WHO ເຕືອນໂຄວິດ-19 ອາດແກ່ຍາວໄປເຖິງ 5 ປີ ຈຶ່ງຈະຄວບຄຸມໄດ້

ເວັບໄຊ້ຂ່າວ bangkokbiznews ລາຍງານໃຫ້ຮູ້ວ່າ ຫົວໜ້ານັກວິທະຍາສາດປະຈຳອົງການອະນາໄມໂລກ  ກ່າວວ່າ ການແຜ່ລະບາດຂອງໄວຣັດໂຄວິດ-19 ອາດແກ່ຍາວໄປເຖິງ 4-5 ປີ ຈຶ່ງຈະສາມາດຄວບຄຸມໄດ້ ການພັດທະນາວັກຊີນທີ່ມີປະສິດທິພາບ ແລະ ມາດຕະການກັກຕົວຜູ້ຕິດເຊື້ອທີ່ປະສົບຄວາມສຳເລັດ ຖືເປັນປັດໄຈທີ່ຈະຕັດສິນວ່າໄລຍະເວລາຂອງການແຜ່ລະບາດຂອງໄວຣັດໂຄວິດ-19 ນັ້ນຈະຍາວນານພຽງໃດ.

ຄຳເຕືອນດັ່ງກ່າວໄດ້ມີຂຶ້ນຫຼັງຈາກ ດຣ. ໄມ ໄຣອັນ ຜູ້ອຳນວຍການສຸກເສີນດ້ານສຸຂະພາບສັງກັດອົງການອະນາໄມໂລກ ຖະແຫຼງການເມື່ອວັນທີ 13 ພຶດສະພາທີ່ຜ່ານມາ ເຖິງສະຖານະການການລະບາດໃຫຍ່ຂອງໄວຣັດໂຄວິດ-19.

ດຣ. ໄຣອັນໄດ້ກ່າວວ່າ ໃນອານາຄົດບໍ່ມີໃຜສາມາດປະເມີນໄດ້ວ່າໂຄວິຈະໝົດໄປເມື່ອໃດ ເມື່ອເຖິງໄລຍະເວລາໜຶ່ງໂຄວິດ-19 ຈະກາຍເປັນພຽງໂຣກລະບາດລະດັບທ້ອງຖິ່ນ ບໍ່ຕ່າງຫຍັງຈາກໂຣກລະບາດອື່ນໆ. ສຳລັບໂຄວິດ-19ນັ້ນ ເຖິງແມ່ນວ່າໂລກຈະສາມາດຄິດຄົ້ນວັກຊີນປ້ອງກັນເຊື້ອໄດ້ແລ້ວ ແຕ່ຍັງຕ້ອງໃຊ້ເວລາອີກຫຼາຍປີ ກວ່າຈະສ້າງພູມຄຸ້ມກັນໃນລະດັບວົງກ້ວາງໄດ້ ຈຶ່ງແນະນຳໃຫ້ຊາວໂລກຮຽນຮູ້ທີ່ຈະໃຊ້ຊີວິດຮ່ວມກັບໄວຣັດຊະນິດນີ້.