ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນເພື່ອຕອບໂຕ້ພະຍາດ COVID-19 ໃຫ້ແກ່ ສປປ ລາວ.

12 ກໍລະກົດ 2021 ກະຊວງສາທາລະນະສຸກ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (UN FAO) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອໃຫ້ ສປປ ລາວ ເພື່ອກຽມຄວາມພ້ອມທີ່ດີໃນການແກ້ໄຂ ແລະ ຮັບມືກັບການລະບາດຂອງພະຍາດ COVID-19 ເຄືື່ອງຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບທຶນຈາກອົງການ ພັດທະນາສາກົນ ປະເທດສະຫະລັດ ອາເມລິກາ ຫຼື USAID ເຊີງມີ ຕູ້ເກັບຕົວຢ່າງ, ຊຸດນໍ້າຢາ ແລະ ເຄື່ອງໃຊ້ເພື່ອກວດຫາພະຍາດ COVID-19 ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ(NCLE) ຂອງກົມຄວບຄຸມພະຍາດຕິດຕໍ່ (DCDC). ອຸປະກອນ ແລະ ເຄື່ອງໃຊ້ຈະໄດ້ແຈກຢາຍໃຫ້ໂຮງໝໍ ຫຼື ແຂວງຕາມຄວາມຕ້ອງການ. ພິທີມອບຮັບອຸປະກອນ ແລະ ເຄື່ອງໃຊ້ໃນຄັ້ງນີ້ ມອບໂດຍທ່ານ ນາຊາ ຮາຢັດ, ຜູ້ຕ່າງໜ້າຂອງອົງການ FAO ປະຈຳລາວ ແລະ ກ່າວຮັບໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາທ່ານຫົວໜ້າກົມຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.