April 2021

ລັດຖະບານ ສປ ຈີນ ມອບວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 300.000 ໂດສ

ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021 ວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດ ຊີໂນຟາມ( Sinopharm Vaccines) ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດ ຊີໂນຟາມ( Sinopharm Vaccines) ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫຼືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ. ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼາຍ, ຕາມຂໍ້ມູນຈາກວິທະຍຸ CRI ໃຫ້ຮູ້ວ່າ: ວັກຊີນປ້ອງກັນໂຄວິດ-19 […]

ລັດຖະບານ ສປ ຈີນ ມອບວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 300.000 ໂດສ Read More »

ປະກອບສ່ວນຊ່ວຍເຫຼືອ ຄະນະແພດໝໍ ແລະ ເປີດຕົວ “ກອງທຶນ ຊ່ວຍເຫຼືອ ວິລະບູລຸດຕໍ່ຕ້ານ CoVID19 MJBL” ຂອງ ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ.

ການແຜ່ລະບາດ ຂອງ CoVID19 ຄັ້ງທີສອງ ໃນ ສປປ ລາວ, ໃນມື້ນີ້ ທາງ ທະນາຄານ ມາຣູຮານເຈແປນ ລາວ ຈຳກັດ (MJBL) ຈຶ່ງໄດ້ປະກາດ ການຊ່ວຍເຫຼືອ ຄະນະແພດ ແລະ ອາສາສະໝັກ ໃນການຕໍ່ສູ້ກັບການແຜ່ລະບາດຂອງໂລກລະບາດນີ້. ໃນຖານະ ທີ່ເປັນທະນາຄານທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກລູກຄ້າ, ທຸລະກິດ ແລະ ສັງຄົມ,​ MJBL ມີຄວາມປະສົງໃນການປະກອບສ່ວນ ແລະ ກະຕຸກຊຸກຍູ້ ການຊ່ວຍເຫຼືອເພື່ອຊ່ວຍບັນເທົາ ບັນຫາທີ່ ທາງຄະນະແພດກຳລັງປະເຊີນໃນປະຈຸບັນ ເຊິ່ງເພິ່ນທັງຫຼາຍ ຖືເປັນວິລະບູລຸດທີ່ແທ້ຈິງ. ເພື່ອເປັນການເລີ່ມບາດກ້າວ ໃນການສະໜອງຄວາມຊ່ວຍເຫຼືອ ຢ່າງທັນການ ແກ່ໂຮງໝໍ ແລະ ສູນກວດໂຄວິດ ທີ່ກຳລັງຮັບມືກັບສະຖານະການໃນປະຈຸບັນນີ້, ທະນາຄານ ມາຣູຮານ ເຈແປນ ລາວ ຈະຮີບຮ້ອນ ປະກອບສ່ວນ ຊຸດປ້ອງກັນຕົວທາງການແພດ ຫຼື PPE suit ຈຳນວນ 100 ຊຸດ, ຕຽງນອນໂຮງໝໍແບບເຄື່ອນຍ້າຍໄດ້ ຈຳນວນ

ປະກອບສ່ວນຊ່ວຍເຫຼືອ ຄະນະແພດໝໍ ແລະ ເປີດຕົວ “ກອງທຶນ ຊ່ວຍເຫຼືອ ວິລະບູລຸດຕໍ່ຕ້ານ CoVID19 MJBL” ຂອງ ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ. Read More »

ຫ້ອງການປະກັນສຸຂະພາບແຫ່ງຊາດປະຊຸມຈັດກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025)

ກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025) ຂອງຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 8 ເມສາ 2021 ຜ່ານມາ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຫົວໜ້າກົມ, ຮອງກົມ, ພະແນກ, ສູນ, ສະຖາບັນ, ມວສ, ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກອງທັບ ກະຊວງປ້ອງກັນປະເທດ, ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ຫົວໜ້າກົມການເງິນ, ກົມງົບປະມານ, ກົມນະໂຍບາຍການເງິນ ແລະ ນິຕິກໍາແລະ ຄັງເງິນແຫ່ງຊາດ ກະຊວງການເງິນ, ຫົວໜ້າພະແນກສາທາລະນະສຸກ ແຂວງ, ພ້ອມດ້ວຍຜູ້ອໍານວຍການໂຮງໝໍ ແລະ ຫົວໜ້າປະກັນສຸຂະພາບ ແຂວງ 17 ແຂວງ ແລະ 01 ນະຄອນຫຼວງ ແລະ

ຫ້ອງການປະກັນສຸຂະພາບແຫ່ງຊາດປະຊຸມຈັດກອງປະຊຸມສະຫຼຸບໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ (2021-2025) Read More »

ສອບເສັງລະດັບຊາດເພື່ອຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບການປິ່ນປົວ ສົກປີ 2020

ການສອບເສັງລະດັບຊາດເພື່ອຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວສຳລັບທ່ານໝໍທີ່ສຳເລັດການສຶກສາ ຈາກມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ  ປີ 2020 ຄັ້ງທຳອິດ ຊື່ງເປັນເຫດການປະຫັວດສາດ ຂອງກະຊວງສາທາລະນະສຸກ ສປປ ລາວ, ຈຸດປະສົງແມ່ນເພື່ອປະເມີນລະດັບຄວາມຮູ້ ຄວາມສາມາດ ສະຕິປັນຍາ ແລະ ຄວາມສະໝັກໃຈໃນການໃຫ້ບໍລິການສຸຂະພາບ ຫຼັງຈາກນັກສຶກສາຮຽນຈົບຕາມມາດຕະຖານຫຼັກສູດຢູ່ໃນ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ເພື່ອເປັນການຢັ້ງຢືນອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນ. ໃນການຈັດຕັ້ງປະຕິບັດການສອບເສັງລະດັບຊາດນີ້ ແມ່ນຄະນະກຳມະການວິຊາຊີບປິ່ນປົວການແພດຂອງ ສະພາຄຸ້ມຄອງວິຊາຊີບປິ່ນປົວໄດ້ສົມທົບກັບຄະນະແພດສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ  ແລະ ບັນດາໂຮງໝໍສິດສອນຂັ້ນສູນກາງ ຮັບຜິດຊອບຮ່ວມກັນໃນການກະກຽມ ແລະ ດຳເນີການສອບເສັງ,    ການສອບເສັງຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກໃຫ່ຍຄື : ພາກທິດສະດີ MCQS ພາກປະຕິບັດຕົວຈິງ OSCES ປະກອບດ້ວຍວິຊາ ພະຍາດພາຍໃນ ຫຼື ອາຍຸລະສາດ, ພະຍາດພາຍນອກ ຫຼື ສັນລະສາດ, ພະຍາດເດັກ ຫຼື ກູມມານເວດສາດ, ແລະ ວິຊາປະສູດ- ພະຍາດຍິງ ຫຼື ນາລີເວດ-ສຸຕິສາດ. ມີຜູ້ຮ່ວມສອບເສັງທັງໝົດ 125

ສອບເສັງລະດັບຊາດເພື່ອຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບການປິ່ນປົວ ສົກປີ 2020 Read More »