ໃນແຕ່ລະປີລາວມີຜູ້ຕິດເຊື້ອເຮສໄອວີ 1.000ກວ່າຄົນ

ໃນກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອສ ປະຈໍາປີ 2020 ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອສ ກ່າວວ່າ ປະຈຸບັນອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ກໍ່ສະໜັບສະໜູນງົບປະມານ ນັບມື້ນັບໜ້ອຍລົງ. ປະເທດຂອງພວກເຮົາປະສົບຂໍ້ຫຍຸ້ງຍາກຫຼາຍດ້ານ ແລະ ມີບັນຫາທາງດ້ານງົບປະມານ, ດ້ານການຕອບໂຕ້ຕໍ່ເຊື້ອເຮສໄອວີ ພະຍາດເອດ ກໍຍັງມີຫຼາຍສິ່ງທ້າທາຍຄື: ແຮງງານເຄື່ອນຍ້າຍກໍມີຫຼາຍ ເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ, ແຕ່ລະປີ ຍັງມີຜູ້ຕິດເຊື້ອຫຼາຍກວ່າ 1.000 ຄົນ, ຜູ້ຊາຍມີເພດສຳພັນກັບຊາຍ ຍັງຕິດເຊື້ອສູງ, ການສົ່ງເຊື້ອຈາກແມ່ຫາລູກມີທ່າອ່ຽງສູງຂຶ້ນ, ນ້ຳຢາກວດເລືອດຊອກຫາການຕິດເຊື້ອເຮສໄອວີບໍ່ພຽງພໍ, ຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ເປັນພະຍາດເອດຍັງຂາດການຕິດຕາມ ແລະ ການກິນຢາກໍຍັງບໍ່ຕໍ່ເນື່ອງ ແລະ ເປັນປົກກະຕິ ຍ້ອນມີຂໍ້ຫຍຸ້ງຍາກດ້ານສະພາບພະຍາດໂຄວິດ ແລະ ຂາດງົບປະມານມາຮັບການບໍລິການ ກວດສຸຂະພາບ ແລະ ມາຮັບຢາ ເຊິ່ງແຕ່ລະປີມີຜູ້ທີ່ຕ້ອງການປິ່ນປົວດ້ວຍຢາ ARV ຫຼາຍກວ່າ 7.000 ຄົນ. ເຖິງແນວນັ້ນກໍຕາມ ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ສູ້ຊົນຜ່ານຜ່າ ຈະຕ້ອງໄດ້ເພີ່ມທະວີການຊີ້ນຳ ນຳພາ, ການປະສານງານ, ການເຊື່ອມສານວຽກງານຕ້ານເອດ ເຂົ້າໃນແຜນການ […]

ໃນແຕ່ລະປີລາວມີຜູ້ຕິດເຊື້ອເຮສໄອວີ 1.000ກວ່າຄົນ Read More »