ລາວຍັງມີຄວາມສ່ຽງທີ່ອາດເກີດການລະບາດຂອງພະຍາດໂຄວິດ-19 ຂຶ້ນຮອບໃໝ່

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການດ່ວນໃນມື້ວັນທີ 7 ສິງຫາ ທີ່ຜ່ານມາ ເຖີງທຸກພາກສ່ວນລວມທັງພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີຂຶ້ນກວ່າເກົ່າກ່ຽວກັບການປະຕິບັດມາດຕະການຜ່ອນຜັນປ້ອງ ກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເພາະເຫັນວ່າປັດຈຸບັນ ປະເທດລາວຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍທີ່ຈະເກີດການແຜ່ລະບາດຂອງພະຍາດດັ່ງກ່າວຮອບໃໝ່ ຍ້ອນສະພາບການລະບາດຂອງພະຍາດດັ່ງກ່າວຢູ່ພາກພື້ນ ແລະ ທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນ. ເຊິ່ງເນື້ອໃນສຳຄັນໃນແຈ້ງການມີຄື: ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນໃຫ້ເພີ່ມທະວີກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດກວ່າເກົ່າ, ກໍລະນີພົບເຫັນການລັກລອບເຂົ້າເມືອງແບບບໍ່ຖືກຕ້ອງໃຫ້ນໍາໄປກວດເຊື້ອ ແລະ ກັກບໍລິເວນຢູ່ສູນທີ່ລັດກໍານົດໄວ້, ພ້ອມໃຫ້ດໍາເນີນມາດຕະການທາງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ປະກາດອອກໃຫ້ສັງຄົມຮັບຮູ້ກ່ຽວກັບຜູ້ລັກລອບເຂົ້າເມືອງນັ້ນ. ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບນະຄອນຫຼວງ, ບັນດາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງຕິດຕາມ ແລະ ກວດກາຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ, ກໍລະນີກວດພົບເຫັນຜູ້ລະເມີດຕໍ່ແຈ້ງການຄັ້ງທໍາອິດ ແມ່ນໃຫ້ກ່າວເຕືອນພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ, ຫາກຍັງສືບຕໍ່ລະເມີດຕື່ມອີກແມ່ນໃຫ້ຢຶດໃບທະບຽນ, ໃຫ້ປິດກິດຈະການພ້ອມທັງປັບໃໝຕາມລະບຽບການ. ໃຫ້ກະຊວງການຕ່າງປະເທດສົມທົບກັບຄະນະສະເພາະກິດໂຄວິດ-19 ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ກະກຽມຄວາມພ້ອມໃນການປະຕິບັດຊ່ອງທາງສີຂຽວກັບ ສສ ຫວຽດນາມ ແລະ ສປ ຈີນ. ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ການເພີ່ມທະວີການໂຄສະນາ, ປະຊາສໍາພັນ ແລະ […]

ລາວຍັງມີຄວາມສ່ຽງທີ່ອາດເກີດການລະບາດຂອງພະຍາດໂຄວິດ-19 ຂຶ້ນຮອບໃໝ່ Read More »