ວັນທີ​ 17​ ສິງຫາ​ ມີຜູ້ເດີນທາງຜ່ານ​ສະໜາມບິນ​ວັດ​ໄຕ​ 329​ຄົນ

ຄະນະສະເພາະກິດລາຍງານ ປະຈຳວັນທີ​ 18​ ສິງຫານີ້ວ່າ: ສໍາລັບການເຝົ້າລະວັງ COVID-19ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 17ສິງຫາ 2020 1. ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ · ທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ2,212ຄົນ: – ໃນນັ້ນຈຸດຜ່ານດ່ານລາວ-ໄທ1,093ຄົນ(ແຮງງານລາວກັບມາແຕ່ໄທ205ຄົນ); – ຈຸດຜ່ານດ່ານລາວ-ຈີນ117ຄົນ, ໃນນີ້ ແຮງງານຈີນ 107 ຄົນ ຜ່ານດ່ານບໍ່ເຕັນ ແຂວງຫຼວງນໍ້າທາ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ 10 ຄົນ; – ຈຸດຜ່ານດ່ານລາວ-ຫວຽດນາມ673ຄົນ, ໃນນີ້ແຮງງານຫວຽດນາມ 05 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ; – ຈຸດຜ່ານດ່ານ ລາວ-ກຳປູເຈຍ 00ຄົນ; – ເດີນທາງຜ່ານສະໜາມບິນສາກົນວັດໄຕ329ຄົນ(ຄົນຈີນ 255 ຄົນ, ຄົນລາວ 07 ຄົນ ແລະ ຕ່າງປະເທດ 67 ຄົນ); – ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ແລະໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານ ທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14ວັນ. 2. ການຕິດຕາມຜູ້​ຖືກຈຳກັດບໍລິເວນຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ໃນ​ຂອບ​ເຂດທົ່ວປະ ເທດ · ປະຈຸບັນທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 53ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ3,773ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດແລະບໍ່ພົບຜູ້ຕິດເຊື້ອ. 3. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ · ໃນວັນທີ 17 ສິງຫາ2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ422 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 98ຕົວຢ່າງ, ແຮງງານຈີນ 262 ຕົວຢ່າງ ແລະບຸກຄົນທົ່ວໄປທີ່ບໍ່ມີອາການ62 ຕົວຢ່າງ; · ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອໝາຍຄວາມວ່າໃນວັນທີ 17 ສິງຫາ 2020 ບໍ່ມີຜູ້ຕິດເຊື້ອໃໝ່; · ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ17 ສິງຫາ2020 ໄດ້ເກັບຕົວຢ່າງມາກວດທັງໝົດ34.​808ຕົວຢ່າງ,ກວດພົບເຊື້ອສະສົມ22ຄົນ.