admin

Avatar

SMP Family ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ

ເຄືອທຸລະກິດ “SMP Family” ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ ລວມເປັນມູນຄ່າທັງໝົດ 1.2 ຕື້ກີບ ເພື່ອປິ່ນປົວພະຍາດໂຄວິດ-19 ແລະ ພະຍາດອື່ນໆ ໃຫ້ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ເພື່ອນໍາໃຊ້ໃນການຜະລິດຢາພື້ນເມືອງເຂົ້າໃນການປິ່ນປົວສຸຂະພາບໃຫ້ປະຊາຊົນ, ໂດຍສະເພາະເນັ້ນໜັກໄລຍະນີ້ແມ່ນການປິ່ນປົວ ແລະ ຕໍ່ສູ້ກັບພະຍາດໂຄວິດ-19. ເຊິ່ງຂຶ້ນມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານ SMP Family ແລະ ກ່າວຮັບໂດຍ ທ່ານ ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 18 ກັນຍາ 2021 ສະຖາບັນການແພດ ແລະ ການຢາພື້ນເມືອງ

SMP Family ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ Read More »

ສະຫະລັດ ອາເມລິກາ ມອບເຄື່ອງປ້ອງກັນໄຂ້ມາເລເລຍ ໃຫ້ແກ່ ສປປ ລາວ

ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ລັດຖະບານ ສປປ ລາວ ຮັບເຄື່ອງຊ່ວຍເຫຼືອເພື່ອປ້ອງກັນໄຂ້ມາເລເລຍ ຈາກ ສ. ອາເມລິກາ ເປັນມຸ້ງເຄືອບຢາ, ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວ ເຄື່ອງດັ່ງກ່າວງແມ່ນໄມ້ມອບໃຫ້ໂດຍຜ່ານອົງການ USAID ເຊີ່ງຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະ ສຸກສາລາຕ່າງໆໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດມາເລເລຍ ເຊີ່ງຈະຊ່ວຍໃຫ້ລັດຖະບານລາວມີອຸປະກອນພຽງພໍໃນການຮອງຮັບການລະບາດຂອງມາເລເລຍໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຕາງໜ້າໃຫ້ ສ.ອາເມລິກາ ມອບເຄື່ອງໃນພິທີຄັ້ງນີ້ ໂດຍທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈຳລາວ ແລະ ມີບັນດາຄະນະກົມ, ສູນ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫະລັດ ອາເມລິກາ ມອບເຄື່ອງປ້ອງກັນໄຂ້ມາເລເລຍ ໃຫ້ແກ່ ສປປ ລາວ Read More »

ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ ຕ້ອນຮັບ ທ່ານ Ding YUEFAN ຕາງໜ້າບໍລິສັດຜະລິດຢາຢວນຊູ

ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ ຕ້ອນຮັບ ທ່ານ Ding YUEFAN ຕາງໜ້າບໍລິສັດຜະລິດຢາຢວນຊູ ແລະ ຕາງໜ້າໃຫ້ບໍລິສັດຄົ້ນຄ້ວາຜະລິດວັກຊີນຕ້ານໂຄວິດ-19 (ບໍລິສັດ StemiRNa) ພ້ອມດ້ວຍວິຊາການ ເພື່ອປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດໂຄງການທົດລອງ ແລະ ຜະລິດວັກຊີນ ຕ້ານ COVID-19 ຢູ່ ສປປ ລາວ ເພື່ອຮັບໃຊ້ມວນຊົນ ແລະ ສົ່ງອອກຕ່າງປະເທດ. 17 ສິງຫາ 2021

ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ ຕ້ອນຮັບ ທ່ານ Ding YUEFAN ຕາງໜ້າບໍລິສັດຜະລິດຢາຢວນຊູ Read More »

ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນເພື່ອຕອບໂຕ້ພະຍາດ COVID-19 ໃຫ້ແກ່ ສປປ ລາວ.

12 ກໍລະກົດ 2021 ກະຊວງສາທາລະນະສຸກ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (UN FAO) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອໃຫ້ ສປປ ລາວ ເພື່ອກຽມຄວາມພ້ອມທີ່ດີໃນການແກ້ໄຂ ແລະ ຮັບມືກັບການລະບາດຂອງພະຍາດ COVID-19 ເຄືື່ອງຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບທຶນຈາກອົງການ ພັດທະນາສາກົນ ປະເທດສະຫະລັດ ອາເມລິກາ ຫຼື USAID ເຊີງມີ ຕູ້ເກັບຕົວຢ່າງ, ຊຸດນໍ້າຢາ ແລະ ເຄື່ອງໃຊ້ເພື່ອກວດຫາພະຍາດ COVID-19 ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ(NCLE) ຂອງກົມຄວບຄຸມພະຍາດຕິດຕໍ່ (DCDC). ອຸປະກອນ ແລະ ເຄື່ອງໃຊ້ຈະໄດ້ແຈກຢາຍໃຫ້ໂຮງໝໍ ຫຼື ແຂວງຕາມຄວາມຕ້ອງການ. ພິທີມອບຮັບອຸປະກອນ ແລະ ເຄື່ອງໃຊ້ໃນຄັ້ງນີ້ ມອບໂດຍທ່ານ ນາຊາ ຮາຢັດ, ຜູ້ຕ່າງໜ້າຂອງອົງການ FAO ປະຈຳລາວ ແລະ ກ່າວຮັບໂດຍ ທ່ານ ດຣ ບຸນແຝງ

ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນເພື່ອຕອບໂຕ້ພະຍາດ COVID-19 ໃຫ້ແກ່ ສປປ ລາວ. Read More »

ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ

ແມ່ນໂຄງການທີ່ຢູ່ພາຍໃຕ້ການຈັດຕັ້ງປະຕິບັດຂອງກະຊວງສາທາລະນະສຸກ ໂດຍມີຫ້ອງການປະສານງານຕັ້້ງຢູ່ກົມແຜນການ ແລະ ການຮ່ວມມື, ພາຍໃຕ້ການໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ. ໂຄງການນີ້ມີຈຸດປະສົງ ເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19 ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ໃນການຕອບໂຕ້ກັບສະພາວະສຸກເສີນ ຢູ່ ສ ປ ປ ລາວ ເຊິ່ງມີພື້ນທີ່ປົກຄຸມທົ່ວປະເທດ. ງົບປະມານເບື້ອງຕົ້ນທີ່ໄດ້ຮັບການຊ່ວຍເຫຼືອໃນຮູບແບບການກູ້ຢືມ US$ 18 ລ້ານ ເພື່ອວຽກງານຕອບໂຕ້ສຸກເສີນຕໍ່ການລະບາດຂອງພະຍາດໂຄວິດ-19, ງົບປະມານເພີ່ມ US$ 10 ລ້ານ ສຳລັບວຽກງານສັກຢາກັນພະຍາດໂຄວິດ-19 ແລະ ງົບປະມານຊ່ວຍເຫຼືອລ້າ US$ 5 ລ້ານ. ມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ 10/4/2020 –31/12/2023. ປະຈຸບັນ ທາງໂຄງການໄດ້ສຳເລັດກະກຽມແຜນຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມ ສຳລັບງົບປະມານເພີ່ມ, ແຜນການມີສ່ວນຮ່ວມຂອງຜູ້ທີ່ກ່ຽວຂ້ອງ ແລະ ກອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ເພື່ອເປັນ ແນວທາງໃນການຈັດຕັ້ງປະຕິບັດໂຄງການ. ທ່ານທີ່ສົນໃຈກ່ຽວກັບບົດສັງລວມຫຍໍ້ໂຄງການ ສາມາດພົວພັນ ໄດ້ທີ່ຫ້ອງການປະສານງານໂຄງການ ຫຼື ຜ່ານຊ່ອງທາງຄື +856 20 55

ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ Read More »

ຫ້ອງການປະກັນສຸຂະພາບແຫ່ງຊາດປະຊຸມຈັດກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025)

ກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025) ຂອງຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 8 ເມສາ 2021 ຜ່ານມາ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຫົວໜ້າກົມ, ຮອງກົມ, ພະແນກ, ສູນ, ສະຖາບັນ, ມວສ, ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກອງທັບ ກະຊວງປ້ອງກັນປະເທດ, ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ຫົວໜ້າກົມການເງິນ, ກົມງົບປະມານ, ກົມນະໂຍບາຍການເງິນ ແລະ ນິຕິກໍາແລະ ຄັງເງິນແຫ່ງຊາດ ກະຊວງການເງິນ, ຫົວໜ້າພະແນກສາທາລະນະສຸກ ແຂວງ, ພ້ອມດ້ວຍຜູ້ອໍານວຍການໂຮງໝໍ ແລະ ຫົວໜ້າປະກັນສຸຂະພາບ ແຂວງ 17 ແຂວງ ແລະ 01 ນະຄອນຫຼວງ ແລະ

ຫ້ອງການປະກັນສຸຂະພາບແຫ່ງຊາດປະຊຸມຈັດກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025) Read More »