ກະຊວງສາທາລະນະສຸກ ສະເໜີປັບປຸງ ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ

ກະຊວງສາທາລະນະສຸກ ສະເໜີປັບປຸງ ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ
ການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍວັນທີ 24 ມິຖຸນາ 2024 ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງຕ່າງໆ ໄດ້ຮັບຟັງ ແລະປະກອບຄໍາເຫັນເຂົ້າໃສ່ຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດເຊິ່ງແມ່ນກົດໝາຍສະບັບປັບປຸງໃໝ່ ສະເໜີໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ໄດ້ຖືກຮັບຮອງ ແລະ ປະກາດນຳໃຊ້ ໃນປີ 2010 ມາຮອດປະຈຸບັນໄດ້ 13 ປີແລ້ວ; ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ ຂະແໜງການສາທາລະນະສຸກ ກໍ່ໄດ້ຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານ ການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດເປັນຕົ້ນ ບັນດາຫຼັກການ, ລະບຽບການ ແລະ ມາດຕະການ ໃນການສະກັດກັ້ນ ແລະ ຕ້ານ ເຊື້ອເຮສໄອວີ/ພະຍາດເອດ. ໃນນັ້ນລັດກໍ່ໄດ້ມີນະໂຍບາຍ ຖືສຳຄັນວຽກງານ ສະກັດກັ້ນ ແລະ ຕ້ານ ເຊື້ອເຮສໄອວີ/ພະຍາດເອດ ໂດຍການປະກອບບຸກຄະລາກອນ, ງົບປະມານ ແລະ ຢາປິ່ນປົວ ຕ່າງໆ ພ້ອມທັງຊຸກຍູ້ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ໃຫ້ເຫັນໄດ້ເຖິງຄວາມອັນຕະລາຍເຊື້ອເຮສໄອວີ/ພະຍາດເອດ, ຜົນກະທົບຕໍ່ສຸຂະພາບ, ຊີວິດ, ຕໍ່ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ລວມໄປເຖິງການປ້ອງກັນ, ດູແລເບິ່ງແຍງ ແລະ ຊ່ວຍເຫຼືອຜູ້ຕິດເຊື້ອ. ຜ່ານການຈັດຕັ້ງປະຕິບັດວຽກງານ ເຫັນໄດ້ ມີຜົນສໍາເລັດ ອັນພົ້ນເດັ່ນ ເປັນຕົ້ນ ສາມາດຄວບຄຸມອັດຕາການຕິດເຊື້້ອເຮສໄອວີ/ພະຍາດເອດໃຫ້ຢູ່ໃນລະດັບຕໍ່າ ກວ່າ 1% (0,3%),ໄດ້ຂະຫຍາຍສະຖານທີ່ໃຫ້ບໍລິການປິ່ນປົວ ແລະ ດູແລຜູ້ຕິດເຊື້ອເຮສໄອວີ/ເປັນພະຍາດເອດ ຢ່າງເປັນລະບົບຄົບຊຸດ 11 ແຫ່ງ ກວມເອົາ 08 ແຂວງໃນຂອບເຂດທົ່ວປະເທດ ແລະ ມີສະຖານທີ່ບໍລິການຈ່າຍຢາ (POC) ທັງໝົດ 13ແຫ່ງ, ມີສະຖານທີ່ໃຫ້ຄໍາປືກສາກວດເລືອດແບບສະມັກໃຈ 196 ແຫ່ງ ໃນຂອບເຂດທົ່ວປະເທດ. ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດໝາຍວ່າ: ມາຮອດປະຈຸບັນນີ້ຕົວເລກສະສົມຜູ້ຕິດເຊື້ອແຕ່ 1990-2023 ມີ 20.688 ຄົນ ແລະ ຜູ້ເສຍຊີວິດຍ້ອນພະຍາດເອດຈໍານວນ 5.660 ຄົນ. ສະເລ່ຍໃນແຕ່ລະປີ ແມ່ນມີຜູ້ຕິດເຊື້ອໃໝ່ປະມານ 1.000 ຫາ 1.500 ຄົນ, ການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຕ້ານເອດຂອງແຕ່ລະຂັ້ນກໍ່ຍັງພົບຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນ: ດ້ານງົບປະມານ, ດ້ານບຸກຄະລາກອນ, ວັດຖູອຸປະກອນ, ຢາປີ່ນປົວ ລວມໄປເຖິງ ນໍ້າຢາກວດເລືອດ ບໍ່ພຽງພໍ; ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ວຽກງານກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ ໃຫ້ມີຄຸນນະພາບ, ໄດ້ຮັບຜົນດີ ແລະ ເປັນການພັດທະນາວຽກງານດັ່ງກ່າວໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບນະໂຍບາຍ ຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ໂດຍຖືເອົາວຽກງານກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ດ້ວຍການໂຄສະນາສຸຂະສຶກສາເປັນຕົ້ນຕໍ, ເອົາການປິ່ນປົວ, ເບິ່ງແຍງດູແລ ແລະ ບຳບັດທາງຈິດໃຈເປັນສຳຄັນ, ຮັບປະກັນ ການນຳໃຊ້ມາດຕະການ ແລະ ວິທີການທາງດ້ານການແພດ ໃນການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ໃຫ້ມີຄວາມກົມກຽວ ພ້ອມທັງມີການປະສານສົມທົບ ລະຫວ່າງຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ, ບຸກຄົນ ແລະ ນິຕິບຸກຄົນຕ່າງໆ; ເພື່ອສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຂອງລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເປັນເຈົ້າການ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນ; ເປັນບ່ອນອີງໃຫ້ສະຖານທີ່ໃຫ້ບໍລິການ ບັນເທິງ, ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານ ນວດ ໄດ້ເອົາໃຈໃສ່ ແລະ ເປັນເຈົ້າການ ໃນການປະສານງານ ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆ, ທຸກພາກສ່ວນ ຂອງສັງຄົມ, ພໍ່ແມ່, ຜູ້ປົກຄອງ, ເຈົ້າຂອງກິດຈະການເຂົ້າໃຈ, ພະນັກງານແພດໝໍ ແລະ ພະນັກງານທີ່ກ່ຽວຂ້ອງມີຈັນຍາບັນ, ຈັນຍາທຳ ແລະ ມີຄວາມເຂັ້ມງວດໃນການໃຫ້ບໍລິການປິ່ນປົວຄົນເຈັບ ພ້ອມສ້າງເງື່ອນໄຂ ໃນການພົວພັນ ຮ່ວມມື ກັບຕ່າງປະເທດ ແລະ ສາກົນ, ຕອບສະໜອງຖະແຫລງການສາກົນ ແລະ ຍຸດທະສາດຂອງພາກພື້ນ ໃນການກັນ ແລະ ຄວບຄຸມເຮສໄອວີ/ພະຍາດເອດໃຫ້ບັນລຸ 95 95 95 ໃນປີ 2025 ແລະ ຢຸດຕິການແຜ່ລະບາດຂອງພະຍາດເອດໃນປີ 2030;
ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ມີການປັບປຸງກົດໝາຍຄັ້ງທີ 2 ເພື່ອໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂການຂະຫຍາຍຕົວຂອງເສດຖະກິດ-ສັງຄັງຄົມ ໃນປະຈຸບັນ, ສະພາບຕົວຈິງຂອງປະເທດເຮົາ ແລະການປ່ຽນແປງໃໝ່ຂອງໂລກ ແນໃສ່ຫຼຸດຜ່ອນການຕິດເຊື້ອເຮດສະໄອວີ, ການແຜ່ລະບາດຂອງເຊື້ອເຮສໄອວີ/ພະຍາດເອດ, ການເສຍຊີວິດຂອງ ຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ເປັນພະຍາດເອດ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງຊາດ. ຮ່າງກົດໝາຍສະບັບປັບປຸງໃໝ່ປະກອບມີ 11 ພາກ, 9 ໝວດ ແລະ 69 ມາດຕາ, ສະບັບເກົ່າປະກອບມີທັງໝົດປະກອບມີ 12 ພາກ, 10 ໝວດ ແລະ 71 ມາດຕາ. ພາຍຫຼັງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະເຮັດໃຫ້ວຽກງານກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ ໃນແຕ່ລະດ້ານໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຄ່ອງຕົວ,ມີປະສິດທິພາບ ແລະ ມີປະສິດທິຜົນນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ມີຄວາມເຊື່ຶອໝັ້ນ,ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ; ເປັນການຮັບປະກັນ ໃນການຈັດຕັ້ງປະຕິບັດ ແລະ ການຫັນເອົາ ຍຸດທະສາດ, ກົດໝາຍ ແລະ ນິຕິກໍາຕ່າງໆ ຂອງກະຊວງ ສາທາລະນະສຸກ ເຂົ້າໃນການພັດທະນາ ໃນແຕ່ລະວຽກງານ, ການບໍລິຫານ ແລະ ການຄຸ້ມຄອງວຽກງານກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ ໃຫ້ມີຄຸນນະພາບ, ມີປະສິດຕິພາບ ແລະ ມີປະສິດທິຜົນ ຫຼາຍຂື້ນກວ່າເກົ່າ; ເປັນການຍົກລະດັບ ວຽກງານກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ, ບັນດາກິດຈະກໍາ, ໂຄງການ ໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ບັນລຸຄາດໝາຍ ທີ່ສະພາແຫ່ງຊາດ ແລະ ລັດຖະບານ ວາງອອກ ໃນແຕ່ລະໄລຍະ; ສາມາດ ຄຸ້ມຄອງ, ຕິດຕາມ ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ ຢ່າງເປັນລະບົບ; ຜູ້ຕິດ ເຊື້ອເຮສໄອວີ/ພະຍາດເອດຈະໄດ້ຮັບການບໍລິການ, ຄໍາປືກສາ, ແນະນໍາ, ປິ່ນປົວ ແລະ ຢູ່ຮ່ວມກັບສັງຄົມຢາງເປັນປົກກະຕິ.
ພາບ ແລະ ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ