ບໍລິສັດ ລາວເຄບີເອັນ ແລະ ບໍລິສັດ ເບທາໂກ ລາວຈຳກັດຜູ້ດຽວ ໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19

ບໍລິສັດ ລາວເຄບີເອັນ ໄດ້ມອບເຫຼົ້າຂ້າເຊື້ອ ແອວກໍຮໍ 75% ຈຳນວນ 300 ລິດ ລວມມູນຄ່າ 13,200,000 ກີບ ເຊີ່ງມອບໂດຍທ່ານ ສີວຽງໄຊ ອາຢົງ ຜູ້ອຳນວຍການ ບໍລິສັດ ລາວເຄບີເອັນ ຜະລິດຕະພັນການແພດຈຳກັດ ແລະ ກ່າວຮັບໂດຍ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ
ບໍລິສັດ ເບທາໂກ ລາວຈຳກັດຜູ້ດຽວ ໄດ້ມອບຊຸດປ້ອງກັນ PPE ຈຳນວນ 100 ຊຸດ ລວມມູນຄ່າ 5,985,000 ກີບ ມອບໂດຍ ທ່ານ ທິຕິໄຊ ທອງປານ ຜູ້ຈັດການຂາຍ ແລະ ກ່າວຮັບໂດຍ ທ່ານ ສົມຈິດ ຜາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ທັງໝົດນີ້ກໍ່ແມ່ນເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19.