພຊະນາກາ
ນເພື່ອພັດທະນາຊັບສິນດ້ານມະນຸດ, ການຈັດຕັ້ງປະຕິບັດມາດຕະການແກ້ໄຂໂພຊະນາການໂດຍທາງກົງ ແລະ ທາງອ້ອມ ເຊິ່ງຮຽກຮ້ອງການມີສ່ວນຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດຈາກຫຼາຍຂະແໜງການ ໂດຍມີການ ເຊື່ອມສານ ແລະ ການປະສານງານ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ການມີ ສ່ວນຮ່ວມ ແລະ ການປະສານງານຂອງຫຼາຍພາກສ່ວນ ເພື່ອໂຕ້ຕອບຕໍ່ການຂາດໂພຊະນາການ ໃຫ້ມີ ປະສິດທິພາບແມ່ນໜຶ່ງໃນມາດຕະການແກ້ໄຂທີ່ຕິດພັນກັບຫຼາຍຂະແໜງການ ໂດຍມີຈຸດປະສົງເພື່ອສ້າງອົງປະກອບຫຼັກໃນມາດຕະການນີ້ເຊີ່ງລວມມີນະໂຍບາຍ ແລະ ການຄຸ້ມຄອງໂພຊະນາການ, ຊັບພະຍາກອນ ແລະ ຄວາມອາດສາມາດ, ຄວາມຮູ້ທາງວິຊາການ ແລະ ການຄົ້ນຄວ້າ, ການວິເຄາະເພື່ອສ້າງຫຼັກຖານອ້າງອີງ, ທັງໝົດທີ່ກ່າວມານັ້ນແມ່ນຮັບປະກັນໃຫ້ມີການປະສານງານທັງສາຍຕັ້ງ ແລະ ສາຍຂວາງ, ຈັດສັນງົບປະມານໃຫ້ເໝາະສົມ ແລະ ມີການລາຍງານຜົນການຈັດຕັ້ງປະຕິບັດ.