admin

Avatar

ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌

ໃນມື້ນີ້, ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌ ໂດຍຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ – ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX. ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້ປະກອບມີວັກຊີນ AstraZeneca 132,000 ໂດສ໌ ເຊີ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility, ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ຟິນແລນ, ສວີເດນ ແລະ ເນເທີແລນ ໂດຍຜ່ານ COVAX Facility, ເຊິ່ງປະກອບມີ 100,800 ໂດສ໌ ຈາກປະເທດຟິນແລນ, 199,200 ໂດສ໌ ຈາກປະເທດສວີເດນ ແລະ […]

ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌ Read More »

ກະຊວງສາທາລະນະສຸກປະກາດແຕ່ງຕັ້ງຮອງລັດຖະມົນຕີເພີ່ມ

ໃນວັນທີ 5 ພະຈິກ 2021 ທີ່ຜ່ານມາກະຊວງສາທາລະນະສຸກປະກາດການຈັດຕັ້ງເພີ່ມຕື່ມໂດຍແຕ່ງຕັ້ງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຫົວໜ້າກົມກວດກາ ຂຶ້ນເປັນຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ຜາສຸກ ວົງວິຈິດ ຫົວໜ້າກົມການສຶກສາຂຶ້ນເປັນຜູ້ຊ່ວຍລັດຖະມົນຕີ ຮອງລັດຖະມົນຕີ, ທ່ານ ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ມາເປັນຫົວໜ້າກົມກວດກາ, ທ່ານ ສຸກສົມຄວນ ຈັນທະມາດ ຫົວໜ້າພະແນກບໍລິຫານກົມອາຫານ ແລະ ຢາ ຂຶ້ນເປັນຮອງຫົວໜ້າກົມອາຫານ ແລະ ຢາ, ທ່ານ ດຣ ນາງ ດາວດວງຈັນ ບູລົມມະວົງ ຫົວໜ້າພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ ແລະ ທ່ານ ດຣ ນາງ ສຸພາພອນ ສະເດັດຕັນ ຫົວໜ້າພະແນກພົວພັນຕ່າງປະເທດຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ. ໃຫ້ກຽດເຂົ້າຮ່ວມໃນພິທີໃນຄັ້ງນີ້ມີທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ເລຂາຄະນະພັກກະຊວງສາທາລະນະສຸກ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ

ກະຊວງສາທາລະນະສຸກປະກາດແຕ່ງຕັ້ງຮອງລັດຖະມົນຕີເພີ່ມ Read More »

ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ

ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ຢ່າງເປັນທາງການໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໃນຕອນບ່າຍຂອງວັນທີ 2 ພະຈິກ 2021 ທີ່ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງ ພະນະທ່ານ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ; ດຣ. ເກົ່າ ຈຸ້ນ, ຜູ້ຕາງໜ້າອົງການ ອານາໄມໂລກ ປະຈໍາ ສປປ ລາວ; ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ. ການສົ່ງມອບວັກຊີນໃໝ່ນີ້ຈະຊ່ວຍເລັ່ງໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກຢາກັນພະຍາດໂຄວິດ-19 ໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນທັງໝົດໃນປີ

ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ Read More »

ບໍລິສັດ ລ້ານຊ້າງ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ Shenzhen Angell Technology ໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19

ບໍລິສັດ ລ້ານຊ້າງ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ Shenzhen Angell Technology ໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19 – ບໍລິສັດ ລ້ານຊ້າງ ຂາອອກ-ຂາເຂົ້າ ຈຳກັດ ໄດ້ມອບ ຊຸດເຄື່ອງນອນ (ໝອນໝູນ, ຜ້າຫົ່ມ, ຜ້າປູບ່ອນນອນ, ຕານ່າງກັນຍຸງ) ທັງໝົດ 150ຊຸດ, ນໍ້າດື່ມຈາກ BMW 20 ແພັກ ເງິນສົດຈຳນວນ 10,000,000 ກີບ ມູນຄ່າລວມ 42,000,000 ກີບ ເຂົ້າມອບໂດຍ ທ່ານ ນາງ ຈັນທະນາ ປັນຍາສີລິ ຜູ້ອຳນວຍການ ບໍລິສັດ ລ້ານຊ້າ ຂາອອກ-ຂາເຂົ້າ ຈຳກັດ – ບໍລິສັດ Shenzhen Angell Technology ໄດ້ມອບ

ບໍລິສັດ ລ້ານຊ້າງ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ Shenzhen Angell Technology ໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19 Read More »

ອົງການອະນາໄມໂລກ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ, ຊຸດປ້ອງກັນ ແລະ ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ໃຫ້ກະຊວງສາທາລະນະສຸກ

ອົງການອະນາໄມໂລກ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ, ຊຸດປ້ອງກັນ ແລະ ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ໃຫ້ກະຊວງສາທາລະນະສຸກ, ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ເຄື່ອງປັ່ນອົກຊີແຊນ 40 ເຄື່ອງ, ເຄື່ອງຕິດຕາມອາການຄົນເຈັບ 45 ເຄື່ອງ, ອຸປະກອນນໍາໃຊ້ຕ່າງໆເຊັ່ນ ສາຍທໍ່ອົກຊີ, ໜ້າກາກອົກຊີ, ຊຸດປ້ອງກັນ, ຜ້າອັດປາກທາງການແພດ, ຜ້າອັດປາກ N95, ໜ້າກາກໃສ, ແວ່ນຕາ, ຊຸດເຄື່ອງກວດຫາເຊື້ອ ລວມມູນຄ່າລວມຢູ່ທີ່ USD 874,928. ພິທີດັ່ງກ່າວໄດ້ເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ ສະໜອງ ທອງສະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ຈຸ່ນ ກ່າວ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ, ມີທ່ານຫົວໜ້າ, ຮອງຫົວໜ້າກົມຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ບັນດາຫົວໜ້າໜ່ວຍງານຈາກ ອົງການອະນາໄມໂລກ ປະຈໍາ ສປປ ລາວເຂົ້າຮ່ວມ. ອຸປະກອນ ແລະ ເຄື່ອງໃຊ້ເຫຼົ່ານີ້ທີ່ຖືກຊ່ວຍເຫຼືອຈາກ ອົງການອະນາໄມໂລກ ຈະພຽງພໍໃນການຊ່ວຍຊີວິດຜູ້ຄົນນັບພັນຄົນ ແລະ ສາມາດກວດຫາເຊື້ອແກ່ຜູ້ຄົນຈໍານວນຫຼາຍແສນຄົນ.

ອົງການອະນາໄມໂລກ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ, ຊຸດປ້ອງກັນ ແລະ ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ໃຫ້ກະຊວງສາທາລະນະສຸກ Read More »

ບໍລິສັດ ລາວເຄບີເອັນ ແລະ ບໍລິສັດ ເບທາໂກ ລາວຈຳກັດຜູ້ດຽວ ໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19

ບໍລິສັດ ລາວເຄບີເອັນ ໄດ້ມອບເຫຼົ້າຂ້າເຊື້ອ ແອວກໍຮໍ 75% ຈຳນວນ 300 ລິດ ລວມມູນຄ່າ 13,200,000 ກີບ ເຊີ່ງມອບໂດຍທ່ານ ສີວຽງໄຊ ອາຢົງ ຜູ້ອຳນວຍການ ບໍລິສັດ ລາວເຄບີເອັນ ຜະລິດຕະພັນການແພດຈຳກັດ ແລະ ກ່າວຮັບໂດຍ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ບໍລິສັດ ເບທາໂກ ລາວຈຳກັດຜູ້ດຽວ ໄດ້ມອບຊຸດປ້ອງກັນ PPE ຈຳນວນ 100 ຊຸດ ລວມມູນຄ່າ 5,985,000 ກີບ ມອບໂດຍ ທ່ານ ທິຕິໄຊ ທອງປານ ຜູ້ຈັດການຂາຍ ແລະ ກ່າວຮັບໂດຍ ທ່ານ ສົມຈິດ ຜາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ທັງໝົດນີ້ກໍ່ແມ່ນເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19.

ບໍລິສັດ ລາວເຄບີເອັນ ແລະ ບໍລິສັດ ເບທາໂກ ລາວຈຳກັດຜູ້ດຽວ ໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19 Read More »

ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງປະເທດຝຣັ່ງ ເປັນເງິນຈໍານວນ 236,000 ໂດລາ

ລັດຖະບານແຫ່ງ ປະເທດຝຣັ່ງໄດ້ໃຫ້ການຊ່ວຍທາງດ້ານສະບຽງອາຫານທີ່ຈໍາເປັນໃຫ້ແກ່ ແຮງງານທີ່ ກັບຈາກປະເທດເພື່ອນບ້ານ ທີ່ສູນຈໍາກັດບໍລິເວນ, ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງປະ ເທດຝຣັ່ງ ເປັນເງິນຈໍານວນ 236,000 ໂດລາສະຫະລັດອາເມລິກາ ເພື່ອຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ແຮງງານ ທີ່ຢູ່ໃນ 18 ສູນຈໍາກັດບໍລິເວນ ໃນ 7 ແຂວງ ທີ່ ສປປລາວ. ອົງການອາຫານໂລກ ແລະ ອົງການເພື່ອນຮ່ວມງານ – ອົງການກາແດງສະວິດ, ອົງການກາແດງລາວ ແລະ ອົງການສຸພະນິມິດສາກົນ – ຈະໄດ້ນໍາໃຊ້ເງິນຈາກ ການຊ່ວຍເຫຼືອໃນຄັ້ງນີ້ ສະໜອງອາຫານທີ່ມີໂພຊະນາການ 3 ຄາບ ໃນແຕ່ລະມື້ ໃຫ້ແກ່ແຮງງານ ຫຼາຍກວ່າ 5,600 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານ. ການຊ່ວຍເຫຼືອດັ່ງກ່າວ ຍັງໄດ້ຊ່ວຍໃຫ້ພວກເຂົາ ເລົ່ານັ້ນມີສຸຂະພາບ ແຂງແຮງ ແລະ ການເປັນຢູ່ທີ່ດີ, ໃນເວລາດຽວກັນ ກໍ່ຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆຂອງພວກເຂົາ ແລະ ຄອບຄົວຂອງພວກເຂົາ. ໃນພິທີ ໄດ້ກ່າວມອບໂດຍ

ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງປະເທດຝຣັ່ງ ເປັນເງິນຈໍານວນ 236,000 ໂດລາ Read More »

ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ສປປ ລາວ ເພື່ອ

ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຊື່ງປະກອບມີ: ເຄື່ອງນອນຄົບຊຸດ (ເສື່ອນອນ, ໝອນ, ມຸ້ງ, ຜ້າຫົ່ມ) ຈຳນວນ 600 ຊຸດ, ຊຸດ PPE ຈຳນວນ 10 ຊຸດ, ຜ້າອັດປາກ-ດັງ ຈຳນວນ 50 ແກັດ, ເຈວລ້າງມື ຈຳນວນ 16 ແກ້ວ. ຕາງໜ້າໃຫ້ລັດຖະບານໄມ ມອບໂດຍ ທ່ານ ເຈດສະດາ ກະຕະເວທີນ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍກົມກອງທີ່ກ່ຽວຂ້ອງ. ແລະ ໃນວັນດຽວກັນນັ້ນກໍ່ມີ ບໍລິສັດ ວີທີເອັນ

ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ສປປ ລາວ ເພື່ອ Read More »