ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ສປປ ລາວ ເພື່ອ

ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຊື່ງປະກອບມີ: ເຄື່ອງນອນຄົບຊຸດ (ເສື່ອນອນ, ໝອນ, ມຸ້ງ, ຜ້າຫົ່ມ) ຈຳນວນ 600 ຊຸດ, ຊຸດ PPE ຈຳນວນ 10 ຊຸດ, ຜ້າອັດປາກ-ດັງ ຈຳນວນ 50 ແກັດ, ເຈວລ້າງມື ຈຳນວນ 16 ແກ້ວ. ຕາງໜ້າໃຫ້ລັດຖະບານໄມ ມອບໂດຍ ທ່ານ ເຈດສະດາ ກະຕະເວທີນ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍກົມກອງທີ່ກ່ຽວຂ້ອງ.
ແລະ ໃນວັນດຽວກັນນັ້ນກໍ່ມີ ບໍລິສັດ ວີທີເອັນ ກໍ່ສ້າງຈຳກັດຜູ້ດຽວ ມອບເງິນມູນຄ່າລວມ 100,000,000 ກີບ ໃຫ້ກະຊວງສາທາລະນະສຸກ ເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ເຊີ່ງເຂົ້າມອບໂດຍ ທ່ານ ວິໄຊ ວັດທະນາ ອຳນວຍການ ບໍລິສັດ ວີທີເອັນ ກໍ່ສ້າງຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.