ອາການຂອງພະຍາດກົດໄຫຼຢ້ອນໃນກະເພາະອາຫານ

ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ,ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ,ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້.ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ,ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້.

ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ,ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ,ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້.ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ,ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້.

I.ກົດໄຫຼຢ້ອນແມ່ນພະຍາດຫຍັງ?

ພະຍາດກົດໄຫຼຢ້ອນແມ່ນອາການຂອງການໄຫຼຢ້ອນຂອງນໍ້າອາຊິດກະເພາະອາຫານ,ລົມໃນກະເພາະອາຫານ,ອາຫານ…ໄຫຼຂື້ນຫຼອດອາຫານເຮັດໃຫ້ເກີດການອັກເສບຫຼອດອາຫານ,ຫຼອດສຽງ,ຜົ້ງປາກ…

ຖ້າອາການກົດໄຫຼຢ້ອນເກີດຂື້ນຫຼາຍກວ່າ2ເທື່ອຕໍ່ອາທິດໜຶ່ງ,ນັ້ນສາມາດບົ່ງບອກໄດ້ເລີຍວ່າທ່ານເປັນພະຍາດກົດໄຫຼຢ້ອນ

ບັນດາສາເຫດທີ່ພາໃຫ້ເກີດພະຍາດກົດໄຫຼຢ້ອນແມ່ນເກີດມາຈາກການເຮັດວຽກຜິດປົກກະຕິຂອງເອັນຍຸ້ມຫຼອດອາຫານລຸ່ມສຸດ,ການກິນອາຫານຫຼາຍເກີນໄປ,ຫຼັງຈາກກິນອາຫານແລ້ວນອນເລີຍ,ຄົນທີ່ຕຸ້ຍຫຼາຍ,ມັກກິນອາຫານຕອນເດິກ,ກິນອາຫານທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ:ໝາກນາວ,ໝາກກ້ຽງ,ກະທຽມ,ຫົວຫອມໃຫຍ່,ອາຫານລົດເຜັດແລະອື່ນໆ,ດື່ມເຄື່ອງດື່ມທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ:ເຫຼົ້າ,ເບຍ,ນໍ້າອັດລົມ,ນໍ້າຊາ,ກາເຟ…ນອກຈາກນີ້ຍັງເກີດກັບຄົນທີ່ສູບຢາ,ຄົນກຳລັງຖືພາ,ຄົນທີ່ມັກກິນຢາຈຳພວກAspirin,Ibuprofen,ຢາຍານກ້າມເນື້ອ,ຢາລຸດຄວາມດັນເລືອດ…

ຖ້າຫາກເປັນພະຍາດກົດໄຫຼຢ້ອນແຕ່ບໍ່ໄປກວດແລະບໍ່ໄດ້ຮັບການປິ່ນປົວທັນເວລາຈະພາໃຫ້ເກີດມີຜົນເສຍຫາຍຕາມມາເຊັ່ນ:ກະເພາະເກີດການອັກເສບແລະມີແຜໃນກະເພາະອາຫານ,ອັກເສບຫຼອດອາຫານແລະອາດຈະພາໃຫ້ເກີດເປັນມະເຮັງຫຼອດອາຫານໄດ້.

II.ເອົາໃຈໃສ່9ອາການຂອງພະຍາດກົດໄຫຼຢ້ອນດັ່ງຕໍ່ໄປນີ້

  1. ຮູ້ສຶກແສບມະໂຫກເວລານອນ

ອາຊິດໃນກະເພາະອາຫານຈະໄຫຼຂື້ນຫຼອດອາຫານຫຼາຍຂື້ນໃນເວລານອນຫຼືເວລາທ່ານກົ້ມລົງ,ພາໃຫ້ເກີດອາການແສບມະໂຫກ

ອາການນີ້ແມ່ນເປັນເພາະວ່າເວລາເຮົາຢືນແມ່ນອາຫານຈະນອນຢູ່ໃນກະເພາະອາຫານ,ແຕ່ເວລາທ່ານນອນລົງອາການກົດໄຫຼຢ້ອນຈະສາມາດເກີດຂື້ນໄດ້ງ່າຍຂື້ນ.

ອາຊິດໃນກະເພາະອາຫານຈະເຮັດໃຫ້ເກີດອາການຮ້ອນຢູ່ບໍລິເວນໜ້າເອິກຂື້ນມາຫາຫຼອດອາຫານແລະພາໃຫ້ທ່ານມີຄວາມຮູ້ສຶກສົ້ມຢູ່ປາກ,ນີ້ເປັນອາການໜຶ່ງທີ່ສາມາດຊ່ວຍບອກອາການວ່າທ່ານເປັນພະຍາດກົດໄຫຼຢ້ອນ.ເພື່ອລຸດອາການແສບມະໂຫກທ່ານຄວນນອນໝູນໝອນສູງຂື້ນເວລານອນແລະບໍ່ຄວນກິນອາຫານເປັນຈຳນວນຫຼາຍກ່ອນເຂົ້ານອນ

  1. ອາການເຈັບບໍລິເວນໜ້າເອິກ

ອາການນີ້ເກີດຂື້ນຍ້ອນອາຊິດໃນກະເພາະອາຫານແລະບາງເວລາອາດມີທັງອາຫານໄຫຼຂື້ນຫຼອດອາຫານເຮັດໃຫ້ທ່ານຮູ້ສຶກແຄ້ນ,ຮູ້ສຶກເຈັບບໍລິເວນໜ້າເອິກ,ທ່ານອາດຈະຮູ້ສຶກເຈັບຫຼາຍຫຼືໜ້ອຍ,ໃນໄລຍະເວລາຍາວນານຫຼືອາດຈະເປັນໃນເວລາສັ້ນໆ.

  1. ອາການເຈັບຄໍຫຼັງຈາກກິນອາຫານ

ອາການເຈັບຄໍຫຼັງຈາກກິນອາຫານ,ສ່ວນຫຼາຍມັກເກີດຂື້ນເວລາທີ່ທ່ານກິນອາຫານເປັນຈຳນວນຫຼາຍຈະເຮັດໃຫ້ອາຫານລົ້ນຈາກກະເພາະອາຫານຈະພາໃຫ້ອາຊິດກະເພາະອາຫານແລະອາຫານໃນກະເພາະອາຫານໄຫຼຂື້ນຫຼອດອາຫານ.ສຳລັບທ່ານທີ່ເປັນພະຍາດກົດໄຫຼຢ້ອນ,ດີທີ່ສຸດທ່ານບໍ່ຄວນກິນອາຫານຫຼາຍເກີນໄປ,ບໍ່ກິນອາຫານທີ່ມັນເກີນໄປ,ບໍ່ກິນເຫຼົ້າ,ບໍ່ສູບຢາເພື່ອລຸດຜ່ອນອາການນີ້ໄດ້.

  1. ອາການຂົມປາກ

ໃນບາງກໍລະນີ,ພະຍາດກົດໄຫຼຢ້ອນພາໃຫ້ການເຮັດວຽກຜິດປົກກະຕິຂອງເອັນຍຸ້ມລຸ່ມສຸດຂອງກະເພາະພາໃຫ້ນໍ້າບີໄຫຼຈາກລຳໄສ້ອ່ອນຂື້ນກະເພາະ,ແລ້ວໄຫຼຈາກກະເພາະຂື້ນຫຼອດອາຫານແລະໄຫຼເຂົ້າຜົ້ງປາກພາໃຫ້ເກີດອາການຂົມປາກ,ຖ້າມີອາການແບບນີ້ຄວນໄປພົບກັບທ່ານໝໍເພື່ອກວດຫາພະຍາດແລະປິ່ນປົວໄດ້ທັນເວລາ

  1. ອາການປວດຮາກ: ຖ້າທ່ານຮູ້ສຶກປວດຮາກໂດຍບໍ່ຮູ້ສາເຫດ,ໂດຍສະເພາະຫຼັງຈາກກິນອາຫານແມ່ນທ່ານອາດຈະເປັນພະຍາດກົດໄຫຼຢ້ອນ,ອາການນີ້ແມ່ນຍ້ອນການບີບຂອງກະເພາະອາຫານເພື່ອບີບອາຫານອອກເຮັດໃຫ້ທ່ານມີອາການປວດຮາກແລະຮາກ.
    1. ອາການສຽງແຫບ,ໄອ,ຫາຍໃຈຝືດ

    ອາຊິດໃນກະເພາະອາຫານໄຫຼຂື້ນຫຼອດອາຫານພາໃຫ້ອັກເສບເສັ້ນສຽງ,ໄອຍ້ອນກົດໄຫຼຢ້ອນອາດຈະພາໃຫ້ເປັນອາການຊໍ້າເຮື້ອ,ແລະຖ້າເປັນໃນເວລາຍາວນານຈະພາໃຫ້ເກີດອາການຫາຍໃຈຝືດໄດ້.

    ເພາະສະນັ້ນຖ້າທ່ານມີອາການສຽງແຫບ,ເຈັບຄໍ,ພິເສດແມ່ນມີອາການຫຼັງຈາກກິນອາຫານຫຼືມີພ້ອມກັບອາການໄອ,ຈາມ,ນໍ້າມູກໄຫຼແມ່ນທ່ານຕ້ອງໄດ້ເອົາໃຈໃສ່ເພາະວ່ານີ້ແມ່ນບັນດາອາການຂອງພະຍາດກົດໄຫຼຢ້ອນ

    1. ອາການຮ້ອນກະເພາະ

    ທ່ານທີ່ເປັນພະຍາດກົດໄຫຼຢ້ອນຈະມີອາການຮ້ອນພາຍໃນທ້ອງອາການນີ້ແມ່ນເພາະວ່າອາຊິດໃນກະເພາະອາຫານຫຼາຍເກີນໄປເຮັດໃຫ້ເຫຍື່ອຫຸ້ມກະເພາະເກີດການອັກເສບ,ພາໃຫ້ເກີດໄວຣັດກະເພາະແລະພາໃຫ້ເກີດມີອາການຮ້ອນກະເພາະ.

    1. ອາການນໍ້າລາຍຫຼາຍຜິດປົກກະຕິ

    ນໍ້າລາຍຫຼາຍກວ່າປົກກະຕິກໍ່ແມ່ນໜຶ່ງໃນອາການຂອງພະຍາດກົດໄຫຼຢ້ອນທີ່ຊັດເຈນຫຼາຍ,ເວລາເກີດອາການກົດໄຫຼຢ້ອນຮ່າງກາຍເລີຍສັ່ງໃຫ້ຜະລິດນໍ້າລາຍອອກມາຈຳນວນຫຼາຍເພື່ອເຮັດໃຫ້ອາຊິດກະເພາະອາຫານມີການເຈືອຈາງ.

    1. ອາການກືນອາຫານຍາກ

    ພະຍາດກົດໄຫຼຢ້ອນຖ້າເກີດຂື້ນຫຼາຍເທື່ອຕິດໆກັນຈະພາໃຫ້ເກີດມີບາດແຜໃນເຫຍື້ອຫຸ້ມຫຼອດອາຫານ,ເຮັດໃຫ້ມີການອັກເສບຊັ້ນກ້າມເນື້ອຫຼອດອາຫານ,ພາໃຫ້ເກີດອາການຕີບຂອງຫຼອດອາຫານແລະຈະພາໃຫ້ເກີດອາການກືນອາຫານຍາກ.                                                                                                                                                                    ຖ້າຫາກມີບັນດາອາການສົງໄສຕາມບັນດາອາການທີ່ໄດ້ກ່າວມາຂ້າງເທິງທ່ານຄວນໄປພົບທ່ານໝໍເພື່ອກວດແລະໄດ້ຮັບການປິ່ນປົວໄດ້ທັນເວລາແລະປິ່ນປົວໄດ້ຮັບໝາກຜົນທີ່ສຸດ