May 13, 2021

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ

ໃນວັນທີ 12 ພຶດສະພາ 2021, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກຊີນ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີຢ່າງເປັນທາງການກໍຄືການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດລາວ ແລະ ອົດສະຕຣາລີ. ການຊ່ວຍເຫຼືອຢາວັກຊີນຂອງ ອົດສະຕຣາລີ ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມຈາກເບື້ອງຕົ້ນ ຈໍານວນ 4,8 ລ້ານໂດລາອົດສະຕຣາລີ ເພື່ອນໍາໃຊ້ເຂົ້າໃນວຽກງານແກ້ໄຂຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ປັດຈຸບັນ. ນອກຈາກນີ້, ລັດຖະບານ ອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນຈຳນວນຫຼາຍເຂົ້າໃນ ໂຄງການ ໂຄແວັກສ (COVAX), […]

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ Read More »

ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ)

ໃນໄລຍະເວລາທີ່ຄະນະສະເພາະກິດລາຍງານໂຕເລກຜູ້ຕິດເຊື້ອທີ່ເພີ່ມຂຶ້ນທຸກມື້, ທ່ານຫົວໜ້າກົມປິ່ນປົວ ຍັງບອກອີກວ່າຕາມການສົມທົບກັບວິຊາການຂອງອົງການອະນາໄມໂລກ ໄດ້ປະເມີນຈະມີຜູ້ຕິດເຊື້ອຢູ່ລາວໄລຍະນີ້ ປະມານ 2.000 ຄົນ, ພ້ອມເຫັນພາບການກະກຽມສະຖານທີ່ ກະກຽມຕຽງ ເພື່ອໃຫ້ພຽງພໍ ຍິ່ງເຮັດໃຫ້ຢ້ານ. ຫຼາຍໆຄົນທັງຮ້າຍທັງດ່າຜູ້ນໍາເຊື້ອເຂົ້າມາແພ່ (ຍ້ອນເຫັນແກ່ເງິນ) ກໍເມື່ອຍຮ້າຍເມື່ອຍດ່າ ເພາະຜູ້ກ່ຽວກໍນອນເສີຍເອີດເຕີດຢູ່ໂຮງໝໍ (ໝັ້ນໃຈຕົວເອງສຸດໆ, ທຸກຄົນອ້ອມຂ້າງຕົນເອງຜິດໝົດນອກຈາກຕົນເອງ) ໃຫ້ແພດໝໍໃຫ້ ການປິ່ນປົວຢູ່ (ຈັກຈະໄດ້ອ່ານໄດ້ຟັງຜູ້ຂຽນ ຜູ້ເວົ້າ ທີ່ ໂພສລົງໃຫ້ອ່ານຫຼືບໍ່, ແຕ່ເຖິງອ່ານກໍຄົງບໍ່ສະດຸ້ງສະເທືອນດອກ). ເມື່ອແກ້ໄຂສິ່ງທີ່ເກີດຂຶ້ນຜ່ານມາບໍ່ໄດ້ແລ້ວ, ທີ່ເພິ່ງທາງກາຍ ແລະ ໃຈ ດຽວນີ້ກໍແມ່ນວັກຊີນຕ້ານໂຄວິດ 19. ວັກຊີນແມ່ນຫຍັງ? ນັກວິທະຍາສາດເອົາຫຍັງມາເຮັດວັກຊີນ? ເອົາສານເຄມີ ຫຼື ເອົາພືດຢາທີ່ເປັນທໍາມະຊາດຄືເຮັດຢາປົວພະຍາດ ມາສະກັດເຮັດວັກຊີນບໍ່? ກົງກັນຂ້າມ ວັກຊີນ (ລວມທັງວັກຊີນທີ່ສັກໃຫ້ເດັກນ້ອຍ) ແມ່ນເອົາເຊື້ອພະຍາດໂຕດັ່ງກ່າວ (ເຊັ່ນຕ້ານວັນນະໂລກກໍເອົາເຊື້ອວັນນະໂລກ, ຕ້ານໂຄວິດ 19 ກໍເອົາເຊື້ອໂຄວິດ 19) ທີ່ຕາຍແລ້ວ ຫຼື ຍັງມີຊີວິດຢູ່ ແຕ່ມາເຮັດໃຫ້ມັນອ່ອນແອລົງທີ່ສຸດຈົນບໍ່ສາມາດກໍ່ໃຫ້ເກີດພະຍາດໄດ້ (ດັ່ງນັ້ນການເກັບຮັກສາວັກຊິນ ຈຶ່ງຢູ່ໃນອຸນຫະພູມ ທີ່ແຕກຕ່າງ). ນັກວິທະຍາສາດສະກັດເອົາສິ່ງເຫຼົ່ານີ້ມາເຮັດເປັນວັກຊີນ. ເມື່ອເຮົາໄດ້ຮັບວັກຊີນ, ເຊິ່ງເໝືອນສົ່ງໜ້າຕາແມ່ພະຍາດເຂົ້າຮ່າງກາຍ.

ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ) Read More »