ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສາຫະລັດອາເມລິກາ (USAID) ແລະ ອົງ ການອະນາໄມໂລກ ໄດ້ແຈ້ງກ່ຽວກັບການ ຮັບຮອງເອົາການຮ່ວມ ມືຄັ້ງໃໝ່ ເພື່ອຮອງຮັບຕໍ່ໄພຂົ່ມຂູ່ ຄວາມໝັ້ນຄົງດ້ານສຸຂະພາບ ແລະ ກະກຽມຄວາມພ້ອມກັບຄວາມສ່ຽງຕໍ່ ການລະບາດ ແລະ ເຫດການສຸກເສິນທີ່ອາດເກີດຂື້ນໃນອະນາຄົດ ພ້ອມທັງຖອດຖອນບົດຮຽນຈາກການໂຕ້ ຕອບຕໍ່ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະທີ່ຜ່ານມາ. ໃນການຮ່ວມມືຄັ້ງນີ້, ອົງການ USAID ໄດ້ມີເຈດຈໍານົງໃນການສະໜັບ ສະໜູນເປັນ ມູນຄ່າ 10 ລ້ານໂດລາສະຫະລັດ ໄລຍະເວລາ 5 ປີ. ທາງດ້ານ ລະບົບລະບາດວິທະຍາ ເຫັນວ່າໃນປີ 2023, ສປປ ລາວ ພວກເຮົາໄດ້ປະເຊີນກັບການລະບາດຂອງພະນາດ ໂຄວິດ-19 ແລະ ເຫດການສຸກເສິນ ທາງດ້ານສາທາລະນະສູກ ຫຼາຍກວ່າ 30 ຄັ້ງ. ຕໍ່ເຫດການດັ່ງກ່າວນັ້ນ ກະຊວງສາທາລະນະສຸກ ກໍຄືລັດຖະບານລາຍງານໃນໄລຍະຜ່ານມາກໍສຸມໃສ່ການປະຕິບັການກໍາໜົດມາດຕະການໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະ ສຸກ. ທ່ານ ນາງ ແຮັດເຕີ ວາເຣຍ ວາເຣຍ ອາວາ ເເລະ ທ່ານ ທີມໂມຕີ ອາມສະຕຣອງ ຜູ້ຕາງໜ້າອົງການ ອະນາໄມໂລກ ປະຈໍາ ສປປ ລາວ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

