SMP Family ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ

ເຄືອທຸລະກິດ “SMP Family” ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ ລວມເປັນມູນຄ່າທັງໝົດ 1.2 ຕື້ກີບ ເພື່ອປິ່ນປົວພະຍາດໂຄວິດ-19 ແລະ ພະຍາດອື່ນໆ ໃຫ້ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ເພື່ອນໍາໃຊ້ໃນການຜະລິດຢາພື້ນເມືອງເຂົ້າໃນການປິ່ນປົວສຸຂະພາບໃຫ້ປະຊາຊົນ, ໂດຍສະເພາະເນັ້ນໜັກໄລຍະນີ້ແມ່ນການປິ່ນປົວ ແລະ ຕໍ່ສູ້ກັບພະຍາດໂຄວິດ-19. ເຊິ່ງຂຶ້ນມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານ SMP Family ແລະ ກ່າວຮັບໂດຍ ທ່ານ ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 18 ກັນຍາ 2021 ສະຖາບັນການແພດ ແລະ ການຢາພື້ນເມືອງ

SMP Family ມອບເຄື່ອງຈັກ ແລະ ອຸປະກອນຜະລິດຢາພື້ນເມືອງລາວ ຈໍນວນ 7 ລາຍການ Read More »