admin

Avatar

ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມມືກັນເຮັດໂຄງການພັດທະນາທີ່ດິນຂອງ ວິທະຍາໄລວິທະຍາສາດການແພດ ແຂວງຫຼວງພະບາງ.

ວັນທີ 22 ມີນາ 2021 ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາໂຄງການຮ່ວມລົງທຶນພັດທະນາທີ່ດິນຂອງວິທະຍາໄລວິທະຍາສາດການແພດ ທີ່ບ້ານທາດຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນໂຮງແຮມ 5 ດາວ ແລະ ກໍ່ສ້າງວິທະຍາໄລ ວິທະຍາສາດສຸຂະພາບ ແຂວງຫຼວງພະບາງ(ຫຼັງໃໝ່) ຂື້ນ, ເພື່ອເປັນການສົ່ງເສີມການລົງທຶນພາຍໃນ ສປປ ລາວ ແລະ ເປັນການພັດທະນາດ້ານສາທາລະນະສຸກຂອງພາກເໜືອ ເພື່ອຕອບສະໜອງໃບໜ້າໃໝ່ ໃຫ້ແກ່ກະຊວງສາທາລະນະສຸກ, ເຊີ່ງໂຄງການດັ່ງກ່າວແມ່ນໄດ້ເລີ້ມມາແຕ່ປີ 2018 ເຊີ່ງມີຄະນະກຳມະການຂອງກະຊວງສາທາລະນະສຸກ, ກົມຊັບສິນທີ່ດິນ, ພະແນກແຜນການ, ພະແນກຊັບພະຍາກອນປະເມີນຫຼັກຊັບ ແລະ ຊັບສົມບັດ, ປະເມີນຜົນໄດ້ຮັບ ແລະ ຜົນເສຍຂອງການຮ່ວມມືໃນຄັ້ງນີ້. ເຊັນລົງນາມໃນຄັ້ງນີ້ໂດຍ ທ່ານ ດຣ. ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ  ແລະ ທ່ານ ພຶດສະພາ ພູມມະສັກ ປະທານເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການເຊັນສັນຍາໂດຍ ທ່ານ ຮສ.ດຣ. […]

ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມມືກັນເຮັດໂຄງການພັດທະນາທີ່ດິນຂອງ ວິທະຍາໄລວິທະຍາສາດການແພດ ແຂວງຫຼວງພະບາງ. Read More »

ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ

ປະຈຸບັນ ໂຮງໝໍແຂວງຄຳມ່ວນ ເຫັນວ່າມີຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ ມີຈຳນວນເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ແຕ່ອຸປະກອນການແພດທີ່ນຳໃຊ້ໃນປະຈຸບັນແມ່ນມີພຽງ 2 ຊຸດ ເຊິ່ງບໍ່ພຽງພໍໃນການປິ່ນປົວໃຫ້ທັນເວລາ, ສະນັ້ນ ກະຊວງສາທາລະນະສຸກ ຮ່ວມມືກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຂໍການສະໜັບສະໜູນດ້ານທຶນຮອນຈາກວິສາຫະກິດ ເພື່ອປະກອບສ່ວນເຂົ້າໃນການຈັດຊື້ອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນການຈັດຊື້ ເຄື່ອງຟອກໄຂ່ຫລັງ ພ້ອມດ້ວຍລະບົບຕອງນ້ຳສຳລັບເຄື່ອງຟອກໄຂ່ຫລັງ ເພື່ອມອບໃຫ້ໂຮງໝໍແຂວງຄຳມ່ວນໄປນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ. ດັ່ງນັ້ນ ອີງຕາມຄວາມຈຳເປັນດ່ວນທີ່ລັດຖະບານຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນ ຂອງການປະກອບອຸປະກອນການແພດທັນສະໄໝເຂົ້າໃນການປິ່ນປົວໃຫ້ແກ່ພໍ່ແມ່ປະຊາຊົນລາວ ລັດວິສາຫະກິດຖືຮຸ້ນລາວ, ບໍລິສັດ ນ້ຳເທີນ-ຫີນບູນ ພາວເວີ້ ຈຳກັດ, ບໍລິສັດນ້ຳເທີນ2 ຈຳກັດ ຈຶ່ງໄດ້ປະກອບສ່ວນຈັດຊື້ອຸປະກອນການແພດ ເງິນຈັດຊື້ເຄື່ອງຟອກໄຂ່ຫລັງລວມທັງໝົດ 3 ຊຸດ (1 ຊຸດ ລາຄາ 28.000 ໂດລາສະຫະລັດ) ລາຍລະອຽດມີຄື: ລັດວິສາຫະກິດຖືຮຸ້ນລາວ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ ບໍລິສັດນ້ຳເທີນ 2

ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ Read More »

ລັດຖະບານຍີ່ປຸ່ນ ມອບອຸປະກອນການແພດໃຫ້ແກ່ລັດຖະບານ ສປປ ລາວ

ລັດຖະບານຍີ່ປຸ່ນ ມອບອຸປະກອນການແພດໃຫ້ແກ່ລັດຖະບານ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ19. ພິທີມອບ-ຮັບດັ່ງກ່າວ ໄດ້ຈັດຂຶ້ນທີ່ສູນວິເຄາະ ແລະ ລະບາດວິທະຍາ ມອບໂດຍ ພະນະທ່ານ ເຄອີໂຊະ ຕະເກວະກະ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນປະຈຳລາວ ແລະ ຮັບໂດຍທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ. ອຸປະກອນດັ່ງກ່າວປະກອບມີ: ເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣິ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ. 18 ທັນວາ 2020

ລັດຖະບານຍີ່ປຸ່ນ ມອບອຸປະກອນການແພດໃຫ້ແກ່ລັດຖະບານ ສປປ ລາວ Read More »

Slide

Add Your Heading Text Here Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar

Slide Read More »

ໄຂ້ຍຸງລາຍລະບາດໃນລາວ ໄລຍະ 9 ວັນ ມີຜູ້ປ່ວຍເພີ່ມຂຶ້ນ 149 ຄົນ

ສູນຂ່າວສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ປັດຈຸບັນ ເຊື້ອພະຍາດໄຂ້ຍຸງລາຍ ພວມແຜ່ລະບາດເປັນວົງກວ້າງໃນທົ່ວປະເທດ ພຽງແຕ່ 9 ມື້ (12-21/05/2020) ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນ 149 ກໍລະນີ; ນັບແຕ່ວັນທີ 28 ທັນວາ 2019-11 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 1.069 ກໍລະນີ, ເສຍຊີວິດ 2 ຄົນ ແລະ ມາຮອດວັນທີ 20 ພຶດສະພາ 2020 ນີ້ ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 1.263 ກໍລະນີ. ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາໃຫ້ຮູ້ຕື່ມວ່າ: ສະເພາະນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ 334 ກໍລະນີ, ເສຍຊີວິດແລ້ວ 1 ຄົນ, ຮອງລົງມາແມ່ນແຂວງ ອັດຕະປື 188 ກໍລະນີ, ແຂວງວຽງຈັນ 173 ກໍລະນີ, ຄຳມ່ວນ

ໄຂ້ຍຸງລາຍລະບາດໃນລາວ ໄລຍະ 9 ວັນ ມີຜູ້ປ່ວຍເພີ່ມຂຶ້ນ 149 ຄົນ Read More »

ຜູ້ມີຈຸດປະສົງຢາກເດີນທາງເຂົ້າ-ອອກປະເທດ ຕ້ອງດຳເນີນເອກະສານຕາມຄຳແນະນຳກະຊວງການຕ່າງປະເທດ

ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກ-ລັດທີ່ເປັນຫ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ, ຊຶ່ງເປັນໂອກາດໃຫ້ພາກທຸລະກິດກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າໄດ້ກັບຄືນມາດຳເນີນກິດຈະການ ຫຼື ດຳເນີນຊີວິດເປັນປົກກະຕິເທື່ອລະກ້າວ ແຕ່ພ້ອມດຽວກັນນີ້ກໍ່ເປັນໂອກາດທີ່ຈະມີຄວາມສ່ຽງທີ່ຈະເກີດການລະບາດຮອບໃໝ່ ຖ້າຫາກວ່າພວກເຮົາບໍ່ປະຕິບັດວິທີການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ກ່າວໃນໂອກາດຖະແຫຼງຂ່າວມື້ນີ້ວ່າ ດ່ານຊາຍແດນສາກົນກັບປະເທດໃກ້ຄຽງແມ່ນໄດ້ເປີດບໍລິການທັງໝົດ ເປັນຕົ້ນວ່າ: ລາວ-ຈີນ, ລາວ-ຫວຽດນາມ, ລາວ-ກຳປູເຈຍ, ລາວ-ໄທ. ສະນັ້ນ, ຄົນລາວ ຫຼື ຄົນຕ່າງປະເທດ ມີຈຸດປະສົງຢາກເດີນທາງ ເຂົ້າ-ອອກ ປະເທດກໍ່ສາມາດດຳເນີນເອກະສານ ຂໍອະນຸຍາດ ຕາມຄຳແນະນຳ ກະຊວງການຕ່າງປະເທດ ແລະ ລະບຽບການຂອງປະເທດທີ່ຈະເດີນທາງໄປ. ສະເພາະ ສປປ ລາວ ເຮົາແມ່ນໄດ້ກັ່ນກອງຢ່າງເຂັ້ມງວດ ຜູ້ທີ່ເດີນທາງເຂົ້າມາຕາມແຕ່ລະດ່ານຊາຍແດນ ແລະ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ພ້ອມທັງ ຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ

ຜູ້ມີຈຸດປະສົງຢາກເດີນທາງເຂົ້າ-ອອກປະເທດ ຕ້ອງດຳເນີນເອກະສານຕາມຄຳແນະນຳກະຊວງການຕ່າງປະເທດ Read More »

ບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃຫມ່ ຢູ່ ສປປ ລາວ ເປັນມື້ທີ 39 ຕິດຕໍ່ກັນ

ຄະນະສະເພາະກິດລາຍງານປະຈຳວັນທີ 21 ພຶດສະພາວ່າ: 1 ວັນຜ່ານມາໄດ້ນຳຕົວຢ່າງມີກວດ 69 ຕົວຢ່າງເຊິ່ງຜົນອອກມາເປັນລົບ,​ ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 05 ຄົນ ຍິງ 04 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ການກວດວິເຄາະຫາເຊື້ອພະຍາດ ຈຳນວນ 02 ຄົນ, ຍັງເປັນຜົນບວກ ບໍ່ສາມາດ ອອກໂຮງໝໍໄດ້ ແລະຈະໄດ້ສືບຕໍ່ຕິດຕາມຕໍ່ໄປ ! ໝາຍຄວາມວ່າໃນວັນທີ 20ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 20 ພຶດສະພາ2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ4,812 ຕົວຢ່າງ,ກວດພົບເຊື້ອສະສົມ19ຄົນ.

ບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃຫມ່ ຢູ່ ສປປ ລາວ ເປັນມື້ທີ 39 ຕິດຕໍ່ກັນ Read More »

WHO ເຕືອນໂຄວິດ-19 ອາດແກ່ຍາວໄປເຖິງ 5 ປີ ຈຶ່ງຈະຄວບຄຸມໄດ້

ເວັບໄຊ້ຂ່າວ bangkokbiznews ລາຍງານໃຫ້ຮູ້ວ່າ ຫົວໜ້ານັກວິທະຍາສາດປະຈຳອົງການອະນາໄມໂລກ  ກ່າວວ່າ ການແຜ່ລະບາດຂອງໄວຣັດໂຄວິດ-19 ອາດແກ່ຍາວໄປເຖິງ 4-5 ປີ ຈຶ່ງຈະສາມາດຄວບຄຸມໄດ້ ການພັດທະນາວັກຊີນທີ່ມີປະສິດທິພາບ ແລະ ມາດຕະການກັກຕົວຜູ້ຕິດເຊື້ອທີ່ປະສົບຄວາມສຳເລັດ ຖືເປັນປັດໄຈທີ່ຈະຕັດສິນວ່າໄລຍະເວລາຂອງການແຜ່ລະບາດຂອງໄວຣັດໂຄວິດ-19 ນັ້ນຈະຍາວນານພຽງໃດ. ຄຳເຕືອນດັ່ງກ່າວໄດ້ມີຂຶ້ນຫຼັງຈາກ ດຣ. ໄມ ໄຣອັນ ຜູ້ອຳນວຍການສຸກເສີນດ້ານສຸຂະພາບສັງກັດອົງການອະນາໄມໂລກ ຖະແຫຼງການເມື່ອວັນທີ 13 ພຶດສະພາທີ່ຜ່ານມາ ເຖິງສະຖານະການການລະບາດໃຫຍ່ຂອງໄວຣັດໂຄວິດ-19. ດຣ. ໄຣອັນໄດ້ກ່າວວ່າ ໃນອານາຄົດບໍ່ມີໃຜສາມາດປະເມີນໄດ້ວ່າໂຄວິຈະໝົດໄປເມື່ອໃດ ເມື່ອເຖິງໄລຍະເວລາໜຶ່ງໂຄວິດ-19 ຈະກາຍເປັນພຽງໂຣກລະບາດລະດັບທ້ອງຖິ່ນ ບໍ່ຕ່າງຫຍັງຈາກໂຣກລະບາດອື່ນໆ. ສຳລັບໂຄວິດ-19ນັ້ນ ເຖິງແມ່ນວ່າໂລກຈະສາມາດຄິດຄົ້ນວັກຊີນປ້ອງກັນເຊື້ອໄດ້ແລ້ວ ແຕ່ຍັງຕ້ອງໃຊ້ເວລາອີກຫຼາຍປີ ກວ່າຈະສ້າງພູມຄຸ້ມກັນໃນລະດັບວົງກ້ວາງໄດ້ ຈຶ່ງແນະນຳໃຫ້ຊາວໂລກຮຽນຮູ້ທີ່ຈະໃຊ້ຊີວິດຮ່ວມກັບໄວຣັດຊະນິດນີ້.

WHO ເຕືອນໂຄວິດ-19 ອາດແກ່ຍາວໄປເຖິງ 5 ປີ ຈຶ່ງຈະຄວບຄຸມໄດ້ Read More »