ອົງການອະນາໄມໂລກ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ, ຊຸດປ້ອງກັນ ແລະ ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ໃຫ້ກະຊວງສາທາລະນະສຸກ

ອົງການອະນາໄມໂລກ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ, ຊຸດປ້ອງກັນ ແລະ ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ໃຫ້ກະຊວງສາທາລະນະສຸກ, ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ເຄື່ອງປັ່ນອົກຊີແຊນ 40 ເຄື່ອງ, ເຄື່ອງຕິດຕາມອາການຄົນເຈັບ 45 ເຄື່ອງ, ອຸປະກອນນໍາໃຊ້ຕ່າງໆເຊັ່ນ ສາຍທໍ່ອົກຊີ, ໜ້າກາກອົກຊີ, ຊຸດປ້ອງກັນ, ຜ້າອັດປາກທາງການແພດ, ຜ້າອັດປາກ N95, ໜ້າກາກໃສ, ແວ່ນຕາ, ຊຸດເຄື່ອງກວດຫາເຊື້ອ ລວມມູນຄ່າລວມຢູ່ທີ່ USD 874,928.
ພິທີດັ່ງກ່າວໄດ້ເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ ສະໜອງ ທອງສະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ຈຸ່ນ ກ່າວ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ, ມີທ່ານຫົວໜ້າ, ຮອງຫົວໜ້າກົມຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ບັນດາຫົວໜ້າໜ່ວຍງານຈາກ ອົງການອະນາໄມໂລກ ປະຈໍາ ສປປ ລາວເຂົ້າຮ່ວມ.
ອຸປະກອນ ແລະ ເຄື່ອງໃຊ້ເຫຼົ່ານີ້ທີ່ຖືກຊ່ວຍເຫຼືອຈາກ ອົງການອະນາໄມໂລກ ຈະພຽງພໍໃນການຊ່ວຍຊີວິດຜູ້ຄົນນັບພັນຄົນ ແລະ ສາມາດກວດຫາເຊື້ອແກ່ຜູ້ຄົນຈໍານວນຫຼາຍແສນຄົນ.