SMP Family ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ

ເຄືອທຸລະກິດ “SMP Family” ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ ລວມເປັນມູນຄ່າທັງໝົດ 1.2 ຕື້ກີບ ເພື່ອປິ່ນປົວພະຍາດໂຄວິດ-19 ແລະ ພະຍາດອື່ນໆ ໃຫ້ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ເພື່ອນໍາໃຊ້ໃນການຜະລິດຢາພື້ນເມືອງເຂົ້າໃນການປິ່ນປົວສຸຂະພາບໃຫ້ປະຊາຊົນ, ໂດຍສະເພາະເນັ້ນໜັກໄລຍະນີ້ແມ່ນການປິ່ນປົວ ແລະ ຕໍ່ສູ້ກັບພະຍາດໂຄວິດ-19.
ເຊິ່ງຂຶ້ນມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານ SMP Family ແລະ ກ່າວຮັບໂດຍ ທ່ານ ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

18 ກັນຍາ 2021 ສະຖາບັນການແພດ ແລະ ການຢາພື້ນເມືອງ