March 15, 2021

ພົບຜູ້ຕິດເຊື້ອໃໝ່ໃນລາວ​ 1​ ຄົນ​ ສັນຊາດອິນໂດເນເຊຍ

ວັນທີ​ 13​ ມີນາ​ 2021​ນີ້​ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19​ ໃຫຮູ້ວ່າ: ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ,​ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ,​ເປັນຜູ້ຕິດເຊື້ອນ້ຳເບີ 49  ເພດຊາຍ,ອາຍຸ 53 ປີ, ສັນຊາດ: ອິນໂດເນເຊຍ, ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ;  ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ.  ປະຫວັດຂອງຜູ້ກ່ຽວ  ຜູ້ກ່ຽວແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາໂຄວິດ-19 ຢຸ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ;  ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ […]

ພົບຜູ້ຕິດເຊື້ອໃໝ່ໃນລາວ​ 1​ ຄົນ​ ສັນຊາດອິນໂດເນເຊຍ Read More »

ອອກໂຮງໝໍແລ້ວ ຜູ້ຕິດເຊື້ອ ທີ່ຈໍາປາສັກ 2 ຄົນ

ໃນຕອນເຊົ້າຂອງວັນທີ13/03/2021ຢູ່ທີສູນຄຸ້ມຄອງກໍລະນີພະຍາດໂຄວິດ19ເມືອງໂພນທອງ ໃດ້ສົ່ງຜູ້ຕິດເຊື້ອຜູ້ທີ44ແລະ45ກັບບ້ານ ເປັນກຽດມອບດອກໃມ້ອວຍພອນ ແມ່ນ ທ່ານ ດຣ ວຽງສີ ສຸພັກດີ ຫົວຫນ້າພະແນກສາທານະສຸກແຂວງ ແລະ ຄະນະອຳນວຍການໂຮງໝໍແຂວງ, ໂຮງໝໍເມືອງ ເຂົ້າຮ່ວມ;  ກໍລະນີ້ຜູ້ຕິດເຊື້ອຜູ້ທີ 44 ແມ່ນເຂົ້າມາກັກໂຕ ແລະ ເຜົ້າຕິດຕາມອາການ ແຕ່ວັນທີ 21/01/21 ແລະ ຜູ້ທີ 45 ແມ່ນເຂົ້າມາສູນໂພນທອງແຕ່ວັນທີ 2/2/21 ລວມມື້ນອນປະມານ 50 ວັນ ຜູ້ຕິດເຊື້ອທັງສອງ ແມ່ນບໍ່ມີອາການສະແດງໃດໃດ ແລະ ໃດ້ກວດຕິດຕາມໂຄວິດເປັນໄລຍະ ແລະ ຜົນກວດ ເປັນລົບ 2ຄັ້ງຕິດຕໍ່ກັນ ຈີ່ງອະນຸຍາດໃຫ້ກັບບ້ານໃດ້    ທ່ານ ດຣ ວຽງສີ ສຸພັກດີ ໃດ້ໃຫ້ທິດທາງໂອ້ລົມ, ການປະຕິບັດໂຕ , ການໃຊ້ຊິວິດປະຈຳວັນ ແລະ ກັກບໍລິເວນຢູ່ບ້ານຕື່ມ 14 ວັນ ຈື່ງມາກວດຄືນ;  ຜູ້ຕິດເຊື້ອທັງສອງກໍລະນີກໍກ່າວຂອບໃຈມາຍັງທ່ານຫົວຫນ້າພະແນກ ພະນັກງານແພດຈາກ ໂຮງຫມໍແຂວງຈຳປາສັກ ແລະ

ອອກໂຮງໝໍແລ້ວ ຜູ້ຕິດເຊື້ອ ທີ່ຈໍາປາສັກ 2 ຄົນ Read More »

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບປະຈຳປີ 2020 ແລະ ແຜນການປີ 2021 ວາງທິດທາງແຜນການ 5 ປີ 2021–2025

ວັນທີ 10 ມີນາ 2021 ທີ່ຜ່ານມາ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ ປະຈຳ ປີ 2020 ແລະ ແຜນການ 2021 ແລະ ວາງທິດທາງແຜນການ 5 ປີ 2021-2025 ຂື້ນທີ່ ເມືອງວັງວຽງແຂວງວຽງຈັນ, ກອງປະຊຸມໄດ້ຮັບກຽດການເປັນປະທານຂອງທ່ານ ຮຈ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານຫົວໜ້າກົມ,ຮອງກົມ,ຫົວໜ້າສູນ,ຮອງສູນ,ຄະນະພະແນກສາທາລະນະສຸກແຂວງ17ແຂວງ,ອົງການຈັດຕັ້ງສາກົນ ແລະ ພະນັກງານວິຊາການກໍ່ ໄດ້ເຂົ້າຮ່ວມ, ຈຸດປະສົງກໍ່ເພື່ອສະຫລຸບຕີລາຄາຄືນກ່ຽວກັບວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ເພື່ອຖອດຖອນບົດຮຽນປີ 2020 ແລະ ກຳນົດບູລິມະສິດການຈັດຕັ້ງປະຕິບັດວຽກງານໃນປີ 2021,ຕີ ລາຄາຜົນສຳເລັດ ແລະ ສະເໜີແຜນ 5 ປີ 2021-2025 ຂອງແຜນອະນາໄມ ແລະ ສົ່ງເສີມສຸຂະພາບ ເພື່ອເຜີຍແຜ່ບັນດາໂຄງການທີ່ຕິດພັນກັບວຽກງານການປັບປຸງ,ວຽກງານນໍ້າ,ສຸຂະພິບານ ແລະ

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບປະຈຳປີ 2020 ແລະ ແຜນການປີ 2021 ວາງທິດທາງແຜນການ 5 ປີ 2021–2025 Read More »