August 12, 2020

ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ

ໃນວັນທີ 11 ສິງຫາ 2020 ກະຊວງສາທາລະນະສຸກ ຢືນຢັນວ່າ ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມ 20 ຄົນ, ໃນນັ້ນຮັກສາຫາຍດີ 19 ຄົນ ແລະ 1 ຄົນກຳລັງປິ່ນປົວຮັກສາ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 10 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 419 ຄົນ, ໃນນັ້ນແຮງງານລາວ ມາແຕ່ໄທ 60 ຕົວຢ່າງ, ແຮງງານຈີນ 45 ຕົວຢ່າງ, ແຮງງານລາວ ມາແຕ່ຈີນ 2 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 1 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 389 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດ ວັນທີ 10 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ […]

ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ Read More »

ໄຂ້ຍຸງລາຍ ອາດລະບາດໜັກ ຫາກປະຊາຊົນບໍ່ ເປັນເຈົ້າການ ທຳລາຍແຫລ່ງເພາະພັນຂອງຍຸງ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ໃນວັນທີ 11 ສິງຫາ 2020 ນີ້ວ່າ: ປັດຈຸບັນ ສະພາບການລະ ບາດຂອງໄຂ້ຍຸງລາຍ ຢູ່ນະຄອນຫລວງວຽງຈັນ, ຍັງມີຕົວເລກເພີ້ມຂຶ້ນເປັນອັນດັບ 1 ຢືນຢັນຜູ້ຕິດ ເຊື້ອທັງໝົດ 1.090 ຄົນ, ຮອງລົງມາແຂວງ ວຽງຈັນ 543 ກໍລະນີ ແລະ ບໍລິຄຳໄຊ 550 ກໍລະນີ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 9 ຄົນ (ນະຄອນຫລວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ຊຽງຂວາງ 1 ຄົນ) ນັບແຕ່ວັນທີ 1/1/2020-10/8/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 4.729ຄົນ.

ໄຂ້ຍຸງລາຍ ອາດລະບາດໜັກ ຫາກປະຊາຊົນບໍ່ ເປັນເຈົ້າການ ທຳລາຍແຫລ່ງເພາະພັນຂອງຍຸງ Read More »