ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ

ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ຢ່າງເປັນທາງການໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໃນຕອນບ່າຍຂອງວັນທີ 2 ພະຈິກ 2021 ທີ່ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງ ພະນະທ່ານ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ; ດຣ. ເກົ່າ ຈຸ້ນ, ຜູ້ຕາງໜ້າອົງການ ອານາໄມໂລກ ປະຈໍາ ສປປ ລາວ; ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ. ການສົ່ງມອບວັກຊີນໃໝ່ນີ້ຈະຊ່ວຍເລັ່ງໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກຢາກັນພະຍາດໂຄວິດ-19 ໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນທັງໝົດໃນປີ 2021, ນອກຈາກນັ້ນ ວັກຊີນດັ່ງກ່າວຈະຖືກນໍາໃຊ້ກັບກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບ. ກຸ່ມບູລິມະສິດສຳລັບການສັກຢາກັນພະຍາດໂຄວິດ-19 ເເມ່ນປະກອບມີ ພະນັກງານສາທາລະນະສຸກແຖວໜ້າ, ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ ແລະ ບຸກຄະລາກອນທີ່ສໍາຄັນ ເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ, ອີງຕາມທີ່ລະບຸໄວ້ໃນ ແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ.