ສືບຕໍ່ປິດດ່ານ ແລະການອອກວີຊາສຳລັບການທ່ອງທ່ຽວ

ອີງຕາມແຈ້ງການເລກທີ697/ຫສນຍ ລົງວັນທີ30 ມິຖຸນາ 2020 ວ່າ: ຜ່ານການຈັດຕັ້ງ ປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງໝົດ ແລະເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃໝ່ (New Normal) ເທື່ອລະກ້າວ. 1.ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ; 2.ສືບຕໍ່ປີດດ່ານປະເພນີ ແລະ ດ້ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງ ສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປີດສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວ ຕ່າງປະເທດ ທີ່ມີຄວາມຈໍາເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະ ກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ. 3.ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານ ປະເທດ ທີ່ຍັງມີການລະບາດ ຂອງພະຍາດໂຄວິດ-19. ສໍາລັບ ນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ. ສໍາລັບ ຂັ້ນຕອນໃນການປະຕິບັດຕົວຈິງກະຊວງການຕ່າງປະເທດ ຈະອອກຄໍາແນະນໍາຕ່າງຫາກ.