ລັດຖະບານຍີ່ປຸ່ນ ມອບອຸປະກອນການແພດໃຫ້ແກ່ລັດຖະບານ ສປປ ລາວ

ລັດຖະບານຍີ່ປຸ່ນ ມອບອຸປະກອນການແພດໃຫ້ແກ່ລັດຖະບານ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ19. ພິທີມອບ-ຮັບດັ່ງກ່າວ ໄດ້ຈັດຂຶ້ນທີ່ສູນວິເຄາະ ແລະ ລະບາດວິທະຍາ ມອບໂດຍ ພະນະທ່ານ ເຄອີໂຊະ ຕະເກວະກະ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນປະຈຳລາວ ແລະ ຮັບໂດຍທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ. ອຸປະກອນດັ່ງກ່າວປະກອບມີ: ເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣິ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ.
18 ທັນວາ 2020