ສະຫະລັດ ອາເມລິກາ ມອບເຄື່ອງປ້ອງກັນໄຂ້ມາເລເລຍ ໃຫ້ແກ່ ສປປ ລາວ

ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ລັດຖະບານ ສປປ ລາວ ຮັບເຄື່ອງຊ່ວຍເຫຼືອເພື່ອປ້ອງກັນໄຂ້ມາເລເລຍ ຈາກ ສ. ອາເມລິກາ ເປັນມຸ້ງເຄືອບຢາ, ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວ
ເຄື່ອງດັ່ງກ່າວງແມ່ນໄມ້ມອບໃຫ້ໂດຍຜ່ານອົງການ USAID ເຊີ່ງຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະ ສຸກສາລາຕ່າງໆໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດມາເລເລຍ ເຊີ່ງຈະຊ່ວຍໃຫ້ລັດຖະບານລາວມີອຸປະກອນພຽງພໍໃນການຮອງຮັບການລະບາດຂອງມາເລເລຍໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19
ຕາງໜ້າໃຫ້ ສ.ອາເມລິກາ ມອບເຄື່ອງໃນພິທີຄັ້ງນີ້ ໂດຍທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈຳລາວ ແລະ ມີບັນດາຄະນະກົມ, ສູນ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.