ທົ່ວປະເທດມີລາຍງານເສຍຊີວິດເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງ ລວມເປັນ 10 ຄົນ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະເທດເຮົາ ໃນວັນທີ 27 ສິງຫາ 2020  ສປປ ລາວ ເຮົາ ແມ່ນ ມີກໍລະນີຜູ້ເສຍຊີວິດສະສົມ 10 ຄົນ, ໃນນັ້ນ ເສຍຊີວິດໃໝ່ເພີ່ມຂຶ້ນ 1 ຄົນ ຢູ່ແຂວງ ສະຫວັນນະເຂດ ລວມເປັນ 5 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ພົບກໍລະນີຜູ້ເສຍຊີວິດ. ນັບແຕ່ວັນທີ 01/01/2020-27/08/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 5,593 ຄົນ (ມີລາຍ ງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 1.300 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 661ຄົນ, ແຂວງວຽງຈັນ 597 ຄົນ ແລະ ສະຫວັນນະເຂດ 519ຄົນ ແລະ ແຂວງອື່ນໆ. ໃນນັ້ນ, ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ […]

ທົ່ວປະເທດມີລາຍງານເສຍຊີວິດເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງ ລວມເປັນ 10 ຄົນ Read More »