Dr.Khamvanh

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 09 ມິຖຸນາ 2020

ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,859 ຄົນ, ຈຸດຜ່ານດ່ານລາວ-ໄທ 1,240 ຄົນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີແຮງງານ 63 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 57 ຄົນ ແລະ ຄຳມ່ວນ 06 ຄົນ), ຜ່ານດ່ານຂົວມິດຕະພາບແຫ່ງທີ III ມີແຮງງານລາວ 10 ຄົນ(ມີຖິ່ນຖານມາຈາກ ຄຳມ່ວນ 07, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດແຂວງລະ 01 ຄົນ), ແຮງງານລາວເຂົ້າມາຜ່ານດ່ານວັງເຕົ່າ-ຊ່ອງເມັກມີ 46 ຄົນ (ມີຖິ່ນຖານມາຈາກຈຳປາສັກ 32 ຄົນ,​ ສາລະວັນ 11 ຄົນ,​ ສະຫວັນນະເຂດ 06 ຄົນ ແລະ ຄຳມ່ວນ 02 ຄົນ), ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 1,121 ຄົນ. ຈຸດຜ່ານດ່ານລາວ–ຈີນ 53 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວ– ຫວຽດນາມ 566 ຄົນ,ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ. ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕແມ່ນບໍ່ມີ. ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ14 ວັນ.

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 09 ມິຖຸນາ 2020 Read More »

ໄຊຊະນະຄັ້ງຍິ່ງໃຫຍ່!! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍຂອງ ສປປ ລາວປິ່ນປົວຫາຍດີແລ້ວ.

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ. ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ. (ກ). ລະບຽບການປ່ອຍຕົວໃຫ້ອອກຈາກໂຮງໝໍ ຜູ້ປິ່ນປົວດີຈາກເຊື້ອໄວຣັດ ໂຄວິດ-19 ແມ່ນຕ້ອງຜ່ານການວິໄຈຫາເຊື້ອໃນເລືອດເປັນລົບ ຈຳນວນ 02 ຄັ້ງຕິດຕໍ່ກັນ (2×24 ຊົ່ວໂມງ), ເຊີ່ງເມື່ອຖືກປ່ອຍກັບບ້ານແລ້ວ ຈະຕ້ອງໄດ້ປະຕິບັດການກັກກັນຕົວພາຍໄຕ້ການຊີ້ນຳຂອງແພດຈຳນວນ 14 ວັນແລ້ວ ແລະ ຕ້ອງໄດ້ກັບມາກວດຫາເຊື້ອອີກຄັ້ງສຸດທ້າຍ: (1). ວັນທີ 14 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທຳອິດ ແມ່ນກໍລະນີ (12), ນາງ ເພັດມະລີ ມົງຄົນວິໄລ, ອາຍຸ 20 ປີ, ນັກສຶກສາລາວ ເດີນທາງມາຈາກປະເທດອັງກິດ, ປະຊາຊົນ ບ້ານນາໄຊ ເມືອງໄຊເສດຖາ

ໄຊຊະນະຄັ້ງຍິ່ງໃຫຍ່!! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍຂອງ ສປປ ລາວປິ່ນປົວຫາຍດີແລ້ວ. Read More »

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ

ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ.

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 8 ມິຖຸນາ 2020

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 07 ມິຖຸນາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,419 ຄົນ, ຜ່ານຈຸດຜ່ານດ່ານລາວ-ໄທ 737 ຄົນ ລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ I ມີແຮງງານລາວ 61 ຄົນ (ມີຖິ່ນຖານມາຈາກຫຼວງພະບາງ 27 ຄົນ,​ ນະຄອນຫຼວງ 09 ຄົນ, ຄຳມ່ວນ 06 ຄົນ, ອຸດົມໄຊ 05 ຄົນ, ໄຊຍະບູລີ 05 ຄົນ, ວຽງຈັນ 05 ຄົນ, ຊຽງຂວາງ 03 ຄົນ ແລະ ສະຫວັນນະເຂດ 01 ຄົນ); ຜ່ານດ່ານຂົວມິດຕະພາບ II ມີແຮງງານ 35 ຄົນ(ມີຖິ່ນຖານມາຈາກສະຫວັນນະເຂດ 25 ຄົນ, ຄຳມ່ວນ 09 ຄົນ ແລະ

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 8 ມິຖຸນາ 2020 Read More »

ຍີ່ປຸ່ນຊ່ວຍລາວ13 ລ້ານໂດລາສະຫະລັດ

ວັນທີ 5 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫຼືອລ້າທີ່ມີຊື່ວ່າ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ແມ່ນໄດ້ຖືກຈັດຂື້ນທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ. ໂຄງການຊ່ວຍເຫຼືອລ້າທີ່ມີມູນຄ່າ 1.​500 ລ້ານເຢັນ (ປະມານ 13.7 ລ້ານໂດລາສະຫະລັດ) ຈະຖືກນຳໃຊ້ເຂົ້າໃນການຈັດຊື້ອຸປະກອນທາງການແພດຈຳພວກລົດໂຮງໝໍ ແລະ ຕຽງສຳລັບຜູ້ປ່ວຍ ເພື່ອມອບໃຫ້ແກ່ລັດຖະບານລາວຈັດມາດຕະການຕອບໂຕ້ COVID-19 ໃນຂະນະທີ່ປັດຈຸບັນ, ປະເທດລາວສາມາດຈຳກັດການແຜ່ກະຈາຍຂອງເຊື້ອໂຄວິດ-19 ໄດ້ຢ່າງມີປະສິດທິພາບນັ້ນ, ການສືບຕໍ່ຍົກລະດັບລະບົບສາທາລະນະສຸກຂອງຊາດເອງກໍມີຄວາມສຳຄັນໃນການກຽມພ້ອມຮັບມືຄວາມເປັນໄປໄດ້ຂອງການລະບາດຮອບໃໝ່. ປະເທດຍີ່ປຸ່ນຍັງຄົງສືບຕໍ່ຄວາມພາຍະຍາມເຮັດໃຫ້ການປະກັນສຸຂະພາບທົ່ວໜ້າເຊິ່ງເປັນໜຶ່ງໃນເປົ້າໝາຍການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ. ໂດຍຖືເອົາຫຼັກການ “ບໍ່ຖິ້ມໃຜໄວ້ທາງຫຼັງ”, ອຸປະກອນທາງການແພດທີ່ຖືກມອບພາຍໃຕ້ໂຄງການດັ່ງກ່າວນີ້ຄາດວ່າຈະໄດ້ຮັບການນຳໃຊ້ຢ່າງມີປະສິດທິພາບທົ່ວປະເທດລາວ ໂດຍສະເພາະໃນລະດັບຊຸມຊົນທ້ອງຖິ່ນ ທີ່ເປັນເຂດ ລະບົບສາທາລະນະສຸກທີ່ມີຄວາມສ່ຽງ. ໃນປີນີ້ເອງກໍຍ່າງກ້າວເຂົ້າສູ່ວັນຄົບຮອບສາຍສຳພັນທາງການທູດ 65 ປີ ແລະ ຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຄົບຮອບ 5 ປີ ຂອງປະເທດຍີ່ປຸ່ນ ແລະ ປະເທດລາວ. ທ່ານທູດທາເກວາກະ ໄດ້ກ່າວໃນພິທີວ່າ “ປະເທດຍີ່ປຸ່ນເອງໃນຖານະຄູ່ຮ່ວມຍຸດທະສາດຂອງ ສປປ ລາວ ຂໍສະແດງຄວາມເຄົາລົບ ແລະ ໃຫ້ການສະໜັບສະໜຸນຄວາມພາຍະຍາມຂອງລັດຖະບານລາວເພື່ອກ້າວຂ້າມສະຖານະການທີ່ຫຍຸ້ງຍາກໃນຄັ້ງນີ້. ໂດຍຜ່ານການຊ່ວຍເຫຼືອລ້າໃນຄັ້ງນີ້, ພວກເຮົາມີຄວາມຫວັງທີ່ຈະຈັບມືກັນຍ່າງກ້າວຂ້າມອຸປະສັກໃນຄັ້ງນີ້ໃຫ້ໄດ້”.  

ວັນທີ 3 ມິຖຸນານີ້ ມີຜູ້ປິ່ນປົວດີເພີ່ມ 2 ຄົນ

ເບີ 10 ເພດຍິງ ອາຍຸ 21 ປີ ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນເຂົ້າຮັບການປິ່ນປົວວັນທີ 31 ເດືອນ ມີນາ ໃຊ້ເວລາ ປິ່ນປົວ 64 ວັນ ເບີ 17 ເພດຍິງ ອາຍຸ 32 ປີ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຂົ້າຮັບການປິ່ນປົວວັນທີ 11 ເມສາ ໃຊ້ເວລາປິ່ນປົວ 54 ວັນ

ອີກ 2 ຄົນທີ່ປິ່ນປົວດີ ແລະ ອອກໂຮງໝໍ

ກໍລະນີທີ 16 ເພດຍິງ ອາຍຸ 23 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 8/4/2020. ກໍລະນີທີ 18 ເພດຍິງ ອາຍຸ 32 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 10/4/2020. ທັງ 2 ຄົນ ແມ່ນໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວໃນວັນທີ 27/5/2020.