September 2021

ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງປະເທດຝຣັ່ງ ເປັນເງິນຈໍານວນ 236,000 ໂດລາ

ລັດຖະບານແຫ່ງ ປະເທດຝຣັ່ງໄດ້ໃຫ້ການຊ່ວຍທາງດ້ານສະບຽງອາຫານທີ່ຈໍາເປັນໃຫ້ແກ່ ແຮງງານທີ່ ກັບຈາກປະເທດເພື່ອນບ້ານ ທີ່ສູນຈໍາກັດບໍລິເວນ, ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງປະ ເທດຝຣັ່ງ ເປັນເງິນຈໍານວນ 236,000 ໂດລາສະຫະລັດອາເມລິກາ ເພື່ອຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ແຮງງານ ທີ່ຢູ່ໃນ 18 ສູນຈໍາກັດບໍລິເວນ ໃນ 7 ແຂວງ ທີ່ ສປປລາວ. ອົງການອາຫານໂລກ ແລະ ອົງການເພື່ອນຮ່ວມງານ – ອົງການກາແດງສະວິດ, ອົງການກາແດງລາວ ແລະ ອົງການສຸພະນິມິດສາກົນ – ຈະໄດ້ນໍາໃຊ້ເງິນຈາກ ການຊ່ວຍເຫຼືອໃນຄັ້ງນີ້ ສະໜອງອາຫານທີ່ມີໂພຊະນາການ 3 ຄາບ ໃນແຕ່ລະມື້ ໃຫ້ແກ່ແຮງງານ ຫຼາຍກວ່າ 5,600 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານ. ການຊ່ວຍເຫຼືອດັ່ງກ່າວ ຍັງໄດ້ຊ່ວຍໃຫ້ພວກເຂົາ ເລົ່ານັ້ນມີສຸຂະພາບ ແຂງແຮງ ແລະ ການເປັນຢູ່ທີ່ດີ, ໃນເວລາດຽວກັນ ກໍ່ຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆຂອງພວກເຂົາ ແລະ ຄອບຄົວຂອງພວກເຂົາ. ໃນພິທີ ໄດ້ກ່າວມອບໂດຍ […]

ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງປະເທດຝຣັ່ງ ເປັນເງິນຈໍານວນ 236,000 ໂດລາ Read More »

ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ສປປ ລາວ ເພື່ອ

ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຊື່ງປະກອບມີ: ເຄື່ອງນອນຄົບຊຸດ (ເສື່ອນອນ, ໝອນ, ມຸ້ງ, ຜ້າຫົ່ມ) ຈຳນວນ 600 ຊຸດ, ຊຸດ PPE ຈຳນວນ 10 ຊຸດ, ຜ້າອັດປາກ-ດັງ ຈຳນວນ 50 ແກັດ, ເຈວລ້າງມື ຈຳນວນ 16 ແກ້ວ. ຕາງໜ້າໃຫ້ລັດຖະບານໄມ ມອບໂດຍ ທ່ານ ເຈດສະດາ ກະຕະເວທີນ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍກົມກອງທີ່ກ່ຽວຂ້ອງ. ແລະ ໃນວັນດຽວກັນນັ້ນກໍ່ມີ ບໍລິສັດ ວີທີເອັນ

ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ສປປ ລາວ ເພື່ອ Read More »

SMP Family ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ

ເຄືອທຸລະກິດ “SMP Family” ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ ລວມເປັນມູນຄ່າທັງໝົດ 1.2 ຕື້ກີບ ເພື່ອປິ່ນປົວພະຍາດໂຄວິດ-19 ແລະ ພະຍາດອື່ນໆ ໃຫ້ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ເພື່ອນໍາໃຊ້ໃນການຜະລິດຢາພື້ນເມືອງເຂົ້າໃນການປິ່ນປົວສຸຂະພາບໃຫ້ປະຊາຊົນ, ໂດຍສະເພາະເນັ້ນໜັກໄລຍະນີ້ແມ່ນການປິ່ນປົວ ແລະ ຕໍ່ສູ້ກັບພະຍາດໂຄວິດ-19. ເຊິ່ງຂຶ້ນມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານ SMP Family ແລະ ກ່າວຮັບໂດຍ ທ່ານ ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 18 ກັນຍາ 2021 ສະຖາບັນການແພດ ແລະ ການຢາພື້ນເມືອງ

SMP Family ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ Read More »

ສະຫະລັດ ອາເມລິກາ ມອບເຄື່ອງປ້ອງກັນໄຂ້ມາເລເລຍ ໃຫ້ແກ່ ສປປ ລາວ

ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ລັດຖະບານ ສປປ ລາວ ຮັບເຄື່ອງຊ່ວຍເຫຼືອເພື່ອປ້ອງກັນໄຂ້ມາເລເລຍ ຈາກ ສ. ອາເມລິກາ ເປັນມຸ້ງເຄືອບຢາ, ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວ ເຄື່ອງດັ່ງກ່າວງແມ່ນໄມ້ມອບໃຫ້ໂດຍຜ່ານອົງການ USAID ເຊີ່ງຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະ ສຸກສາລາຕ່າງໆໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດມາເລເລຍ ເຊີ່ງຈະຊ່ວຍໃຫ້ລັດຖະບານລາວມີອຸປະກອນພຽງພໍໃນການຮອງຮັບການລະບາດຂອງມາເລເລຍໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຕາງໜ້າໃຫ້ ສ.ອາເມລິກາ ມອບເຄື່ອງໃນພິທີຄັ້ງນີ້ ໂດຍທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈຳລາວ ແລະ ມີບັນດາຄະນະກົມ, ສູນ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫະລັດ ອາເມລິກາ ມອບເຄື່ອງປ້ອງກັນໄຂ້ມາເລເລຍ ໃຫ້ແກ່ ສປປ ລາວ Read More »