September 14, 2020

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 22 ໄດ້ອອກໂຮງໝໍແລ້ວ

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວ ແລະ ທົ່ວໂລກ ໃນວັນທີ 14 ກັນຍາ 2020 ເວົ້າສະເພາະລາວເຮົາ ທີ່ມື້ນີ້ຜູ້ຕິດເຊື້ອພະຍາດດັ່ງກ່າວ ກໍລະນີທີ 22 ກວດຫາໂຄວິດຄືນຜົນບໍ່ພົບເຊື້ອທັງ 2ຄັ້ງ ນັ້ນເປັນສັນຍານທີ່ດີ ວ່າຜູ້ກ່ຽວຈະໄດ້ອອກໂຮງໝໍແລ້ວ. ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາຍບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນຈັນ ວັນທີ 14 ກັນຍາ ປີ 2020ວ່າ:  ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 13 ກັນຍາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.092 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ […]

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 22 ໄດ້ອອກໂຮງໝໍແລ້ວ Read More »

ຍອດຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມສູງຂຶ້ນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາວັນທີ 13/9/2020 ມີ 12 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-13/9/2020 ມີ 6,203 ກໍລະນີ ແລະ ເສຍຊີວິດ 11 ກໍລະນີ. ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 1,457 ກໍ­ລະ­ນີ, ເສຍ​ຊີ­ວິດ 4 ຄົນ; ແຂວງ​ວຽງ​ຈັນ 630 ກໍ­ລະ­ນີ; ອັດ​ຕະ​ປື 307 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 706 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 339 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ສະ­ຫວັນ​ນະ​ເຂດ 606 ກໍ­ລະ­ນີ, ເສຍຊີວິດ 1 ຄົນ; ສາ­ລະ​ວັນ 329 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ

ຍອດຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມສູງຂຶ້ນ Read More »