admin

Avatar

ກອງປະຊຸມສຸດຍອດຊັບສິນດ້ານມະນຸດ ຄັ້ງທີ 2 ຢູ່ສປປລາວ ພາຍໄຕ້ ຫົວຂໍ້: “ ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ “

  ວັນທີ 26 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມສຸດຍອດຊັບສິນດ້ານມະນຸດ ຄັ້ງທີ 2 ຢູ່ສປປລາວ ພາຍໄຕ້ ຫົວຂໍ້: “ ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ “ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານຄະນະກໍາມະການແຫ່ງຊາດ ແລະ ປະທານຄະນະກໍາມະການໂພຊະນາການຂັ້ນທ້ອງຖິ່ນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ມີຄວາມໝາຍຄວາມສຳຄັນຫຼາຍ ໃນການປັບປຸງວຽກງານໂພຊະນາການເພື່ອພັດທະນາຊັບສິນດ້ານມະນຸດ, ການຈັດຕັ້ງປະຕິບັດມາດຕະການແກ້ໄຂໂພຊະນາການໂດຍທາງກົງ ແລະ ທາງອ້ອມ ເຊິ່ງຮຽກຮ້ອງການມີສ່ວນຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດຈາກຫຼາຍຂະແໜງການ ໂດຍມີການ ເຊື່ອມສານ ແລະ ການປະສານງານ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ການມີ ສ່ວນຮ່ວມ ແລະ ການປະສານງານຂອງຫຼາຍພາກສ່ວນ ເພື່ອໂຕ້ຕອບຕໍ່ການຂາດໂພຊະນາການ ໃຫ້ມີ ປະສິດທິພາບແມ່ນໜຶ່ງໃນມາດຕະການແກ້ໄຂທີ່ຕິດພັນກັບຫຼາຍຂະແໜງການ […]

ກອງປະຊຸມສຸດຍອດຊັບສິນດ້ານມະນຸດ ຄັ້ງທີ 2 ຢູ່ສປປລາວ ພາຍໄຕ້ ຫົວຂໍ້: “ ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ “ Read More »

ກະຊວງສາທາລະນະສຸກ ສະເໜີປັບປຸງ ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ

ກະຊວງສາທາລະນະສຸກ ສະເໜີປັບປຸງ ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍວັນທີ 24 ມິຖຸນາ 2024 ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງຕ່າງໆ ໄດ້ຮັບຟັງ ແລະປະກອບຄໍາເຫັນເຂົ້າໃສ່ຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດເຊິ່ງແມ່ນກົດໝາຍສະບັບປັບປຸງໃໝ່ ສະເໜີໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ໄດ້ຖືກຮັບຮອງ ແລະ ປະກາດນຳໃຊ້ ໃນປີ 2010 ມາຮອດປະຈຸບັນໄດ້ 13 ປີແລ້ວ; ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ ຂະແໜງການສາທາລະນະສຸກ ກໍ່ໄດ້ຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານ ການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດເປັນຕົ້ນ ບັນດາຫຼັກການ, ລະບຽບການ ແລະ ມາດຕະການ ໃນການສະກັດກັ້ນ ແລະ ຕ້ານ ເຊື້ອເຮສໄອວີ/ພະຍາດເອດ.

ກະຊວງສາທາລະນະສຸກ ສະເໜີປັບປຸງ ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ Read More »

ສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາສະບັບສ້າງຂຶ້ນໃໝ່

ສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາສະບັບສ້າງຂຶ້ນໃໝ່ ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມີຖຸນາ ຜ່ານມາ. ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຊຶ່ງເປັນກົດໝາຍສ້າງຂຶ້ນໃໝ່ ປະກອບມີ 9 ພາກ 6 ໜວດ, ມີ 73 ມາດຕາ.ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍ; ຂະບວນການຄົ້ນຄວ້າສ້າງຮ່າງກົດໝາຍ; ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍ ແລະ ຄາດຄະເນຜົນໄດ້ຮັບ ແລະ ປະກາດຮັບຮອງກົດໝາຍສະບັບດັ່ງກ່າວ, ເນື່ອງຈາກວ່າໃນໄລຍະຜ່ານມາ ຍັງມີການເກັບກູ້ຊັບພະຍາກອນທີ່ເປັນຢາແບບຊະຊາຍ, ການຈໍາໜ່າຍວັດຖຸທີ່ເປັນຢາຍັງບໍ່ໄດ້ຮັບການຄຸ້ມຄອງຢ່າງເປັນລະບົບ, ການຂຸດຄົ້ນຍັງບໍ່ທັນມີຈຸດສຸມຈຶ່ງມີຄວາມຈຳເປັນໃນການສ້າງຮ່າງກົດໝາຍສະບັບນີ້ ເພື່ອເປັນເຄື່ອງມືໃນການຄຸ້ມຄອງຊັບພະຍາກອນທີ່ເປັນຢາ ໃຫ້ມີຄວາມຍືນຍົງທ່ານ ດຣ ໄພວັນ ແກ້ວປະເສີດ ໃຫ້ຮູ້ວ່າ: ຖ້າຫາກຮ່າງ ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຄາດວ່າຈະສາມາດຕິດຕາມຄຸ້ມຄອງ ແລະກວດກາວຽກງານຊັບພະຍາກອນທີ່ເປັນຢາ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍ ລັດຖະທໍາມະນູນ ກົດໝາຍ ນິຕິກໍາໃຕ້ກົດໝາຍ; ເຮັດໃຫ້ຂອດການປະສານງານລະຫວ່າງຂະແໜງການສາທາລະນະສຸກ

ສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາສະບັບສ້າງຂຶ້ນໃໝ່ Read More »

ພາຍໃຕ້ໂຄງການ ແກ້ໄຂພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນຳ້ບີຢູ່ ສປປ ລາວ ຈາກການຮ່ວມມືກັນລະຫວ່າງສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ

ພາຍໃຕ້ໂຄງການ ແກ້ໄຂພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນຳ້ບີຢູ່ ສປປ ລາວ ຈາກການຮ່ວມມືກັນລະຫວ່າງສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ກະຊວງສາທາລະສະສຸກ ແລະ ມະຫາວິທະຍາໄລຂອນແກ່ນ ປະເທດໄທ, ໄດ້ເລີ່ມການຜ່າຕັດຄົນເຈັບມະເຮງທໍ່ນຳ້ບີ ແລະ ຝຶກອົບຮົມທີມປີ່ນປົວມະເຮັງທໍ່ນຳ້ບີ ທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ດຣ ໄພວັນ ແກ້ວປະເສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ມີທ່ານຫົວໜ້າພະແນກສາທາລະນະສູກແຂວງສະຫວັນນະເຂດ, ແຂວງຈຳປາສັກ, ຫົວໜ້າ ແລະ ຮອງ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍທີມງານແພດໝໍ ພະຍາບານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພາຍໃນງານໄດ້ມີການມອບຮັບແລະປະກອບການແພດຈຳນວນໜຶ່ງໃຫ້ແກ່ທາງໂຮງໝໍແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຈາກທາງໂຄງການ ເພື່ອຮັບໃຊ້ໃນການປະຕິບັດກິດຈະກຳການກວດ ແລະ ປີ່ນປົວຄົນເຈັບຕໍ່ໆໆໄປ. 20-23 ມິຖຸນາ 2024 ແຂວງສະຫວັນນະເຂດ

ພາຍໃຕ້ໂຄງການ ແກ້ໄຂພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນຳ້ບີຢູ່ ສປປ ລາວ ຈາກການຮ່ວມມືກັນລະຫວ່າງສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ Read More »

ກອງປະຊຸມຄະນະກໍາມະການຫຼຸດຜ່ອນການສົ່ງເຊຶ້ອ HIV, Syphilis & Hepatitis B ຈາກແມ່ສູ່ລູກ ແລະ ການເຜີຍແຜ່ໂຄງການລິເລີ້ມ ຢູ່ 4 ແຂວງຂອງ ສປປ ລາວ

ກອງປະຊຸມຄະນະກໍາມະການຫຼຸດຜ່ອນການສົ່ງເຊຶ້ອ HIV, Syphilis & Hepatitis B ຈາກແມ່ສູ່ລູກ ແລະ ການເຜີຍແຜ່ໂຄງການລິເລີ້ມ ຢູ່ 4 ແຂວງຂອງ ສປປ ລາວ ຄື : ແຂວງ ຊຽງຂວາງ, ຫົວພັນ, ຜົ້ງສາລີ ອັດຕະປື ເພາະວ່າ ສປປ ລາວ ຍັງຈັດຢູ່ໃນປະເທດທີ່ມີອັດຕາການຕິດເຊຶ້ອ HIV ໃນກຸ່ມປະຊາກອນທົ່ວໄປແຕ່ວ່າການລະບາດແມ່ນມີອັດຕາສູງ ໃນກຸ່ມປະຊາກອນທີ່ມີຄວາມສ່ຽງເຊັ່ນ : ຊາຍຮັກຮ່ວມເພດ ແລະ ສາວບໍລິ ການ ແລະ ແມ່ຍິງຖືພາແມ່ນຖືກຈັດຢູ່ໃນກຸ່ມປະຊາກອນບູລິມະສິດທີ່ຈະຕ້ອງເອົາໃຈໃສ່ເປັນພິເສດ ເພື່ອປ້ອງກັນບໍ່ໃຫ້ມີການສົ່ງເຊຶ້ອຈາກ ແມ່ນຫາລູກ ອິງໃສ່ສະຖິຕິຈາກ ສູນຕ້ານເອດສ HIV ແລະ ພຕພ ໃນປີ 2023, ໃນແມ່ຍິງຖຶພາ 165,671 ຄົນ, ທີ່ເຂົ້າມາຝາກທ້ອງມີພຽງ 50% (82,622 ຄົນ) ທີ່ໄດ້ຮັບການກວດຊອກຫາເຊຶ້ອ HIV ແລະ ໃນນັ້ນມີ

ກອງປະຊຸມຄະນະກໍາມະການຫຼຸດຜ່ອນການສົ່ງເຊຶ້ອ HIV, Syphilis & Hepatitis B ຈາກແມ່ສູ່ລູກ ແລະ ການເຜີຍແຜ່ໂຄງການລິເລີ້ມ ຢູ່ 4 ແຂວງຂອງ ສປປ ລາວ Read More »

ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສາຫະລັດອາເມລິກາ (USAID) ແລະ ອົງ ການອະນາໄມໂລກ ໄດ້ແຈ້ງກ່ຽວກັບການ ຮັບຮອງເອົາການຮ່ວມ ມືຄັ້ງໃໝ່

 ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສາຫະລັດອາເມລິກາ (USAID) ແລະ ອົງ ການອະນາໄມໂລກ ໄດ້ແຈ້ງກ່ຽວກັບການ ຮັບຮອງເອົາການຮ່ວມ ມືຄັ້ງໃໝ່ ເພື່ອຮອງຮັບຕໍ່ໄພຂົ່ມຂູ່ ຄວາມໝັ້ນຄົງດ້ານສຸຂະພາບ ແລະ ກະກຽມຄວາມພ້ອມກັບຄວາມສ່ຽງຕໍ່ ການລະບາດ ແລະ ເຫດການສຸກເສິນທີ່ອາດເກີດຂື້ນໃນອະນາຄົດ ພ້ອມທັງຖອດຖອນບົດຮຽນຈາກການໂຕ້ ຕອບຕໍ່ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະທີ່ຜ່ານມາ. ໃນການຮ່ວມມືຄັ້ງນີ້, ອົງການ USAID ໄດ້ມີເຈດຈໍານົງໃນການສະໜັບ ສະໜູນເປັນ ມູນຄ່າ 10 ລ້ານໂດລາສະຫະລັດ ໄລຍະເວລາ 5 ປີ. ທາງດ້ານ ລະບົບລະບາດວິທະຍາ ເຫັນວ່າໃນປີ 2023, ສປປ ລາວ ພວກເຮົາໄດ້ປະເຊີນກັບການລະບາດຂອງພະນາດ ໂຄວິດ-19 ແລະ ເຫດການສຸກເສິນ ທາງດ້ານສາທາລະນະສູກ ຫຼາຍກວ່າ 30 ຄັ້ງ. ຕໍ່ເຫດການດັ່ງກ່າວນັ້ນ ກະຊວງສາທາລະນະສຸກ ກໍຄືລັດຖະບານລາຍງານໃນໄລຍະຜ່ານມາກໍສຸມໃສ່ການປະຕິບັການກໍາໜົດມາດຕະການໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ

ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສາຫະລັດອາເມລິກາ (USAID) ແລະ ອົງ ການອະນາໄມໂລກ ໄດ້ແຈ້ງກ່ຽວກັບການ ຮັບຮອງເອົາການຮ່ວມ ມືຄັ້ງໃໝ່ Read More »

ສະເຫລີມສະຫລອງວັນແພດລາວ 18 ມີຖຸນາ 2024 ຄົບຮອບ 59 ປີ

ເພື່ອເປັນການສະເຫລີມສະຫລອງວັນແພດລາວ 18 ມີຖຸນາ 2024 ຄົບຮອບ 59 ປີ ແລະ ກອງປະຊຸມໃຫ່ຍຂອງອົງຄະນະພັກກະຊວງ ສາທາລະນະສຸກ ໃດ້ຈັດຂະບວນການແຂ່ງຂັນກິລາບານເຕະ ຍິງ-ຊາຍ ຊິງຂັນສະຫາຍເລຂາຄະນະພັກ ກະຊວງສາທາລະນະສຸກ ເປັນປະທານໂດຍ ທ່ານ ດຣ ນ. ແສງຈັນ ຈັນທະສຸກ ປະທານສະຫະພັນຊາວໜຸ່ມກະຊວງສາທາລະນະສຸກ, ພ້ອມດວ້ຍຄະນະຊາວໜຸ່ມພະນັກງານອ້ອມຂ້າງກະຊວງສາທາລະນະສຸກ ມີທີມເຂົ້າຮ່ວມການແຂ່ງຂັນເຕະບານມີທີມແຕ່ອາຍຸ 45 ປີ ແລະ ທີມລວມອາວຸໂສ ມີຄື : ກຳໜົດມີ 8 ທີມຊາຍ ມີ 4 ຫາ 5 ພາກສ່ວນເປັນທີມ 1 ແລະ 4 ທີມຍິງ ໃຊ້ເວລາການແຂ່ງຂັນ 2 ນັດເທື່ອລະ 30 ນາທີ ສ່ວນທີ່ຊະນະຈັດເປັນ ທີ 1 ຈະໄດ້ຮັບ ຂັນ 1 ໜ່ວຍ ພ້ອມດ້ວຍ ເງິນສົດ

ສະເຫລີມສະຫລອງວັນແພດລາວ 18 ມີຖຸນາ 2024 ຄົບຮອບ 59 ປີ Read More »

ສະເຫຼີມສະຫຼອງ ວັນແພດລາວ 18 ມີຖຸນາ ຄົບຮອບ 59 ປີ (18 ມິຖຸນາ 1965–18 ມິຖຸນາ 2024)

ກະຊວງສາທາລະນະສຸກ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນແພດລາວ 18 ມີຖຸນາ ຄົບຮອບ 59 ປີ (18 ມິຖຸນາ 1965–18 ມິຖຸນາ 2024) ເພື່ອລະນຶກເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານການຮັກສາສຸຂະພາບ ຂອງພໍ່ແມ່ ປະຊາຊົນບັນດາເຜົ່າ ແລະ ການພັດທະນາບຸກຄະລາກອນ ສາທາລະນະສຸກ, ໂດຍສະເພາະ ການຈາລຶກເຖິງບຸນຄຸນ ຕໍ່ແພດໝໍ ແລະ ພະນັກງານສາທາລະນະສຸກລາວ ທີ່ໄດ້ເສຍສະຫຼະ ອຸທິດສະຕິປັນຍາ ແລະ ເຫື່ອແຮງໃນການ ປະຕິບັດໜ້າທີ່ ໃນແຕ່ລະໄລຍະ ເຊີ່ງໄດ້ຍົກໃຫ້ເຫັນໄດ້ເຖີງ ບົດບາດຄວາມສຳຄັນ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຈັນຍາບັນ ແລະ ຈັນຍາທຳຂອງແພດໝໍ ໃນການຮັບໃຊ້ ພໍ່ແມ່ປະຊາຊົນຢ່າງແທ້ຈິງ. ວັນທີ 18 ມີຖຸນາ ຈີ່ງໄດ້ກາຍເປັນຂີດໝາຍອັນສຳຄັນ ແຫ່ງການກຳເນີດຂອງ ວັນແພດລາວ, ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ທ່ານລັດຖະມົນຕີ

ສະເຫຼີມສະຫຼອງ ວັນແພດລາວ 18 ມີຖຸນາ ຄົບຮອບ 59 ປີ (18 ມິຖຸນາ 1965–18 ມິຖຸນາ 2024) Read More »