ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ເປັນນັກກິລາກອງທັບກັບຈາກຣັດເຊຍ

ຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ທີ່ຫາກໍ່ເດີນທາງກັບຈາກປະເທດຣັດເຊຍ ຫຼັງແຂ່ງຂັນກິລາສໍາເລັດ​ ເຮັດໃຫ້ຕອນນີ້ຍອດລວມຜູ້ຕິດເຊື້ອໃນລາວຢູ່ທີ່ 23 ກໍລະນີ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 11​ກັນຍາ 2020 ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 10 ກັນຍາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 3.296 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ລາຍລະອຽດຂອງຜູ້ຕິດເຊື້ອກໍລະນີຫຼ້າສຸດມີດັ່ງລຸ່ມນີ້: ເປັນເພດຊາຍ […]

ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ເປັນນັກກິລາກອງທັບກັບຈາກຣັດເຊຍ Read More »