May 20, 2021

ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ

ແມ່ນໂຄງການທີ່ຢູ່ພາຍໃຕ້ການຈັດຕັ້ງປະຕິບັດຂອງກະຊວງສາທາລະນະສຸກ ໂດຍມີຫ້ອງການປະສານງານຕັ້້ງຢູ່ກົມແຜນການ ແລະ ການຮ່ວມມື, ພາຍໃຕ້ການໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ. ໂຄງການນີ້ມີຈຸດປະສົງ ເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19 ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ໃນການຕອບໂຕ້ກັບສະພາວະສຸກເສີນ ຢູ່ ສ ປ ປ ລາວ ເຊິ່ງມີພື້ນທີ່ປົກຄຸມທົ່ວປະເທດ. ງົບປະມານເບື້ອງຕົ້ນທີ່ໄດ້ຮັບການຊ່ວຍເຫຼືອໃນຮູບແບບການກູ້ຢືມ US$ 18 ລ້ານ ເພື່ອວຽກງານຕອບໂຕ້ສຸກເສີນຕໍ່ການລະບາດຂອງພະຍາດໂຄວິດ-19, ງົບປະມານເພີ່ມ US$ 10 ລ້ານ ສຳລັບວຽກງານສັກຢາກັນພະຍາດໂຄວິດ-19 ແລະ ງົບປະມານຊ່ວຍເຫຼືອລ້າ US$ 5 ລ້ານ. ມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ 10/4/2020 –31/12/2023. ປະຈຸບັນ ທາງໂຄງການໄດ້ສຳເລັດກະກຽມແຜນຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມ ສຳລັບງົບປະມານເພີ່ມ, ແຜນການມີສ່ວນຮ່ວມຂອງຜູ້ທີ່ກ່ຽວຂ້ອງ ແລະ ກອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ເພື່ອເປັນ ແນວທາງໃນການຈັດຕັ້ງປະຕິບັດໂຄງການ. ທ່ານທີ່ສົນໃຈກ່ຽວກັບບົດສັງລວມຫຍໍ້ໂຄງການ ສາມາດພົວພັນ ໄດ້ທີ່ຫ້ອງການປະສານງານໂຄງການ ຫຼື ຜ່ານຊ່ອງທາງຄື +856 20 55

ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ Read More »