ໄຂ້ຍຸງລາຍ ອາດລະບາດໜັກ ຫາກປະຊາຊົນບໍ່ ເປັນເຈົ້າການ ທຳລາຍແຫລ່ງເພາະພັນຂອງຍຸງ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ໃນວັນທີ 11 ສິງຫາ 2020 ນີ້ວ່າ: ປັດຈຸບັນ ສະພາບການລະ ບາດຂອງໄຂ້ຍຸງລາຍ ຢູ່ນະຄອນຫລວງວຽງຈັນ, ຍັງມີຕົວເລກເພີ້ມຂຶ້ນເປັນອັນດັບ 1 ຢືນຢັນຜູ້ຕິດ ເຊື້ອທັງໝົດ 1.090 ຄົນ, ຮອງລົງມາແຂວງ ວຽງຈັນ 543 ກໍລະນີ ແລະ ບໍລິຄຳໄຊ 550 ກໍລະນີ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 9 ຄົນ (ນະຄອນຫລວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ຊຽງຂວາງ 1 ຄົນ) ນັບແຕ່ວັນທີ 1/1/2020-10/8/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 4.729ຄົນ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ຕື່ມວ່າ: ສະເພາະໃນວັນທີ 10 ສິງຫາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 66 ກໍລະນີ ແລະ ມີຜູ້ເສຍຊີວິດ 0 ຄົນ ແລະ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງ ຂົ່ງຮ່ວມແຮງຮ່ວມໃຈກັນ ໃນການປ້ອງກັນບໍ່ໃຫ້ຍຸງລາຍກັດ ແລະ ທຳລາຍແຫລ່ງເພາະພັນຂອງຍຸງ ເປັນປະຈຳທຸກອາທິດ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ຄົນທີ່ທ່ານຮັກ.