ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ເປັນນັກກິລາກອງທັບກັບຈາກຣັດເຊຍ

ຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ທີ່ຫາກໍ່ເດີນທາງກັບຈາກປະເທດຣັດເຊຍ ຫຼັງແຂ່ງຂັນກິລາສໍາເລັດ​ ເຮັດໃຫ້ຕອນນີ້ຍອດລວມຜູ້ຕິດເຊື້ອໃນລາວຢູ່ທີ່ 23 ກໍລະນີ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 11​ກັນຍາ 2020 ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 10 ກັນຍາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 3.296 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ລາຍລະອຽດຂອງຜູ້ຕິດເຊື້ອກໍລະນີຫຼ້າສຸດມີດັ່ງລຸ່ມນີ້: ເປັນເພດຊາຍ ອາຍຸ 29 ປີ, ສັນຊາດລາວ, ອາຊີບ ນັກກິລາກອງທັບ, ບັນຊາລົດຖັງ ກ່ອນໜ້າເດີນທາງໄປ ສ.ຣັດເຊຍ ພັກຢູ່ຫໍພັກທະຫານ ຢູ່ບ້ານ ດົງສະຫວາດ, ເມືອງໄຊທານີ, ກັກໂຕຢູ່ສູນຫຼັກ 27.

ດ້ານປະຫວັດຫານເດີນທາງຂອງຜູ້ຕິດເຊື້ອມີຄື: ໃນວັນທີ 8 ສິງຫາ 2020 ເດີນທາງຈາກ ສປປ ລາວ ເວລາ 13:50 ໂມງ ໄປປະເທດຣັດເຊຍ ໂດຍຜ່ານ ປະເທດຫວຽດນາມ, ຜູ້ກ່ຽວເດີນທາງ ໂດຍສາຍການບິນເໝົາລຳຫວຽດນາມໄປ ສ ຣັດເຊຍ; ກ່ອນໜ້າເດີນທາງອອກ ສປປ ລາວ, ຜູ້ກ່ຽວໄດ້ກວດຫາເຊື້ອ ໂຄວິດ-19 (ຄັ້ງທີ 1) ເວລາ 9:00 ໂມງ.

ໃນວັນທີ 9 ສິງຫາ 2020 ເດີນທາງຮອດ ສ. ຣັດເຊຍ ແລະ ໃນວັນດຽວກັນ ທີມແພດໄດ້ເກັບຕົວຢ່າງ ກວດຫາເຊື້ອ ໂຄວິດ-19 ໃນມື້ທຳອິດ ແລະ ກັກໂຕຢູ່ໂຮງແຮມແຕ່ວັນທີ 9 ຫາ ວັນທີ 11 ສິງຫາ 2020; ຜົນກວດບໍ່ພົບເຊື້ອ ໂຄວິດ-19 (ຄັ້ງທີ 2).

ໃນວັນທີ 12 ສິງຫາ ຫາ ວັນທີ 7 ກັນຍາ 2020 ຢູ່ຄ້າຍທະຫານ, ເວລາໄປຮອດຄ້າຍທະຫານ ໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອໂຄວິດ-19 (ຄັ້ງທີ 3) ແລະ ຜົນກວດແມ່ນບໍ່ພົບເຊື້ອ ທີມງານນັກກິລາ ໄດ້ອາໄສຢູ່ຄ້າຍທະຫານ.

ໃນວັນທີ 26 ສິງຫາ 2020 ມີໄຂ້ຄີງຮ້ອນ ໄດ້ພົບແພດ, ໄດ້ກິນຢາດີຫວັດ ແລະ ຢາຕ້ານເຊື້ອ ຈໍານວນ 2 ແຜງ ຫຼັງຈາກນັ້ນອາການດີຂື້ນ; ຕໍ່ມາໃນວັນທີ 7 ກັນຍາ 2020 ເດີນທາງຈາກ ສ ຣັດເຊຍ ມາ ສສ ຫວຽດນາມ, ໃນຖ້ຽວບິນມີຜູ້ໂດຍສານ ທັງໝົດປະມານ 200 ກວ່າຄົນ, ໃນນັ້ນມີຄົນສັນຊາດຫວຽດ ນາມປະມານ 100 ກວ່າຄົນ, ຍົນໄດ້ລົງສະໜາມບິນຫວຽດນາມ ເພື່ອໃຫ້ຜູ້ໂດຍສານຫວຽດນາມລົງ ແຕ່ຜູ້ໂດຍສານຄົນລາວນັ່ງຖ້າໃນຍົນ. ຜູ້ໂດຍສານເທິງເຮືອບິນທັງໝົດ ໄດ້ໃສ່ຊຸດປ້ອງກັນໂຕ (PPE), ເຊິ່ງກໍລະນີຕິດເຊື້ອແມ່ນນັ່ງຕັ່ງເລກທີ 51 E. ເຊິ່ງຍົນມາຮອດ ສສ ຫວຽດນາມວັນທີ 08 ກັນຍາ 2020.

ໃນວັນດຽວກັນຄືວັນທີ 8 ກັນຍາ 2020 ໃນຖ້ຽວບິນຈາກ ສສ ຫວຽດນາມ ມາ ສປປ ລາວ ມີຜູ້ໂດຍສານທັງໝົດ 101 ຄົນ (ນັກກິລາທະຫານ 42, ນັກຮຽນທະຫານ 43, ຈຸບິນ 7 ຄົນ, ແພດ 4 ຄົນ ແລະ ອີກ 5 ຄົນ ແມ່ນນັກສຶກສາຝ່າຍປົກຄອງພົນລະເຮືອນ); ເຊິ່ງເດີນທາງມາຮອດ ສປປ ລາວ ເວລາ 9 ໂມງເຊົ້າ ແລະ ເດີນທາງໄປສູນກັກກັນຫຼັກ 27 ດວ້ຍລົດເມ; ຜູ້ໂດຍສານທັງໝົດໄດ້ແກ້ຊຸດປ້ອງກັນໂຕ (PPE) ຢູ່ລົດເມ ກ່ອນລົງສູນກັກກັນຫຼັກ 27. ເຊິ່ງໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ຢູ່ ສູນກັກກັນຫຼັກ 27 (ຄັ້ງທີ 1 ຫຼັງຈາກມາຮອດ ສປປ ລາວ), ໃນເວລາຢູ່ສູນກັກກັນລາວອາໄສຢູ່ກັບໝູ່ 2 ຄົນ.

ໃນວັນທີ 9 ກັນຍາ 2020 ຜົນກວດຫາເຊື້ອ ໂຄວິດ-19 ບໍ່ຊັດເຈນ ແລະ ວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງຄືນຄັ້ງທີ 2 ເວລາ 09:30 ໂມງ, ຕົວຢ່າງມາຮອດ ສຸນວິເຄາະ ແລະ ລະບາດວິທະຍາ ໃນເວລາ 11:00 ໂມງ; ຜົນກວດອອກມາພົບເຊື້ອພະຍາດ ໂຄວິດ-19.

ສ່ວນການລະບຸຜູ້ສຳຜັດໃກ້ຊິດ ໃນຈຳນວນຜູ້ໂດຍສານ 101 ຄົນແມ່ນມີຄວາມສ່ຽງທັງໝົດ ເພາະເດີນທາງມາຈາກປະເທດທີ່ມາການລະບາດ ແລະ ຄົນຂັບລົດໄປຮັບອີກ 3 ຄົນ. ແນວໃດກໍ່ຕາມ ອີງຕາມຂໍ້ມູນທີ່ໄດ້ຮັບເບື້ອງຕົ້ນ ມີ 4 ຄົນທີ່ໄດ້ສໍາຜັດໃກ້ຊິດ ກັບກໍລະນີຢັ້ງຢືນ; ໃນນັ້ນ 2 ທ່ານ ແມ່ນນອນຮວ່ມຫ້ອງຢູ່ຫຼັກ 21 ແລະ ອີກ 2 ທ່ານ ທີ່ນັ່ງໃກ້ຊິດເທິງເຮືອບິນ (1 ທ່ານ ແມ່ນມີຂໍ້ມູນແຕ່ອີກ 1 ທ່ານ ແມ່ນຜູ້ກ່ຽວບໍ່ຮູ້ຊື່).

ໃນຈຳນວນ 104 (ຜູ້ໂດຍສານ 101 ແລະ ຄົນຂັບລົດ 3 ຄົນ) ແມ່ນໄດ້ເກັບຕົວຢ່າງທັງໝົດແລ້ວ, 103 ແມ່ນກວດບໍ່ພົບເຊື້ອ ແລະ ພົບເຊື້ອແມ່ນ 1 ຄົນ (ກໍລະນີ 23) ເຊິ່ງຕອນນີ້ຜູ້ກ່ຽວໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍແລ້ວ